ອັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 46 ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

06:49 | 26/03/2021

ກອງປະຊຸມໄດ້ຮັບຮອງເອົາມະຕິປະມານ 30 ສະບັບ, ໃນນັ້ນມີມະຕິວ່າດ້ວຍການຮັບປະກັນການສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງມີຄວາມສະເໝີພາບ, ທັນການ ດ້ວຍລາຄາທີ່ເໝາະສົມ ຂອງທຸກໆປະເທດ.

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XIV ຈັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອສຸດ​ທ້າຍ
ກອງ​ປະ​ຊ​ຸມ​ສຳ​ມະ​ນາ ARF ຄັ້ງ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ
ອັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 46 ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 24 ມີນາ ຢູ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ສິ້ນສຸດກອງປະຊຸມປະຈຳປີ ຄັ້ງທີ 46. ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຜັນແປຢ່າງສັບສົນຢູ່ ພາກພື້ນ ແລະ ໂລກ, ບັນດາກອງປະຊຸມສືບຕໍ່ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ, ສົມທົບກັບການເຂົ້າຮ່ວມໂດຍກົງຢູ່ສຳນັກງານ ສປຊ.

ກອງປະຊຸມໄດ້ຮັບຮອງເອົາມະຕິປະມານ 30 ສະບັບ, ໃນນັ້ນມີມະຕິວ່າດ້ວຍການຮັບປະກັນການສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງມີຄວາມສະເໝີພາບ, ທັນການ ດ້ວຍລາຄາທີ່ເໝາະສົມ ຂອງທຸກໆປະເທດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ວັນທີ 22 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງເປີດກ້ວາງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນ ບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມໃນການປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດ ໃນສະພາບການເກີດໂລກລະບາດໂຄວິດ - 19 ຢ່າງຈະແຈ້ງ, ທັງຄວບຄຸມໂລກລະບາດ ໂຄວິດ -19, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ ທັງຮັກສາອັດຕາການເຕີບໂຕດ້ານເສດຖະກິດ, ຮັບປະກັນການໜູນຊ່ວຍສັງຄົມ, ຂໍ້ມູນຂ່າວກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມລວມຂອງ ໂລກ ໃນການຮັບມືກັບໂລກລະບາດໂຄວິດ - 19, ສະເໜີວັນທີ 27 ທັນວາ ແມ່ນວັນສາກົນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ໄດ້ຮັບການຮັບຮອງເອົາຈາກ ສະມັດຊາໃຫຍ່ ສປຊ ດ້ວຍເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບບັນດາໂລກລະບາດ.

ພິເສດ, ທ່ານ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຮູ້ວ່າເລື່ອງ ຫວຽດນາມ ໃນຖານະເປັນປະເທດສະໝັກເລືອກຕັ້ງ ຂອງ ອາຊຽນ ຈະເຂົ້າຮ່ວມຮັບສະໝັກເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ອາຍຸການ 2023 – 2025, ດ້ວຍຄວາມປາດຖະໜາດວ່າ ຈະປະກອບສ່ວນຫຼາຍກ່ວາ ເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ໂລກ ຢ່າງມີປະສິດທິຜົນກ່ວາອີກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ຢັ້ງ​ຢືນ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ກໍ່​ຜົນ​ກະ​ທົບ​ຕໍ່​ສັນ​ຕະ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ, ເຮັດ​ໃຫ້​ວິ​ວັດ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຖືກ​ຊ້າ​ລົງ, ເນັ້ນ​ໜັກ​ເຖິງ​ຕ້ອງ​ເຜີຍ​ແຜ່ ແລະ ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ສຳ​ຜັດ​ກັບ​ຊັກ​ຊ​ິນ​ຢ່າງ​ທັນ​ການ.

ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ສ​ປ​ຊ: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງທາງ​ການ​ທູດ

ຍ​ສ​ໝ - ຫຼາຍ​ປະ​ເທດ, ພິ​ເສ​ດ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຜ່ານ​ນັ້ນ​ເປີດ​ກ້​ວາງ​ເນື້ອ​ໃນ, ເຮັດ​ໃຫ້​ການ​ພົວ​ພັນຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອີກ.

vovworld.vn

ເຫດການ
302 Found

Found

The document has moved here.