ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ

12:08 | 26/07/2021

ຍ​ສ​ໝ - ວັນ​ທ​ີ 28 ເມ​ສາ, ເປັນ​ຄັ້ງ​ທຳ​ອິດ ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ໄດ້​ຮອ​ບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ໄພ​ຈົ​ມ​ນ້ຳ ແລະ ກຳ​ນົດ​ເອົາ​ວັນ​ທີ 25 ກໍ​ລະ​ກົດ ​ຂອງ​ທຸກປີ ແມ່ນ​ວັນ​ທົ່ວ​ໂລກ​ປ້ອງ​ກັນ, ຕ​້ານ​ການ​ຈົມນ້ຳ ດ້ວຍ​ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ 79 ປະ​ເທດ.

ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້
ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຕ້ານ​ໄພ​ຈົມນ້ຳ
ພາບ​ປະ​ກອບ

ມະ​ຕິ​ຂອງ​ສະ​ມັດ​ຊ​າ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ກ​ານ​ປ້ອງ​ກັນ, ຕ້ານ​ໄພ​ຈົມນ້​ຳ​ບໍ່​ພຽງ​ແຕ່​ເນັ້ນ​ໜັກ​ເຖິງ​ຜົນ​ສະ​ທ້​ອນ​ອັນ​​ໃຫຍ່ຫຼວງ​ຂອງ​ໄພ​ຈົນ​ນ້ຳ​ຕໍ່​ຄວາມ​ປອດ​ໄພ ແລະ ຊີ​ວິດ​ອິນ​ຊີ​ຂອງ​ປະ​ຊາ​ຊົນ ເທົ່າ​ນັ້ນ ຫ​າກ​ຍັງ​ກໍ່​ຜົນ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ແຕ່​ລະ​ປະ​ເທດ​ອີກ​ດ້ວຍ.

ເພາະ​ສ​ະ​ນັ້ນ, ມະ​ຕິ​ສະ​ເໜີ​ໃຫ້​ທຸ​ກ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ, ບັນ​ດາ​ອົງ​ການ​ທີ່​ກ່​ຽ​ວ​ຂ້ອງ​ຂຶ້ນ​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ໂລກ, ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ​ຕ່າງໆ, ກໍ່​ຄື​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ ເຂົ້າ​ຮ່ວມ​ການ​ຕອບ​ສະ​ໜອງວັນ​ທົ່ວ​ໂລກ​ຕ້ານ​ໄພ​ຈົມ​ນ້ຳ​​ໃນ​ທຸກໆປີ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ.

ມະ​ຕິ​ໄດ້ກະ​ຕຸກ​ຊຸກ​ຍູ້​​ທຸກໆ​ສະ​ມາ​ຊິກ ສ​ປ​ຊ ​ກຳ​ນົດ​ຫົວ​ໜ່ວຍເຊື່ອມ​ຕໍ່​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໄພ​ຈົ​ມ​ນ້ຳ, ສ້າງ​ແຜນ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ, ຮຽບ​ຮຽງ​ລາຍ​ການ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ​ທີ່​ເໝາະ​ສົມ​ກັບ​ຂໍ້​ສະ​ເໜີ​ແນະ​ຂອງ ອົງ​ການ​ອະ​ນາ​ໄມ​ໂລກ (WHO), ປະ​ກາດ​ໃຊ້ ແລະ ປະ​ຕິ​ບັດ​ບັນ​ດາ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທີ່​ກ່ຽວ​ຂ້ອງ​ເຖິງ​ນ້ຳ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ກໍ່ໄດ້​ສະ​ເໜີ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ​ໄພ​​ຈົມ​ນ້ຳ ເຂົ້າ​ລະ​ບົບ​ຂໍ້​ມູນ​ສະ​ຖິ​ຕິ​ສຳ​ຄັນ ແລະ ສັງ​ລວມ​ທຸກ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ກໍ​ລະ​ນີ​ເສຍ​ຊີ​ວິດ​ຍ້ອນ ໄພ​ຈົມນ້ຳ ເຂົ້າ​ສະ​ຖິ​ຕິ​ຕີ​ລາ​ຄ​າ​ແຫ່ງ​ຊາດ, ຊຸກ​ຍູ້​ບັນ​ດາ​ຍຸດ​ທະ​ສາດ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ປະ​ຊາ​ຄົມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ, ກໍ່​ຄື​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ການ​ກະ​ທຳ​ເພື່ອ​ຕ້ານ​ໄພ​ຈົມ​ນ້ຳ, ຊຸກ​ຍູ້​ສົມ​ທົບ​ການ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳໃນ​ໂຄງ​ການ​ຫຼຸດ​ຜ່ອນ​ຄ​ວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​​ທີ່​ພວມ​ມີໃນ​ປັດ​ຈຸ​ບັນ.

ຕາມ​ມະ​ຕິ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ໄດ້​ຮັບ​ການ​ກະ​ຕຸກ​ຊຸກ​ຍູ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ ຜ່ານ​ການ​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ດີ​ທີ່​ສຸດ, ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ບັນ​ດາ​ເຄື່ອງ​ມື ແລະ ເຕັກ​ໂນ​ໂລ​ຢີ​ປະ​ດິດ​ຄິດ​ສ້າງ ເພື່ອແນ​ໃສ່​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ ແລະຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຜ່ານ​ການ​ຮ່ວມ​ມື​ສາ​ກົນ, ນຳ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃຕ້​ນ້ຳ, ລອຍ​ນ້ຳ ແລະ ປິ່ນ​ປົວ​ສຸກ​ເສີ​ນ​ໃນ​ເບື້ອງ​ຕົ້ນເຂົ້າ​ຫຼັກ​ສູ​ດການ​ສິດ​ສອນ​ຢູ່​ໂຮງ​ຮຽນ.

ມະ​ຕິ​ຮຽກ​ຮ້ອງ​ໃຫ້ WHO ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ ແລະ ສົມ​ທົບ​ກ​ານກະ​ທຳ​ລະ​ຫວ່າງ​ບັນ​ດາ​ພ​າກ​ສ່ວນທີ່​ກ່​ຽວ​ຂ້ອງ​ໃນ​ລະ​ບົບ​ຂອງ ສ​ປ​ຊ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 22 ມີ​ນາ 2018, ຢູ່​ສຳ​ນັກ​ງານ ສ​ປ​ຊ, ນິວຢອກ, ອາ​ເມ​ລິ​ກາ, ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ຕາງ​ໜ້າ Fiji ປະ​ຈຳ ສ​ປ​ຊ ໄດ້​ເປັນ​ປະ​ທານ​ພິ​ທີ​ເປີດ​ຕົວ​ກຸ່ມ​ເພື່ອນ​ມິດ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ. ​ໂດຍເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້​າ​ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Luke Daunivalu ຫົວ​ໜ​້າ​ຄະ​ນະ​ຜູ້​ຕາງ​ໜ້າ​ Fiji ປະ​ຈຳ ສ​ປ​ຊ, ພ້ອ​ມ​ກັບ​ຜູ້​ຕາງ​ໜ້າ​ທີ່​ມາ​ຈາກຫຼາຍ​ຄະ​ນະ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ການ.

​ນະ​ທີ່ນີ້, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຖື​ວ່າ, ຮອດ​ເວ​ລາ​ທີ່​ບັນ​ດາ​ປະ​ເທດ​ຕ້ອງ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ປ້ອງ​ກັນ, ຕ້ານ​ໄພ​ຈົມ​ນ້ຳ​ແລ້ວ, ທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊ​ິກ ສ​ປ​ຊ, ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ ສ​ປ​ຊ ແລະ ບັນ​ດາສ​ພ​ນັກ​ງ​ານ, ອົງ​ການ​ທີ່​ກ່ຽວ​ຂ້ອງ ຈົ່ງ​ພ້ອມ​ກັນ​ເຂົ້າ​​ຮ່ວມ ແລະ ມາ​ນະ​ພະ​ຍາ​ຍາມ​ຕ້ານ​ໄພ​ຈົມ​ນ້ຳ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ບັນ​ດາ​ເຫດ​ຈົ​ມ​ນ້ຳ​ໃນ​ທົ່ວ​ໂລກ, ຜ່ານ​ນັ້ນ ກໍ່​ຊ່ວຍ​​ໃຫ້ບັນ​ລຸ​ໄດ້​ເປົ້າ​ໝາຍ​ຂອງ​ໂຄ​ງ​ການ​ດຳ​ເນີນ​ງານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ພ້ອມ​ທັງ “ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.