ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ຕາມພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິນ ແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ມີຜູ້ອອກແຮງງານເສລີ ກ່ວາ 298.000 ຄົນ (100%) ໄດ້ຮັບການໜູນຊ່ວຍດ້ວຍງົບປະມານກ່ວາ 447 ຕື້ດົ່ງ, ແຕ່ລະຄົນໄດ້ຮັບເງິນ 1,5 ລ້ານດົ່ງ.
ຍສໝ - ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫາກໍ່ມີເອກະສານທາງການ ເລກທີ 5 ສົ່ງໄປຍັງປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບການໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19.
ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ.
ຍສໝ - ລາຍການ ຮ້ານສັບພະສິນຄ້າ 0 ດົ່ງ ຈະໜູນຊ່ວຍນັກສຶກສາ 5.500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມອາໄສຢູ່ ຫໍພັກນັກສຶກສາ 37 ແຫ່ງໃນບໍລິເວນນະຄອນໂຮ່ຈີມິນ. ໃນນັ້ນ ມີນັກສຶກສາ ລາວ ແລະ ກຳປູເຈຍ ທີ່ບໍ່ສາມາດກັບເມື່ອປະເທດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ທ່ານ ດິງຕວນທັ້ງ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ສະເໜີໃຫ້ກຸ່ມສະມາຊິກລັດຖະສະພາ ຝລັ່ງ - ຫວຽດນາມ ສືບຕໍ່ຊຸກຍູ້ລັດຖະສະພາບັນດາປະເທດ ສະມາຊິກ EU ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - EU, ໜູນຊ່ວຍແກ້ໄຂບັນຫາອາຊີບຫາປາໃນການພົວພັນລະຫວ່າງ ຫວຽດນາມ - EU ແລະ ບາງບັນຫາກ່ຽວກັບການພັດທະນາແບບຍືນຍົງ.
ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງ ອີຢູ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ອີຢູ ໃນກຸ່ມ ອາຊຽນ.
ຍສໝ - ພາຍໃນເວລາພຽງແຕ່ 1 ວັນ, ຊາວຫວຽດນາມ ອາໄສຢູ່ທົ່ວຜືນແຜ່ນດິນຂອງ ສາທາລະນະລັດ ເຊັກໂກ ລະດົມໄດ້ເງິນເປັນຈຳນວນກ່ວາ 200.000 Korun ພ້ອມກັບເຄື່ອງຂອງ, ສະບຽງອາຫານ ເພື່ອຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພທຳມະຊາດ.
ຍສໝ - ໂອ້ລົມເຈລະຈາໄດ້ຮັບການຈັດຕັ້ງຂຶ້ນດ້ວຍເປົ້າໝາຍສະຫຼຸບ, ຕີລາຄາສະພາບການ, ໝາກຜົນທີ່ບັນລຸໄດ້ຂອງຂົງເຂດຂົນຂວາຍໜູນຊ່ວຍຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຈາກນັ້ນຖອດຖອນບົດຮຽນ, ປະສົບການ, ບັນດາຂໍ້ຈຳກັດທີ່ຈະຕ້ອງໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ.
ຍສໝ - ເມື່ອທຽບໃສ່ກັບຂໍ້ກຳນົດທີ່ພວມໄດ້ຮັບການປະຊາດໃຊ້ຄືໃນປັດຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມໄດ້ຜ່ອນຜັນເງື່ອນໄຂໃຫ້ແກ່ວິສາຫະກິດ, ຫຼຸດຜ່ອນອັດຕາແຮງງານທີ່ຕ້ອງຢຸດຕິການເຮັດວຽກ, ໂຈະສັນຍາແຮງງານ, ພັກເຮັດວຽກໂດຍບໍ່ມີເງິນເດືອນແຕ່ 20% ລົງເຫຼືອ 10%.
ຍສໝ - ຕາມນັ້ນແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ກໍ່ສະເໜີໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກ ຍ້ອນແມ່ນເປົ້າໝາຍຕ້ອງແຍກປ່ຽວ 14 ວັນຂຶ້ນໄປ ຢູ່ສະຖານທີ່ແຍກຕົວລວມໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່ເຮືອນ (ກໍລະນີ F2) ຫຼືໃນບັນດາເຂດທີ່ຖືກຈຳກັດການເຂົ້າອອກຕາມຄຳຮຽກຮ້ອງຂອງອົງການແຫ່ງລັດ ທີ່ມີສິດອຳນາດ ແມ່ນໜູນຊ່ວຍເງິນໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກໃນເວລາ 14 ວັນ, ແຕ່ເງິນເດືອນຢຸດງານຕ່ຳກ່ວາເງິນເດືອນຕ່ຳສຸດໃນເຂດ.
ຍສໝ - ຢູ່ບັນດາດ່ານຊາຍແດນສາກົນລາວບາວ ແລະ ລາໄລ, ຊາວໜຸ່ມແຂວງກ໋ວາງຈິ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນ, ເຈວລ້າງມືຂ້າເຊື້ອ 30 ແກັດ, ສະບູລ້າງມື 80 ແກັດ, ນ້ຳຢາລ້າງມື 25 ແກັດ, ໝີ່ສຳເລັດຮູບ 100 ແກັດ ດ້ວຍມູນຄ່າ 120 ລ້ານດົ່ງ ໃຫ້ແກ່ຊາວໜຸ່ມແຂວງ ສະຫວັນນະເຂດ ແລະ ຊາວໜຸ່ມແຂວງສາລະວັນ (ປະເທດ ລາວ).
ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ນະຄອນດ່ານັ້ງ ໄດ້ມອບສົ່ງຄະນະແພດໝໍລວມມີ 10 ຄົນ, ໃນນັ້ນມີ ທ່ານໝໍເກັ່ງ 3 ຄົນ ແລະ ບັນດາພະຍາບານ ທີ່ມີບົດຮຽນປະສົບການຂອງນະຄອນ ໄປຍັງຈຸດໃຈກາງເກີດໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ.
ຍສໝ - ພາຍຫຼັງໄດ້ຮັບເຄື່ອງບັນເທົາທຸກທີ່ຈຳເປັນດັ່ງກ່າວ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ - ໂຊວາເກຍ ຢູ່ ແຂວງບັກຢາງ ໄດ້ຂົນສົ່ງ ແລະ ມອບຂອງຂັວນໄປຍັງ 3 ສະຖານທີ່ ພວມແມ່ນຈຸດຮ້ອນແຮງຂອງໂລກລະບາດໂຄວິດ - 19 ຢູ່ບັກຢາງ ແມ່ນ ຕາແສງ ວຽດຕຽນ ເມືອງ ວຽດອຽນ, ສູນຄວບຄຸມໂລກລະບາດໂຄວິດ - 19 ແຂວງ, ໂຮງໝໍການແພດພື້ນເມືອງແຂວງ. ເຖິງວ່າຈຳນວນຂອງຂວັນແມ່ນໜ້ອຍ ແຕ່ມັນແມ່ນແຫຼ່ງລະດົມກຳລັງໃຈອັນຍີ່ງໃຫຍ່ໃຫ້ແກ່ປະຊາຊົນຊາວບັກຢາງ, ພິເສດແມ່ນກຳມະກອນຢູ່ເຂດແຍກຕົວ.
ຍສໝ - ພາຍຫຼັງການຜັນຂະຫຍາຍມາເປັນເວລາພຽງແຕ່ 2 ອາທິດ, ປະຊາຊົນ ເນປານກ່ວາ 2000 ຄົນ ຢູ່ຫຼາຍບ່ອນໄດ້ຮັບເຂົ້າສານ ກ່ວາ 10 ໂຕນ, ໜີ່ສຳເລັດຮູບ ນັບຮ້ອຍແກັດ, ນ້ຳມັນ ແລະ ບັນດາເຄື່ອງບັນເທົາທຸກທີ່ຈຳເປັນຕ່າງໆ.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.
ຍສໝ - ທີ່ພິທີ, ທ່ານພະມະຫາອາຈານ ທິດທຽນເຍິນ, ປະທານສະພາບໍລິຫານງານສະມາຄົມພູດທະສາສະໜາ ຫວຽດນາມ ໄດ້ແບ່ງປັນຄວາມເຫັນດີເຫັນພ້ອມກັບບັນດາຄວາມເຈັບປວດ, ເສຍຫາຍເຊິ່ງສາສະນິກະຊົນ, ປະຊາຊົນອິນເດຍພວມຕ້ອງປະເທດໜ້າຈາກໂລກລະບາດໂຄວິດ - 19.
ຍສໝ - ທ່ານເຈິ່ນວັນນາມ, ປະທານສະມາຄົມຂະແມ ຫວຽດນາມ ແຂວງ Preah Sihanouk ໃຫ້ຮູ້ວ່າ, ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19, ໃນໄລຍະເວລາກ່ວາ 1 ເດືອນມານີ້, ອຳນາດການປົກຄອງທ້ອງຖິ່ນ ໄດ້ນຳໃຊ້ບັນດາມາດຕະການປິດນະຄອນ Preah Sihanouk ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຄົມຢູ່ທີ່ນີ້ ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາອີກ ຍ້ອນບໍ່ສາມາດເດີນທາງໄປມາ, ທຳມາຫາກິນໄດ້.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫົວໜ້າກຳມະທິການວັດທະນະທຳ - ສັງຄົມ ໄດ້ສະແດງຄວາມຮັບຮູ້ຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການ ຂອງກອງພົນ 11 ທີ່ສະຫງວນໃຫ້ແກ່ສະພາແຫ່ງຊາດລາວ, ທ່ານນາງກໍ່ຖືວ່າ, ຈຳນວນຜູ້ອັດປາກດັງນີ້ ມີຄວາມຈຳເປັນທີ່ສຸດຕໍ່ສະພາແຫ່ງຊາດລາວ ໃນການຕໍ່ສູ້ປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນຢູ່ລາວ.