ນະ​ຄອ​ນ​ໂຮ່​ຈີ​ມິນ ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ຈາກ​ບ້ວງ​ເງິນ 26.000 ຕື້​ດົ່ງ​ຂອງ ລັດ​ຖະ​ບານ

13:48 | 29/07/2021

ຕາມພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິນ ແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ມີຜູ້ອອກແຮງງານເສລີ ກ່ວາ 298.000 ຄົນ (100%) ໄດ້ຮັບການໜູນຊ່ວຍດ້ວຍງົບປະມານກ່ວາ 447 ຕື້ດົ່ງ, ແຕ່ລະຄົນໄດ້ຮັບເງິນ 1,5 ລ້ານດົ່ງ.

ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ ລັດ​ຖະ​ບານ ອັງ​ກິດ ແລະ ລັດ​ຖະ​ບານ ເຊັກ​ໂກ ຊ່ວຍ​ເຫຼືອ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ຜະ​ລິດ​​​ວັກ​ຊິນ​ກັນ​ໂຄວິດ - 19 ​ໃຫ້ໄວ​ທີ່​ສຸດ​​ເທົ່າທີ່​​ຈະ​ໄວ​ໄດ້ ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ຜະ​ລິດ​​​ວັກ​ຊິນ​ກັນ​ໂຄວິດ - 19 ​ໃຫ້ໄວ​ທີ່​ສຸດ​​ເທົ່າທີ່​​ຈະ​ໄວ​ໄດ້
ນະຄອນໂຮ່ຈີມິນ ພວມມານະພະຍາຍາມໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກ
ນະຄອນໂຮ່ຈີມິນ ພວມມານະພະຍາຍາມໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກ

ຕອນບ່າຍວັນທີ 28 ກໍລະກົດ, ນະຄອນໂຮ່ຈີມິນ ໄດ້ສົ່ງເອກະສານໄປຍັງບັນດາພະແນກ, ຂະແໜງການ ແລະ ບັນດາເມືອງ, ນະຄອນ ຖຸດຶກ ກ່ຽວກັບການໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19.

ເປົ້າໝາຍ, ຫຼັກການໜູນຊ່ວຍ ເພື່ອໜູນຊ່ວຍໃຫ້ຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ໄດ້ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ປະກອບສ່ວນຟື້ນຟູ ແລະ ນຳການຜະລິດ, ດຳເນີນທຸລະກິດກັບຄືນສູ່ສະພາບການທີ່ເປັນປົກກະຕິ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19, ຮັບປະກັນຊີວິດການເປັນຢູ່ ແລະ ຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ.

ດັ່ງນັ້ນ, ນະຄອນໂຮ່ຈີມິນ ຈະປະຕິບັດທັງສອງນະໂຍບາຍໜູນຊ່ວຍ ແມ່ນປ້ວງເງິນ 886 ຕື້ດົ່ງ ຕາມມະຕິສະບັບເລກທີ 09 ຂອງນະຄອນ ແລະ ບ້ວງເງິນ 26.000 ຕື້ດົ່ງຕາມມະຕິສະບັບເລກທີ 678 ຂອງ ລັດຖະບານ.

ຕາມພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິນ ແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ມີຜູ້ອອກແຮງງານເສລີ ກ່ວາ 298.000 ຄົນ (100%) ໄດ້ຮັບການໜູນຊ່ວຍດ້ວຍງົບປະມານກ່ວາ 447 ຕື້ດົ່ງ, ແຕ່ລະຄົນໄດ້ຮັບເງິນ 1,5 ລ້ານດົ່ງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.