ແຈກ​ຢາຍ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່ 434 ຄອບ​ຄົວ​ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ປະ​ເທດ ກຳ​ປູ​ເຈຍ)

11:39 | 18/05/2021

ຍ​ສ​ໝ - ທ່ານ​ເຈິ່ນ​ວັນ​ນາມ, ປະ​ທານ​ສະ​ມາ​ຄົມ​ຂະ​ແມ ຫວຽດ​ນາມ ແຂວງ Preah Sihanouk ໃຫ້​ຮູ້​ວ່າ, ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ໄລ​ຍະ​ເວ​ລາ​ກ່​ວາ 1 ເດືອນ​ມານີ້, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປິດ​ນະ​ຄອນ Preah Sihanouk ຊຶ່ງ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຄົມ​ຢູ່​ທີ່ນີ້ ຍິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ກ່​ວາ​ອີກ ຍ້ອນ​ບໍ່​ສາ​ມາດ​ເດີນ​ທາງ​ໄປ​ມາ, ທຳ​ມາ​ຫາ​ກິນ​ໄດ້.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​
ແຈກ​ຢາຍ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່ 434 ຄອບ​ຄົວ​ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ປະ​ເທດ ກຳ​ປູ​ເຈຍ)
ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ມາ​ຮັບ​ຂອງ​ຂວັນ

ຫວ່າງ​ແລ້ວນີ້, ຢູ່​ສຳ​ນັກ​ງານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ແຂວງ Preah Sihanouk, ສະ​ຖານ​ກົງ​ສູນ​ໃຫຍ່​ໄດ້​ສົມ​ທົບ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ແຂວງ ໄດ້​ຈັດ​ຕັ້ງ​ການ​ແຈກ​ຢາຍ​ຂອງ​ຂວັນ 343 ພູດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ແຂວງ Preah Sihanouk.

ຂອງ​ຂວັນແຕ່​ລ​ະ​ພູດ​ມີ​ມູ​ນ​ຄ່າ 15 USD ລວມ​ມີ ເຂົ້າ​ສານ, ໝີ່​ສຳ​ເລັດ​ຮູບ ແລະ ບັນ​ດາ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ ໄດ້​ສົ່ງ​ໄປ​ຍັງ 400 ຄອບ​ຄົວ ຊາວ​ຫວຽດ​ນາມ (ໃນ​ນັ້ນ​ມີ​ຊາວ​ຫວຽດ​ນາມ ທີ່​ດຳ​ລົງ​ຊີ​ວິດຢູ່​ກຳ​ປູ​ເຈຍ ແລະ ບັນ​ດາ​ກຳ​ມະ​ກອນ​ຊາວ​ຫວຽດ​ນາມ ໄປ​ອອກ​ແຮງ​ງານ​ຢູ່​ກຳ​ປູ​ເຈຍ) ແລະ ຊາວ​ກຳ​ປູ​ເຈຍ 30 ຄອບ​ຄົວ​ໃນ​ບໍ​ລິ​ເວນ​ແຂວງ.

ທ່ານ​ເຈິ່ນ​ວັນ​ນາມ, ປະ​ທານ​ສະ​ມາ​ຄົມ​ຂະ​ແມ ຫວຽດ​ນາມ ແຂວງ Preah Sihanouk ໃຫ້​ຮູ້​ວ່າ, ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ໄລ​ຍະ​ເວ​ລາ​ກ່​ວາ 1 ເດືອນ​ມານີ້, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ໄດ້​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປິດ​ນະ​ຄອນ Preah Sihanouk ຊຶ່ງ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຄົມ​ຢູ່​ທີ່ນີ້ ຍິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ກ່​ວາ​ອີກ ຍ້ອນ​ບໍ່​ສາ​ມາດ​ເດີນ​ທາງ​ໄປ​ມາ, ທຳ​ມາ​ຫາ​ກິນ​ໄດ້.

ແຈກ​ຢາຍ​ເຄື່ອງ​ໜູນ​ຊ່ວຍ​ໃຫ້​ແກ່ 434 ຄອບ​ຄົວ​ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ປະ​ເທດ ກຳ​ປູ​ເຈຍ)
​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ

ໃນ​ໂອ​ກາດນີ້, ທ່ານ​ນາມ​ກໍ່​ເປັນ​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ Preah Sihanouk ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ. ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຢູ່​ແຂວງ Preah Sihanouk ແລະ ບັນ​ດາ​ຜູ້​ໃຈ​ບູນ​ໃຈ​ກູ້​ສົນ​ພາຍ​ໃນ ແລະ ນອກ​ແຂວງຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສະ​ຫງວ​ນ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ຢູ່​ທີ່ນີ້.

ທ່ານ​ແບ່ງ​ປັນ​ວ່າ: “ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ນີ້ ຈະ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ສະ​ບຽງ​ອາ​ຫານ​ຕື່ມ​ອີກ ເພື່ອ​ຕ້ານ​ຄວາມ​ອຶດ​ຫິວ ແລະ ຄ່ອຍໆ​ນຳ​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິ. ຜ່ານ​ການ​ເຄື່ອນ​ໄຫວນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ບໍ່​ກັບ​ຄືນ​ປະ​ເທດ​ໃນ​ໄລ​ຍະ​ປັ​ດ​ຈຸ​ບັນ ເພື່ອ​ບໍ່​ສ້າງ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ອີກ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ພາຍ​ໃນ​ປະ​ເທດ ຊຶ່ງ​ພວມ​ມານ​ະ​ພະ​ຍາ​ຍາມ​ຕ້ານ​ສັດ​ຕູ”.

ກ່ອນ​ໜ້າ​ນັ້ນ, ສະ​ຖານ​ກົງ​ສູນ​ໃຫຍ່​ໄດ້​ຈັດ​ຕັ້ງ​ການມອບ​ຂອງ​ຂວັນ​ນັບ​ຮ້ອຍ​ພູດ​ໃຫ້​ແກ່​ເຂດ​ທີ່​ຖືກ​ປິດ​ເມືອງ ເພື່ອ​ແຈກ​ຢາຍ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ. ບາງ​ສະ​ຖານ​ທີ່, ນອກ​ຈາກ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ສະ​ຖານ​ກົງ​ສູນ​ໃຫຍ່ ກໍ່​ໜູນ​ຊ່ວຍ​ໃຫ້​ແກ່​ຄອບ​ຄົວ ຊາວ​ກຳ​ປູ​ເຈຍ​ທຸກ​ຍາກ ເພື່ອ​ສ້າງ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ສອງ​ປະ​ເທ​ດ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​

ຍ​ສໝ - ທີ່​ການມອບ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ຜ່ານ​ມາ, ພ້ອມ​ທັງ​ແບ່​ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ) ດົ່ງ​ທາບມອບ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຂດ​ໜອງ​ທະ​ເລ (ກຳ​ປູ​ເຈຍ)

ຍ​ສ​ໝ - ຕາມ​ໜັງ​ສື​ພິມ​ປະ​ຊາ​ຊົນ, ບັນ​ດາ​ຂອງ​ຂວັນ​ໄດ້​ມອບ​ລວມ​ມີ: ເຂົ້າ​ສານ 2 ໂຕນ, ໝີ່​ສຳ​ເລັດ​ຮູບ 100 ກອງ ແລະ ຢາ​ປິ່ນ​ປົວ​ພະ​ຍາດ​ຊະ​ນິດ​ຕ່າງ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ​ລຳ​ສ້າງ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ​ໂດຍໄວ ແລະ​ປະ​ຕິ​ບັດ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ.

ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໜູນ​ຊ່ວຍ​ອຸ​ປະ​ກອນ ແລະ ວັດ​ຖຸ​ການ​ແພດ​ໃຫ້​ແກ່​ຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ຊາ​ຊົນ​ກຳ​ປູ​ເຈຍ, ລາວ​ທີ່​ຖືກປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຍ​ສ​ໝ - ລາຍ​ລະ​ອຽດ​ແມ່ນ, ນະ​ຄອນ​ໂຮ່​ຈີ​ມິນ​ຕັດ​ສິນ​ໃຈ​ໜູນ​ຊ່ວຍ 1,5 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ກຳ​ປູ​ເຈຍ, 1 ຕື້ ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ແລະ ປະ​ຊາ​ຊົນ​ລາວ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.