ຍສໝ - ຕາມນັກຂ່າວ VNA ຢູ່ລາວແລ້ວ, ຢູ່ຂອບເຂດວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ, ມີສະຖານທີ່ພິເສດທີ່ເປັນທີ່ຮັກແພງຂອງຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານ ແລະ ເພື່ອນລາວຫຼາຍຄົນຄື: ຕູ້ປຶ້ມຫວຽດນາມ. ນີ້ບໍ່ພຽງແຕ່ເປັນບ່ອນເກັບມ້ຽນປຶ້ມກວ່າປື້ມ 500 ຫົວເທົ່ານັ້ນ, ຕູ້ປຶ້ມແຫ່ງນີ້ຍັງກາຍເປັນສະຖານທີ່ທີ່ຄຸ້ນເຄີຍຂອງບັນດານັກຮຽນພາສາຫວຽດນາມ ທີ່ບໍ່ເສຍຄ່າຢູ່ວັດ, ພ້ອມກັນນັ້ນກໍ່ແມ່ນ “ຂົວເຊື່ອມຕໍ່” ບຳລຸງສ້າງຄວາມຮັກແພງພາສາ, ວັດທະນະທຳ ແລະ ຄວາມຮູ້ ຫວຽດນາມໃນປະເທດລາວ.
ຍສໝ - ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຄືກຄື້ນ ໃນເວລາທີ່ທຸກໆບ່ອນກຳລັງຕຽມຕົນຕ້ອນຮັບວັນບຸນໄຫວ້ພະຈັນ – ວັນງານສະມາຊິກໃນຄະນະຂອງເດັກນ້ອຍຫວຽດນາມ, ວັນທີ 3 ຕຸລາ ທີ່ນະຄອນຫຼວງວຽງຈັນ (ລາວ), ຄູ ແລະ ນັກຮຽນໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ໄດ້ເປັນຄັ້ງທຳອິດຈັດກິດຈະກຳທຳໂຄມໄຟ.
ຍສໝ - ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.
ຍສໝ - ການສ້າງຕັ້ງຄະນະຄຸ້ມຄອງທັງມີລັກສະນະບໍລິຫານ, ທັງແມ່ນບາດກ້າວຍຸດທະສາດ ແນໃສ່ຍົກສູງປະສິດທິຜົນການຈັດຕັ້ງຂອງປະຊາຄົມ, ປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ.
ຍສໝ - ຕອນບ່າຍວັນທີ 3 ຕຸລາ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ນີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງລັດຖະມົນຕີສອງປະເທດນັບແຕ່ທ່ານ Sihasak Phuangketkeow ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ໃນວັນທີ 19 ກັນຍາ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ໂຕກຽວ ແລ້ວ, ວັນທີ 2 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບ FPT ຍີ່ປຸ່ນ ແລະ ສະມາຄົມຫັນປ່ຽນດີຈີຕອນ ຫວຽດນາມ ປະຈຳ ຍີ່ປຸ່ນ (VADX) ຈັດຕັ້ງກອງປະຊຸມສຳມະນາ “ການຮ່ວມມືລັດ - ນັກວິທະຍາສາດ - ວິສາຫະກິດ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ - Chip Edge AI”.
ຍສໝ - ຕອນເຊົ້າວັນທີ 2 ຕຸລານີ້, ຢູ່ແຂວງວຽງຈັນຂອງລາວ, ໄດ້ຈັດພິທີວາງສີລາລຶກໂຄງການຂະຫຍາຍໂຮງໝໍເມືອງວັງວຽງ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ມົງໂກລີ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ.
ຍສໝ - ຈາກບັນດາໂຄງການແລກປ່ຽນວັດທະນະທຳ-ສິລະປະເຖິງການຮ່ວມມືອະນຸລັກຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວ, ຫວຽດນາມ ແລະ ລາວ ພວມສືບຕໍ່ຢືນຢັນສາຍພົວພັນມິດຕະພາບແບບພິເສດ, ຮ່ວມກັນເພື່ອຊຸກຍູ້ບັນດາຄຸນຄ່າແບບຍືນຍົງໃນໄລຍະໃໝ່.
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ.
ຍສໝ - ຕາມບົດບັນທຶກຊ່ວຍຈຳແລ້ວ, ແຕ່ລະປີ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ມອບທຶນສຶກສາປະລິນຍາໂທເຕັມທຶນໃຫ້ແກ່ພະນັກງານແນວລາວສ້າງຊາດ 1 ທຶນ ແລະ ທຶນສຶກສາປະລິນຍາຕີເຕັມທຶນໃຫ້ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ຕອນເຊົ້າວັນທີ 27 ກັນຍາ, ກົມແຫ່ງຊາດ ຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳ ໄດ້ຈັດພິທີມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2025. ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວ ຫວຽດນາມ.
ຍສໝ - ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ.
ຍສໝ - ແຕ່ວັນທີ 10-12 ຕຸລາ 2025, ຢູ່ກຳແພງພະລາຊະວັງທັງລອງ , ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງ “ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ”. ນີ້ແມ່ນເຫດການການທູດວັດທະນະທຳສຳຄັນຂອງຫວຽດນາມ ໃນປີ 2025, ໂດຍມີຄວາມໝາຍເປັນພິເສດໃນການເຊີດຊູບັນດາຄຸນຄ່າວັດທະນະທຳທີ່ຫຼາກຫຼາຍ, ເພີ່ມທະວີການແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບລະຫວ່າງຫວຽດນາມ ແລະ ເພື່ອນມິດສາກົນ.
ຍສໝ - ແຕ່ວັນທີ 3-5 ຕຸລານີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານບຸນວັດທະນະທຳໂລກຄັ້ງທຳອິດຈະດຳເນີນໄປດ້ວຍການເຂົ້າຮ່ວມຂອງ 48 ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ສູນວັດທະນະທຳຕ່າງປະເທດປະຈຳຫວຽດນາມ. ນີ້ແມ່ນຂໍ້ລິເລີ່ມໃໝ່ເພື່ອຢັ້ງຢືນບົດບາດຂອງວັດທະນະທຳໃນການເຊື່ອມຕໍ່ມະນຸດ, ຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຍສໝ - ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ: ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.