| ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ | |
| ຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ໄທ |
ໃນລະຫວ່າງວັນທີ 27 ຫາ ວັນທີ 29 ພຶດສະພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anutin Charnvirakul ແລະ ພັນລະຍາ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ກ່ອນການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ (Phạm Việt Hùng) ໄດ້ເນັ້ນໜັກວ່າ ຈຸດເດັ່ນອັນສຳຄັນທີ່ສຸດຂອງການຢ້ຽມຢາມຄັ້ງນີ້ ແມ່ນການເດີນທາງໄປຢ້ຽມຢາມປະເທດໄທເປັນຄັ້ງທຳອິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ໃນຊ່ວງການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະទេດ ໂຕເລິມ ຈະມີການເຂົ້າຮ່ວມການພົບປະ ແລະ ເຈລະຈາຮ່ວມກັບບັນດາຜູ້ນຳລະດັບສູງສຸດຂອງໄທ. ບັນດາການພົບປະຕິດຕໍ່ເຫຼົ່ານີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ຕໍ່ກັບການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ, ທັງເປັນການສ້າງປະຖົມປັດໄຈ ແລະ ຮາກຖານອັນໝັ້ນຄົງ ໃຫ້ແກ່ບັນດາອົງການຈັດຕັ້ງ ແລະ ປະຊາຊົນສອງປະເທດ ໃນການສືບຕໍ່ຊຸກຍູ້ການຮ່ວມມື ແລະ ການແລກປ່ຽນພົບປະໃນໄລຍະຕໍ່ໜ້າ.
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026. (ພາບ: ທົ້ງຍັດ/TTXVN) |
ຕາມການໃຫ້ຮູ້ຂອງທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຕື່ມອີກວ່າ, ການຢ້ຽມຢາມປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ ແມ່ນຖືກຈັດຂຶ້ນຖືກຕ້ອງກັບປີທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1976 – 2026). ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ ຈະເປັນໂອກາດເພື່ອໃຫ້ຜູ້ນຳລະດັບສູງສຸດຂອງສອງປະເທດ ໄດ້ຮ່ວມກັນຫວນຄືນເຖິງເສັ້ນທາງໃນຊ່ວງ 50 ປີທີ່ຜ່ານມາ, ພ້ອມທັງເປີດໂອກາດໃໝ່ໆ, ສ້າງກຳລັງດັນໃໝ່ ແລະ ແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນຮ່ວມມືພັດທະນາ ຂອງສອງປະເທດໃນອະນາຄົດ.
ເນື່ອງໃນໂອກາດນີ້, ບັນດາວິສາຫະກິດຂອງ ຫວຽດນາມ ແລະ ໄທ ຈະມີການພົບປະ, ຕິດຕໍ່ ແລະ ຮ່ວມແລກປ່ຽນ ເພື່ອຊອກຫາໂອກາດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການລົງທຶນ, ການຄ້າ, ກໍຄືຂົງເຂດເສດຖະກິດອື່ນໆ.
ພ້ອມກັນນັ້ນ ໃນຊ່ວງການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີການພົບປະຮ່ວມກັບຄະນະພີ່ນ້ອງຮ່ວມຊາດ (ກ່ຽວພານ) ທີ່ອາໄສຢູ່ປະເທດໄທ, ເພື່ອຮັບຟັງຄວາມມຸ່ງມາດປາດຖະໜາ ແລະ ສະພາບຈິດໃຈຂອງພີ່ນ້ອງຮ່ວມຊາດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ທີ່ມີຕໍ່ກັບຄະນະຊຸມຊົນຄົນຫວຽດນາມ ຢູ່ຕ່າງປະເທດ.
| ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ. ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ. |
| ຫວຽດນາມ ຮຽກຮ້ອງ ໄທ ແລະ ກຳປູເຈຍແກ້ໄຂຄວາມຂັດແຍ່ງກັນດ້ວຍວິທີສັນຕິພາບ ຍສໝ - ຕໍ່ໜ້າການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຊາຍແດນໄທ - ກຳປູເຈຍ, ວັນທີ 24 ກໍລະກົດ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ສອງຝ່າຍຈົ່ງອົດກັ້ນ, ບໍ່ໃຊ້ກຳລັງ, ແກ້ໄຂການພິພາດດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ຈິດໃຈສາມັກຄີອາຊຽນ. |
