ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຍສໝ - ບັນດາບໍລິສັດທ່ອງທ່ຽວອິນເດຍ ທີ່ຈ່ອງສະຖານທີ່ທ່ອງທ່ຽວຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນ 500% ເມື່ອທຽບໃສ່ປີ 2019.

ເຊີດຊູ 20 ວິສາຫະກິດທີ່ບັນລຸມາດຕະຖານວັດທະນະທຳວິສາຫະກິດຫວຽດນາມ

ເຊີດຊູ 20 ວິສາຫະກິດທີ່ບັນລຸມາດຕະຖານວັດທະນະທຳວິສາຫະກິດຫວຽດນາມ

ຍສໝ - ຕອນບ່າຍວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຫະສະມາຄົມພັດທະນາວັດທະນະທຳວິສາຫະກິດຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວໄດ້ຈັດຕັ້ງເວທີປາໄສແຫ່ງຊາດປະຈໍາປີດ້ວຍຫົວຂໍ້ “ວັດທະນະທຳກັບວິສາຫະກິດ” ຄັ້ງທີ 4 ແລະລາຍການພິຈາລະນາ, ຮັບຮອງ “ວິສາຫະກິດບັນລຸມາດຕະຖານວັດທະນະທຳວິສາຫະກິດຫວຽດນາມ” ປີ 2024.

ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP13 ແລະກອງປະຊຸມ MOP36 ກ່ຽວກັບການປົກປ້ອງຊັ້ນ ໂອໂຊນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP13 ແລະກອງປະຊຸມ MOP36 ກ່ຽວກັບການປົກປ້ອງຊັ້ນ ໂອໂຊນ

ຍສໝ - ແຕ່ວັນທີ 27 ຕຸລາ ຫາວັນທີ 1 ພະຈິກ, ກອງປະຊຸມຄັ້ງທີ 13 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ວຽນນາ ກ່ຽວກັບການປົກປ້ອງຊັ້ນໂອໂຊນ (COP13), ກອງປະຊຸມຄັ້ງທີ 36 ຂອງບັນດາຝ່າຍເຂົ້າຮ່ວມອະນຸສັນຍາ Montreal ກ່ຽວກັບທາດທີ່ເຮັດຊັ້ນໂອໂຊນຫຼຸດລົງ (MOP36) ແລະກອງປະຊຸມສຳມະນາກ່ຽວກັບການຄຸ້ມຄອງວົງຈອນຊີວິດຂອງທາດເຢັນ ໄດ້ຈັດຂຶ້ນຢູ່ຫໍປະຊຸມ ສະຫະປະຊາຊາດ ບາງກອກ, ປະເທດໄທ.

ແນວໂຮມປະເທດຊາດຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຫວຽດນາມ - ອິນເດຍ

ແນວໂຮມປະເທດຊາດຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຫວຽດນາມ - ອິນເດຍ

ຍສໝ - ໃນລະຫວ່າງວັນທີ 7-11 ພະຈິກ, ຄະນະປະຕິບັດງານຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການໃຫຍ່ ໄປຢ້ຽມຢາມ ແລະເຮັດວຽກຢູ່ອິນເດຍ ເພື່ອຊອກຮູ້ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດ.

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ

ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ​ພົບປະແລກປ່ຽນ​ວັດທະນະທຳ​ ແລະ ໂຄສະນາການທ່ອງທ່ຽວ​ ​ກວາງຊີ, ຈີນ” ​ໄດ້​ໄຂ​ຂຶ້ນ​ຢູ່​ ຮ່າ​ໂນ້ຍ, ເຊິ່ງ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ​ຫວຽດນາມ - ຈີນ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

ສ້າງເງື່ອນໄຂໃຫ້ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນ

ສ້າງເງື່ອນໄຂໃຫ້ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ທັນວາ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ຍີ່ປຸ່ນ ​ຢ່າງ​ເປັນ​ທາງ​ການ, ທ່ານ ເຈີ່ນແທັງເມິ້ນ ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ມີ​ການ​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ ຫວຽດນາມ ປະຈຳ ​ໂຕ​ກຽວ. ທີ່​ການ​ພົບ​ປະ, ທ່ານ​ໃຫ້ຮູ້ວ່າ ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ອົງການ​ຜູ້ຕາງໜ້າ​ຂອງ​ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ປະກອບສ່ວນໃຫ້ແກ່ປະຊາຄົມສາກົນ ເພື່ອຍົກສູງຖານະທີ່ຕັ້ງຂອງຫວຽດນາມ

ປະກອບສ່ວນໃຫ້ແກ່ປະຊາຄົມສາກົນ ເພື່ອຍົກສູງຖານະທີ່ຕັ້ງຂອງຫວຽດນາມ

ຍສໝ - ບັນດາການປະກອບສ່ວນຂອງຫວຽດນາມ ກ່ອນອື່ນໝົດໄດ້ສະແດງໃຫ້ເຫັນຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຊອກຫາມາດຕະການໃຫ້ແກ່ບັນດາບັນຫາເຊິ່ງ ສປຊ - ອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ-ກໍ່ຄືບັນດາອົງການພາກພື້ນ ແລະສາກົນທີ່ມີຄວາມເອົາໃຈໃສ່.

ປະທານ​ປະ​ທານ VUFO ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ​ການ​ນຳ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ

ປະທານ​ປະ​ທານ VUFO ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ​ການ​ນຳ​ສະມາຄົມ​ແລກປ່ຽນ​ສາກົນ​ຈີນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ທັນວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ຢີ່ບິງຊ່ຽນ, ຮອງ​ຫົວໜ້າກຳມະການ ຄະນະ​ປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ​ຊຸດ​ທີ XIII, ປະທານ​ສະມາຄົມການ​ພົບປະແລກ​ປ່ຽນ​ສາ​ກົນ​ ຈີນ (CAFIU).

ດ່າລາດ - Chuncheon: ແລກປ່ຽນວັດທະນະທຳ, ເຊື່ອມຕໍ່ນ້ຳໃຈມິດຕະພາບ

ດ່າລາດ - Chuncheon: ແລກປ່ຽນວັດທະນະທຳ, ເຊື່ອມຕໍ່ນ້ຳໃຈມິດຕະພາບ

ຍສໝ - ຕອນ​ຄ່ຳ​ວັນ​ທີ 4 ທັນວາ, ຢູ່​ແຂວງ ເລີມດົ່ງ, ໄດ້ດໍາເນີນງານ​​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​​ລະຫວ່າງ 2 ນະຄອນ ດ່າ​ລາດ (ຫວຽດນາມ) ​ແລະ Chuncheon (ສ.​ເກົາຫຼີ). ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ວັນ​ນະຄອນ ດ່າ​ລາດ ​ແລະ ນະຄອນ Chuncheon ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງ 2 ນະຄອນ. ນີ້​ກໍ​ແມ່ນ​ເຫດການ​ຕອບ​ສະ​ໜອງ Festival ​ດອກ​ໄມ້​ດ່າ​ລາດ ​ຄັ້ງ​ທີ X – 2024.

ນາຍທະຫານໜຸ່ມເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ສິງກະໂປ

ນາຍທະຫານໜຸ່ມເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ສິງກະໂປ

ຍສໝ - ໂດຍປະຕິບັດຕາມລາຍການພົວພັນຕ່າງປະເທດ ປີ 2024 ຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນລະຫວ່າງວັນທີ 4-7 ພະຈິກ, ຢູ່ສິງກະໂປ, ນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ມີການເຄື່ອນໄຫວພົບປະແລກປ່ຽນຢ່າງມີຄວາມໝາຍ, ແທດຈິງຫຼາຍຢ່າງກັບນາຍທະຫານໜຸ່ມກໍາລັງປະກອບອາວຸດສາທາລະນະລັດສິງກະໂປ.

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.

ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ

ກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຄູ່ບ້ານທີ່ຢູ່ສອງຝັ່ງຊາຍແດນລະຫວ່າງບ້ານກະຕັງ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ); ບ້ານກະຕູບ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານກະຕູບ 2 (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຂຶ້ນໃນໄຕມາດທີ 4 ປີ 2024.

ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ

ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ

ຍສໝ - ວັນທີ 8 ພະຈິກ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດ ແລະສະຖານທູດ ອົດສະຕາລີ ປະຈໍາ ຫວຽດນາມ ຈັດຕັ້ງລາຍການແລກປ່ຽນບົດຮຽນດ້ວຍຫົວຂໍ້ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ).

ໂຮງໝໍສະໜາມຂັ້ນ 2 ຫວຽດນາມ ເຂົ້າຮ່ວມການນຳສົ່ງຄົນເຈັບທາງອາກາດ

ໂຮງໝໍສະໜາມຂັ້ນ 2 ຫວຽດນາມ ເຂົ້າຮ່ວມການນຳສົ່ງຄົນເຈັບທາງອາກາດ

ຍສໝ - ວັນທີ 8 ພະຈິກ ຕາມເວລາທ້ອງຖິ່ນ, ໂຮງໝໍສະໜາມຂັ້ນ 2 ເລກ 6 ຂອງຫວຽດນາມ ໄດ້ເຂົ້າຮ່ວມການນຳສົ່ງຄົນເຈັບເພດຍິງ ສັນຊາດເຄນຍາ ທີ່ຖືພາລູກແຝດ ນ້ຳຄາວປາແຕກກ່ອນ ແລະມີຄວາມສ່ຽງເກີດລູກກ່ອນກຳນົດສູງທີ່ສຸດ.

ການຮ່ວມມືຫວຽດນາມ-ສິງກະໂປ, ແບບຢ່າງແຫ່ງການສໍາເລັດຜົນ

ການຮ່ວມມືຫວຽດນາມ-ສິງກະໂປ, ແບບຢ່າງແຫ່ງການສໍາເລັດຜົນ

ຍສໝ - ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 1-3 ທັນວາ, ປະໂຫຍກທີ່ສອງຝ່າຍໄດ້ກ່າວຫຼາຍກວ່າໝູ່ແມ່ນ “ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືພັດທະນາ”, “ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນ”.

ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ຫວຽດນາມ - ລາວ: ຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່ເຂດ​ຊາຍ​ແດນ

ຍສໝ​ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພ, ອະທິປະ​ໄຕຄວາມໝັ້ນຄົງເຂດຊາຍ​ແດນ, ຫຼັກ​ໝາຍ​ຂອງ​ແຕ່ລະ​ປະ​ເທດ... ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມແຮງຮ່ວມໃຈປົກ​ປັກ​ຮັກສາ​ປ່າ​ໄມ້, ອະນຸລັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ.

ກິລາ​ເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຫວຽດນາມ - ລາວ - ກຳປູ​ເຈຍ

ກິລາ​ເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຫວຽດນາມ - ລາວ - ກຳປູ​ເຈຍ

ຍສໝ -​ ບັນດາງານ​ແຂ່ງ​ຂັນ​ກິ​ລາ​ໄດ້​ສ້າງ​ສະໜາມທີ່ດີ, ​ຟົດຟື້ນເພື່ອ​ໃຫ້​ປະ​ຊາ​ຊົນ​ຂອງ 3 ປະ​ເທດ​ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ມີ​ການ​ພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມ​ສາ​ມັກ​ຄີ.

ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ

ວິທະຍາໄລການແພດ ຮ່າຕິ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ສປປ ລາວ

ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.