ທີ່ການສົນທະນາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາເຕັກໂນໂລຢີພະລັງງານສະອາດຄື hydrogen, ຖ່ານເກັບພະລັງງານ, ພະລັງງານນິວເຄຼຍ, ກໍ່ຄືບັນດາແຜນການທີ່ຈຳເປັນເພື່ອຊຸກຍູ້ການຫັນເປັນພະລັງງານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ.
ຍສໝ - ເດືອນກໍລະກົດ ແລະ ເດືອນພະຈິກໃນທຸກປີ ແມ່ນຈຸດເວລາບັນດາທົ່ງນາຢູ່ເຂດຮ່ອມພູບັກເຊີນ ກ້າວເຂົ້າສູ່ລະດູເຂົ້າສຸກເຫຼືອງ, ໃນທຸກແຫ່ງຢູ່ຮ່ອມພູລ້ວນແຕ່ຖືກປົກຄຸມດ້ວຍສີເຫຼືອງອາລ່າມ.
ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC, ເອີ້ນຫຍໍ້ ABAC, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານໂດຍຕາງໜ້າ 17 ພື້ນຖານເສດຖະກິດສະມາຊິກ APEC.
ທ່ານເອກອັກຄະລັດຖະທູດ Ory Csaba ຢັ້ງຢືນວ່າ ຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ.
ກຳລັງບົ່ມຊ້ອນພັດທະນາຂຽວຂອງ ຫວຽດນາມ ໄດ້ຮັບການປົວແປງ. ກ່ຽວກັບສາຍສຳພັນລະຫວ່າງການເຕີບໂຕຂຽວ ແລະ FDI, ມີເກືອບ 90% ຈຳນວນວິສາຫະກິດຖືກຖາມ ຖືວ່າ ຫວຽດນາມ ຄວນເພີ່ມທະວີການພັດທະນາຂົງເຂດຂຽວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໊ຽນ ໄດ້ມີການພົບປະເຈລະຈາກັບທ່ານປະທານຄະນະກຳມະການແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດ ກູຍບາ.
ຍສໝ - ທີ່ການພົບປະແລກປ່ຽນໃນເວລາອັນສັ້ນໆ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກເຖິງການປະກອບສ່ວນພິເສດຂອງທ່ານເອກອັກຄະລັດຖະທູດ ອັງກິດ ໃນໄລຍະດຳລົງຕຳແໜ່ງ 4 ປີຢູ່ ຫວຽດນາມ. ຍ້ອນຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ, ການຮ່ວມມືທີ່ເປັນມູນເຊື້ອ ແລະ ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ ແລະ ອັງກິດ ໄດ້ຮັບການພັດທະນາ ແລະ ສະໜິດຕິດພັນກ່ວາເວລາໃດໝົດ.
ຍສໝ - ທ່ານ ເຫີໂຮ້ຮົວ, ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ປະທານເວທີປາໄສປ່ຽນແປງໃໝ່ປະດິດຄິດສ້າງວິທະຍາສາດເຕັກໂນໂລຊີສາກົນໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄົບຄະນະດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ຕາງໜ້າ 20 ກວ່າປະເທດ (ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ໄທ, ມາເລເຊຍ, ລາວ ແລະ ອື່ນໆ).
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ “ໃນຕົວຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດຄືນເພື່ອມີມາດຕະການແກ້ໄຂທີ່ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ-19 ກໍ່ຂຶ້ນ.
ຍສໝ - ມາຮອດປະຈຸບັນ, 5 ກໍາມະການຂະແໜງການສູນກາງ, 2 ຫົວໜ່ວຍຂຶ້ນກັບສະຫະພັນໃຫຍ່ ແລະ 15 ສະຫະພັນແຮງງານຂັ້ນ ແຂວງ ແລະນະຄອນ ຂຶ້ນກັບ ສູນກາງຫວຽດນາມ ໄດ້ມີການພົວພັນຮ່ວມມືກັບກໍາມະບານຂັ້ນທຽບເທົ່າ ຂອງລາວ, ໃນນັ້ນບັນດາແຂວງຊາຍແດນລ້ວນແຕ່ໄດ້ສ້າງຕັ້ງການພົວພັນແລ້ວ ...”.
ຍສໝ - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານລາວ ໄດ້ມີການພົບປະກັບການນຳມະຫາວິທະຍາໄລກຳມະບານ.
ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດແຫ່ງ ສປປ ລາວ ບຸນທອງ ຈິດມະນີ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ງານວາງະແດງຄັ້ງນີ້ ຢາກແນະນຳ ບັນດາພາບຖ່າຍກ່ຽວກັບສາຍພົວພັນ ລາວ - ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ ນັບແຕ່ເມື່ອພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ແກ່ຜູ້ຊົມ ລາວ, ຫວຽດນາມ ແລະ ເພື່ອນມິດສາກົນ.
ຜ່ານເຫດການວັດທະນະທຳຄັ້ງນີ້, ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ແລະ ວັດທະນະທຳ ລາວ
ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
ປີ 2022, ແມ່ນປີມີຄວາມໝາຍສຳຄັນພິເສດ, ແມ່ນປີສາມັກຄີມິດຕະພາບ ລາວ - ຫວຽດນາມ ເປັນຂີດໝາຍບາດລ້ຽວ.
ຍສໝ - ສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ ຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການຊຸກຍູ້ການແລກປ່ຽນການຢ້ຽມຢາມ ແລະ ຊຸກຍູ້ການປະຕິບັດບັນດາໂຄງການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຍສໝ - ກ່າວຄຳເຫັນທີ່ການພົບປະ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - Azerbaijan ຫງວຽນແມ້ງເກື່ອງ ໄດ້ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ Azerbaijan Anar Imanov ທີ່ໄດ້ປະຕິບັດສຳເລັດໜ້າທີ່ດີເລີດໃນໄລຍະເຮັດວຽກຢູ່ຫວຽດນາມ; ທ່ານຕີລາຄາສູງບັນດາການປະກອບສ່ວນອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການພົວພັນມິດຕະພາບຫວຽດນາມ - Azerbaijan.