ຫວຽດ​ນາມ ຕັດ​ສິນ​ໃຈ​ສະ​ກັດ​ກັ້ນ​ໄພ​ຄ້າ​ມະ​ນຸດ

10:14 | 05/08/2022

ບົນພື້ນຖານຖືສິດທິມະນຸດເປັນໃຈກາງ ຂອງບັນດາລັດຖະນະໂຍບາຍ, ໃນຊຸມປີຜ່ານມາ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຍູ້ແຮງວຽກງານປ້ອງກັນ, ຕ້ານການຄ້າມະນຸດ. ທົ່ວລະບົບການເມືອງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ລ້ວນແຕ່ຖືນີ້ແມ່ນໜ້າທີ່ຈຸດສຸມ, ຜັນຂະຫຍາຍດ້ວຍຫຼາຍມາດຕະການຢ່າງ ຂຽວຂາດ ແລະ ຖືນີ້ແມ່ນບັ້ນຕໍ່ສູ້ບໍ່ຜ່ອນສັ້ນຜ່ອນຍາວ. ສິ່ງທີ່ເປັນໜ້າເສຍດາຍແມ່ນ ກະຊວງການຕ່າງປະເທດ ອາເມລິກາ ຮັບຮູ້ບໍ່ຖືກຕ້ອງຕໍ່ຄວາມຕັດສິນໃຈສະກັດກັ້ນການຄ້າມະນຸດຂອງ ຫວຽດນາມ ໃນບົດລາຍງານປະຈຳປີ ກ່ຽວກັບສະພາບການການຄ້າມະນຸດຂອງ 189 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ ທີ່ຫາກໍ່ປະກາດເມື່ອກາງເດືອນກໍລະກົດ ປີ 2022.

ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ໂອ້ລົມເຈລະຈາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ໂອ້ລົມເຈລະຈາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ
ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ທະຫານລາດຕະເວນຢູ່ເຂດຊາຍແດນ (ພາບ: cand.com)
ທະຫານລາດຕະເວນຢູ່ເຂດຊາຍແດນ (ພາບ: cand.com)

ດ້ວຍເສັ້ນຊາຍແດນຍາວ, ພູມີປະເທດທຸລະກັນດານ, ຫວຽດນາມ ຕ້ອງປະເຊີນໜ້າກັບໄພການຄ້າມະນຸດຢ່າງເປັນປະຈຳ. ຕາມກະຊວງຕຳຫຼວດແລ້ວ, ສ່ວນຫຼາຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ ຖືກຂາຍໄປຍັງປະເທດ ທີ່ມີເສັ້ນຊາຍຕິດກັບຫວຽດນາມ, 20% ແມ່ນຂາຍໄປຍັງປະເທດອື່ນຜ່ານທາງບົກ, ທາງການບິນ ແລະ ທາງທະເລ. ນັບແຕ່ ປີ 2011 ມາຮອດປັດຈຸບັນ, ຂະແໜງຕຳຫຼວດໄດ້ກວດກາ, ກອບກູ້ຜູ້ປະສົບເຄາະຮ້າຍຈາກການຄ້າມະໄດ້ຫຼາຍພັນຄົນ.

ໄລ່ສະເພາະໃນ 6 ເດືອນຕົ້ນປີ 2022, ກະຊວງຕຳຫຼວດ ຫວຽດນາມ ໄດ້ກວດພົບ, ສືບສວນ 33 ຄະດີ, ກັກຕົວໄດ້ເປົ້າໝາຍອາດຊະຍາກຳຄ້າມະນຸດໄດ້ 75 ຄົນ. ຈຳນວນຜູ້ປະສົບເຄາະຮ້າຍໄດ້ຮັບ, ກວດກາ, ກອບກູ້, ໜູນຊ່ວຍ ແມ່ນ 66 ຄົນ. ກະຊວງປ້ອງກັນປະເທດ ໄດ້ເພີ່ມທະວີວຽກງານລາດຕະເວນ, ຄວບຄຸມເສັ້ນຊາຍແດນ, ດ່ານຊາຍແດນ, ເຂດ ທະເລຢ່າງເຂັ້ມງວດ ເພື່ອແນໃສ່ພົບເຫັນບັນດາການເຄື່ອນໄຫວນຳເຂົ້າສົ່ງອອກຜິດກົດໝາຍ, ນຳຜູ້ປະສົບເຄາະຮ້າຍຜ່ານຊາຍແດນ ຢ່າງທັນການ. ສ່ວນກະຊວງການຕ່າງປະເທດໄດ້ສົມທົບກັບອົງການຕ່າງໆຢູ່ພາຍໃນປະເທດ ແລະ ຕ່າງປະເທດຢ່າງແໜ້ນແຟ້ນ ເພື່ອກອບກູ້, ກວດກາ, ປົກປ້ອງ ແລະ ນຳເອົາຜູ້ປະສົບເຄາະຮ້າຍຖືກຂາຍກັບຄືນປະເທດຢ່າງປອດໄພ. ຄວາມຈິງນີ້ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ບໍ່ ສົ່ງເສີມອາດຊະຍາກຳຄ້າມະນຸດຄືຄຳກ່າວຫາຂອງກະຊວງການຕ່າງປະເທດ ອາເມລິກາ ກ່ຽວກັບສະພາບການການຄ້າມະນຸດຢູ່ຫຼາຍປະເທດໃນໂລກ. ກ່ຽວກັບສິ່ງນີ້, ທ່ານດັ້ງຊວັນຮົ່ງ, ຫົວໜ້າຫ້ອງການຜູ້ປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານ ຊີ້ແຈ້ງວ່າ:

ລັດ ຫວຽດນາມ ລົງໂທດອາດຊະຍາກຳຄ້າມະນຸດດ້ວຍກົດໝາຍຢ່າງເຂັ້ມງວດ. ບົດລາຍງານຕອນໜຶ່ງກ່ຽວກັບສະພາບການການຄ້າມະນຸດ ຂອງ ອາເມລິກາ ໃນປີນີ້ ກ່ຽວກັບຫວຽດນາມ ແມ່ນຍົກອອກການຕີລາຄາທີ່ຂາດພາວະວິໄສ, ຊ້ຳບໍ່ໜຳແມ່ນຜິດເຂວກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດ.

ໄປພ້ອມກັບການໃຫ້ບຸລິມະສິດຍູ້ແຮງການປະຕິບັດບັນດາໜ້າທີ່, ມາດຕະການລະອຽດໃນການປ້ອງກັນ, ຕ້ານການຄ້າມະນຸດໃນຕົວຈິງ, ຫວຽດນາມ ປັບປຸງລະບົບກົດໝາຍໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງເພື່ອແນໃສ່ຍູ້ໄພການຄ້າມະນຸດໃຫ້ຖອຍໄປ. ວັນທີ 9 ກຸມພາ ປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງສະບັບເລກທີ 193 ວ່າດ້ວຍການອະນຸມັດໂຄງການປ້ອງກັນ, ຕ້ານການຄ້າມະນຸດ ໄລຍະ 2021 – 2025 ແລະ ກຳນົດທິດຮອດປີ 2030. ນັບແຕ່ວັນທີ 1 ມັງກອນ ປີ 2022, ກົດໝາຍວ່າດ້ວຍຊາວຫວຽດນາມ ໄປເຮັດວຽກຢູ່ຕາງປະເທດຕາມສັນຍາປີ 2020 ກໍ່ມີຜົນບັງຄັບໃຊ້ຢ່າງເປັນທາງການເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຖືກຕ້ອງຕາມກົດໝາຍຂອງຜູ້ອອກແຮງງານຢູ່ຕ່າງປະເທດ ແລະ ການປ້ອງກັນຕ້ານການຄ້າມະນຸດ.

ພ້ອມກັບການກໍ່ສ້າງລະບົບກົດໝາຍ ແລະ ປະຕິບັດການເຄື່ອນໄຫວປ້ອງກັນ, ຕ້ານໄພຄ້າມະນຸດໃນຕົວຈິງ, ຫວຽດນາມ ຍັງຍົກສູງປະສິດທິຜົນໃນການຮ່ວມມືກັບສາກົນໃນການປ້ອງກັນ, ຕ້ານການຄ້າມະນຸດຢ່າງບໍ່ຢຸດຢັ້ງ. ໃນສະພາບການສາກົນ, ປັດຈຸບັນ ຫວຽດນາມ ພວມແມ່ນສະມາຊິກຂອງສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທີ່ມີການຈັດຕັ້ງ ຂ້າມຊາດ. ຫວຽດນາມ ກໍ່ເຂົ້າຮ່ວມສົນທິສັນຍາ ອາຊຽນກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ. ພິເສດ, ຫວຽດນາມ ພວມມານະພະຍາຍາມ ປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ (GCM) ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການອົບພະຍົບຢ່າງໂປ່ງໄສ, ສະກັດກັ້ນຄວາມສ່ຽງການຄ້າມະນຸດ ຄົນໃນການເຄື່ອນໄຫວອົບພະຍົບສາກົນ.

ສິ່ງທີ່ເປັນໜ້າເສຍຫາຍນັ້ນແມ່ນຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການຄ້າມະນຸດຂອງ ຫວຽດນາມ ຍັງບໍ່ໄດ້ຮັບການຮັບຮູ້ຢ່າງຮອບດ້ານ, ຖືກຕ້ອງ ເມື່ອຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ອາເມລິກາໄດ້ຍົກອອກ ບົດລາຍງານປີ 2022 ກ່ຽວກັບສະພາບການຄ້າມະນຸດໃນໂລກ, ໃນນັ້ນມີ ຫວຽດນາມ ແລະ ບາງປະເທດອື່ນ. ຕາມທ່ານດັ້ງຊວັນຮົ່ງແລ້ວ, ບົດລາຍງານປີ 2022 ກ່ຽວກັບສະພາບການການຄ້າມະນຸດໃນໂລກຂອງ ກະຊວງການຕ່າງປະເທດ ອາເມລິກາ ມີບັນດາຂໍ້ມູນ “ບໍ່ຊັດເຈັນ, ບໍ່ສ່ອງແສງຢ່າງຄົບຖ້ວນ ແລະ ຖືກຕ້ອງກ່ຽວກັບສະພາບການ ແລະ ຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການຄ້າມະນຸດຂອງ ຫວຽດນາມ”. ທ່ານໃຫ້ຮູ້ວ່າ:

ບັນດາຂໍ້ມູນຂ່າວສານໂດຍຝ່າຍ ອາເມລິກາ ນຳໃຊ້ເພື່ອສ້າງບົດລາຍງານແມ່ນສືບຕໍ່ເກັບກຳມາຈາກບັນດາແຫຼ່ງຂ່າວທີ່ບໍ່ເປັນທາງການ ຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ບໍ່ມີເຈດຕະນາດີຕໍ່ ຫວຽດນາມ ຄືອົງການ “ຕິດຕາມສິດທິມະນຸດ - HRW”, ອົງການ “ຄະນະກຳມະການກອບກູ້ຜູ້ຂ້າມທະເລ (BPSOS)”, ອົງການການກໍ່ການຮ້າຍ ຫວຽດເຕິນ…ການຕີລາຄາຂອງ ຝ່າຍອາເມລິກາແມ່ນ ບໍ່ມີບ່ອນອີງ, ປະຕິເສດທຸກຄວາມມານະພະຍຍາມ ຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຂະບວນການປ້ອງກັນ, ຕ້ານການຄ້າມະນຸດ, ກ້າວໄປເຖິງການລົບລ້າງສະພາບການຄ້າມະນຸດຢູ່ ຫວຽດນາມ. ເລື່ອງ ອາເມລິກາ ພ້ອມກັບບັນດາກຳລັງທີ່ເປັນປໍລະປັກນຳໃຊ້ບັນຫາການຄ້າມະນຸດເພື່ອຕຳໜິຕິຕຽນ, ເສກສັນປັ້ນແຕ່ງສະພາບ ສິດທິມະນຸດ ຢູ່ຫວຽດນາມ ແມ່ນການກະທຳແຊກແຊງເຂົ້າວຽກງານພາຍໃນ ຂອງ ຫວຽດນາມ, ລະເມີດກົດຫມາຍສາກົນ.

ການຄ້າມະນຸດໂດຍ ສປຊ ກຳນົດແມ່ນໜຶ່ງໃນ 4 ປະເພດອາດຊະຍາກຳທີ່ອັນຕະລາຍທີ່ສຸດ, ໄດ້ເອົາເຂົ້າມຮໂຄງການປ້ອງກັນ, ຕ້ານອາດຊະຍາກຳທົ່ວໂລກ. ຢູ່ຫວຽດນາມ, ໄດ້ເລືອກເອົາວັນທີ 30 ກໍລະກົດຂອງທຸກປີ ແມ່ນວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ. ໃນໂອກາດນີ້, ວັນທີ 18 ກໍລະກົດ ປີ 2022, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ໄດ້ລົງນາມລະບຽບການສົມທົບກັນໃນວຽກງານຕ້ອນຮັບ, ປົກປ້ອງ ແລະ ໜູນຊ່ວຍຜູ້ປະສົບເຄາະຮ້າຍຖືກຂ້າຍໄປຍັງຕ່າງປະເທດ. ນີ້ແມ່ນຂີດໝາຍສຳຄັນ, ເຊິ່ງຢັ້ງຢືນຄວາມມານະພະຍາຍາມ ແລະ ຕັດສິນໃຈລວມໃນວຽກງານປ້ອງກັນ, ຕ້ານ ອາດຊະຍາກຳການຄ້າມະນຸດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ, ແກ້ໄຂຂໍ້ຈຳກັດ, ຂໍ້ຕິດຂັດໃນການສົມທົບກັນຜັນຂະຫຍາຍວຽກງານດັ່ງກ່າວໃນຕົວຈິງ. ການປະກາດໃຊ້ລະບຽບການເປັນການສົ່ງສານຢ່າງແຮງ ກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຍົກສູງ ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດກ່ວາອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.