ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ໂອ້ລົມເຈລະຈາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ

12:17 | 03/08/2022

ຍສໝ - ວັນທີ 1 ສິງຫາ, ກອງປະຊຸມຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ).

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ປະຫວັດສາດ​ໂລກ
ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ໂອ້ລົມເຈລະຈາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ
ຫວຽດ​ນາມ ຢັ້ງ​ຢືນ​ຕ້ອງ​ໂອ້ລົມເຈລະຈາເພື່ອ​ແນ​ໃສ່​ຢຸດ​ຕິ​ໄພ​ພິ​ບັດ​ນິວ​ເຄຼຍ​ໃນ​ໂລກ. ພາບ: VOV

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມຫງອກ ຢັ້ງຢືນວ່າ ແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ຊຸກຍູ້ຄວາມດຸ່ນດ່ຽງຢູ່ທັງ 3 ເສົາຄ້ຳຂອງ ສົນທິສັນຍາ ນັ້ນແມ່ນ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຮຽກຮ້ອງໃຫ້ບັນດາປະເທດລົບລ້າງອາວຸດນິວເຄຼຍ ແລະ ເນັ້ນໜັກເຖິງສິດຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ.

ທ່ານຮອງລັດຖະມົນຕີການຕ່າງປະເທດຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບຕໍ່ພັນທະຕ່າງໆໃນຂອບເຂດສົນທິສັນຍາ NPT ກໍຄືບັນດາຄຳໝັ້ນສັນຍາສາກົນອື່ນທີ່ສຳຄັນໃນຂົງເຂດນີ້, ໃນນັ້ນ ມີການຊຸກຍູ້ສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ) ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບຢູ່ພາກພື້ນ ແລະ ສາກົນ.

ໄປຄຽງຄູ່ກັນນັ້ນ, ບັນດາປະເທດຕ້ອງສະຫງວນແຫຼ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີນິວເຄຼຍ ແນໃສ່ຮັບມືກັບສິ່ງທ້າທາຍສາກົນຕ່າງໆໃນປັດຈຸບັນ ເປັນຕົ້ນແມ່ນ ວິກິດການດ້ານສະບຽງອາຫານ ແລະ ພະລັງງານ, ສາທາລະນະສຸກ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມ NPT ຄັ້ງນີ້ ດຳເນີນແຕ່ວັນທີ 1 ຫາວັນທີ 26 ສິງຫາ ຈຶ່ງອັດລົງ.

ໄຊພອນ

ເຫດການ
302 Found

Found

The document has moved here.