ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ

12:13 | 03/08/2022

ຍສໝ - ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຢັ້ງຢືນວ່າ: ປະຊາຊົນກຳປູເຈຍ ຍາມໃດກໍ່ຈາລຶກການໜູນຊ່ວຍ ແລະ ເສຍສະຫຼະເລືອດເນື້ອອັນຍິ່ງໃຫຍ່ຂອງບັນດານັກຊ່ຽວຊານ ແລະ ນັກຮົບອາສາສະໝັກ ຫວຽດນາມ.

ການ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 4 ການ​ສົນ​ທະ​ນາ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 4
ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ
ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ
ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ. ພາບ: VOV

ວັນທີ 1 ສິງຫາ, ຢູ່ ພະນົມເປັນ, ກ່າວຄຳເຫັນທີ່ການເຮັດວຽກກັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໂດຍທ່ານນາງ ຫງວຽນທິແທັງ ຫົວໜ້າຄະນະຜູ້ແທນປະຕິບັດງານ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນຳໜ້າ ທີ່ພວມມີການຢ້ຽມຢາມຢູ່ກຳປູເຈຍ, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ຢັ້ງຢືນວ່າ: ປະຊາຊົນກຳປູເຈຍ ຍາມໃດກໍ່ຈາລຶກການໜູນຊ່ວຍ ແລະ ເສຍສະຫຼະເລືອດເນື້ອອັນຍິ່ງໃຫຍ່ຂອງບັນດານັກຊ່ຽວຊານ ແລະ ນັກຮົບອາສາສະໝັກ ຫວຽດນາມ ເມື່ອຮ່ວມມືກັບກອງທັບ ແລະ ປະຊາຊົນກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດຂະແມແດງ ປີ 1979.

ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ໄດ້ເນັ້ນໜັກວ່າ: ຫວຽດນາມ - ກຳປູເຈຍ ແມ່ນອ້າຍນ້ອງ, ບ້ານໃກ້ເຮືອນຄຽງ ແລະ ຮ່ວມແມ່ນ້ຳຂອງ. ສາຍພົວພັນມິດຕະພາບຍຸດທະສາດ ແລະ ເປັນມູນເຊື້ອລະຫວ່າງສອງຊາດຈະຍືນຍົງຄົງຕົວຕະຫຼອດການ, ບໍ່ມີຫຍັງສາມາດຕັດແຍກອອກຈາກກັນໄດ້. ສອງປະເທດ ໄດ້ພ້ອມກັນຜ່ານຜາບັນດາບັ້ນຕໍ່ສູ້ເພື່ອແນໃສ່ປົກປັກຮັກສາເອກະລາດ ແລະ ສັນຕິພາບ. ສາຍພົວພັນນີ້ ພວມນັບມື້ນັບພັດທະນາ, ພິເສດໃນໄລຍະມໍ່ໆມານີ້ ເມື່ອສອງປະເທດລ້ວນແຕ່ມີສັນຕິພາບ, ສະຖຽນລະພາບ ແລະ ຍາດໄດ້ຜົນງານອັນຍິ່ງໃຫຍ່ຫຼາຍຢ່າງໃນການຮ່ວມມືໃນທຸກຂົງເຂດ.

ທ່ານນາງ ຫງວຽນທິແທັງ ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບກຳປູເຈຍ ເພື່ອປົກປັກຮັກສາ, ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ມູນເຊື້ອສາມັກຄີ, ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດຢ່າງບໍ່ຢຸດຢັ້ງ.

ໄຊພອນ

ເຫດການ
302 Found

Found

The document has moved here.