ຄ້າຍລະດູແລ້ງຫວຽດນາມ 2022: ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ ຜ່ານ​ການ​ປະ​ກວດ​ເລົ່າ​ນິ​ທານ

13:22 | 01/08/2022

ຍສໝ - ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ງານ​ປະ​ກວດ​ເລົ່າ​ນິທານ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃຫ້ຊາວ​ໜຸ່ມ, ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມຄ້າຍລະດູແລ້ງຫວຽດນາມ ​ແລະ ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ.

ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ

ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ ຫາກໍ່​ສົມທົບ​ກັບ​ພະ​ແນກ​ການ​ຕ່າງ​ປະ​ເທດ, ຄະນະ​ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽນ​ເຫ້ວ ຈັດ​ຕັ້ງ​ການ​ປະ​ກວດເລົ່າ​ນິ​ທານ​ດ້ວຍພາສາຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຄ້າຍລະດູແລ້ງຫວຽດນາມ 2022 ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 108 ຄົນ​ທີ່​ມີ​ອາຍຸ​ແຕ່ 16-24 ປີ, ຕາງໜ້າ​ໃຫ້​ລຸ້ນໜຸ່ມ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດທີ່​ກັບ​ຄືນ​ມາ​ຈາກ 25 ປະ​ເທດ.

ຄ້າຍລະດູແລ້ງຫວຽດນາມ 2022: ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ ຜ່ານ​ການ​ປະ​ກວດ​ເລົ່າ​ນິ​ທານ
ຄ້າຍລະດູແລ້ງຫວຽດນາມ 2022: ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ ຜ່ານ​ການ​ປະ​ກວດ​ເລົ່າ​ນິ​ທານ. ພາບ: thuathienhue.gov.vn.

​ເຂົ້າ​ຮ່ວມ​ການປະກວດ​ໃນ​ຕອນ​ຄ່ຳ​ວັນ​ທີ 26 ກໍລະກົດ, ມີ​ຊາວ​ໜຸ່ມ ​ແລະນັກ​ສຶກສາ​ຫວຽດນາມ ຢູ່​ຕ່າງປະ​ເທດ 12 ຄົນ​ທີ່​ມາ​ຈາກ​ລັດ​ເຊຍ, ​ໂປ​ໂລຍ, ຣູມາ​ນີ, ຢູ​ແກຼນ, ສາທາລະນະ​ລັດ ເຊັກ, ແບນ​ຊິກ, ລາວ, ​ໄທ ​ແລະ ຊາວ​ໜຸ່ມ​ສູນ​ປົກ​ປ້ອງ​ເດັກ FHF, ເຫ້ວ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ງານ​ປະ​ກວດ​ເລົ່າ​ນິທານ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ໃຫ້ຊາວ​ໜຸ່ມ, ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມຄ້າຍລະດູແລ້ງຫວຽດນາມ ​ແລະ ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ.

ສິ້ນສຸດການປະກວດ, ຄະນະກໍາມະບານໄດ້ມອບ ລາງວັນ​ທີໜຶ່ງ 1 ລາງວັນ, ລາງວັນ​ທີ ສອງ 2 ລາງວັນ, ລາງວັນ​ ​ທີ ສາມ 2 ລາງວັນ ແລະ ລາງວັນ​ຊົມ​ເຊີຍ​ 7 ລາງວັນໃຫ້​ບັນດາ​ນັກຮຽນ, ນັກ​ສຶກສາ, ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ທີ່ໄດ້​ຮັບ​ລາງວັນ​ທີ່​ງານ​ປະ​ກວດ.

ຄ້າຍລະດູແລ້ງຫວຽດນາມ 2022 ດຳ​ເນີນ​ໄປ​ໃນ 16 ວັນ ດ້ວຍ​ເສັ້ນທາງ​ຜ່ານ 9 ​ແຂວງ, ນະຄອນ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ 3 ວັນ​ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ.

ບັນດາ​ການ​ເຄື່ອນ​ໄຫວ​ຢູ່ ຄ້າຍລະດູແລ້ງຫວຽດນາມ 2022 ຊ່ວຍ​ໃຫ້​ນັກ​ສຶກສາ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຕົນ, ໄດ້ຮັບການແລກປ່ຽນ​ພາສາ​ຫວຽດນາມ, ພ້ອມທັງສົ່ງເສີມ ແລະ ລະດົມກໍາລັງໃຈຊາວ​ໜຸ່ມຫວຽດນາມ ຢູ່​ຕ່າງປະ​ເທດ​ມານະ​ພະຍາຍາມ​​ໃນ​ການ​ຄົ້ນ​ຄ້ວາ, ຮ່ຳຮຽນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ສະມາຄົມ, ຄະນະຢູ່​ທ້ອງ​ຖິ່ນກ່ວາ​ອີກ​.

ບູນມີ

ເຫດການ
302 Found

Found

The document has moved here.