ຍສໝ - ຕອນບ່າຍວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ຄະນະຜູ້ແທນກົມໃຫຍ່ແຜນການ ແລະ ສັງລວມ, ຫ້ອງການກະຊວງປ້ອງກັນປະເທດລາວ ນຳໂດຍທ່ານ ພັນເອກ ວິລາຕຸ ວົງລາຈິດ, ຮອງຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຜູ້ນຳ ຂອງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ. ທ່ານພົນຈັດຕະວາ ເລດຶກຖ໋າຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຂອງ ທະຫານປ້ອງກັນຊາຍແດນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ.
ຍສໝ - ຕອນເຊົ້າວັນທີ 17 ກັນຍາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ຈັດກອງປະຊຸມແລກປ່ຽນປະສົບການໃນວຽກງານວຽກງານຄຸ້ມຄອງ ໜັງສືເອກະສານ ແລະ ສຳເນົາເອກະສານ ເນື່ອງໃນໂອກາດກະຊວງປ້ອງກັນປະເທດລາວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຮອງປະທານຄະນະກຳມະການປະຊາຊົນແຂວງ ທ່ານນາງ ເລ ຫງັອກ ຮວາ ໄດ້ສະແດງຄວາມຄາດຫວັງວ່າ ກອງປະຊຸມສ່ອງແສງ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ລະຫວ່າງ 8 ແຂວງຂອງຫວຽດນາມ - ລາວ ຄັ້ງທີ 19 ປີ 2019 ຈະດຳເນີນໄປດ້ວຍຄວາມສຳເລັດ, ເປັນຂີດໝາຍ ແຫ່ງການພັດທະນາໃໝ່ ໃນການປະສານສົມທົບກັນເພື່ອປ້ອງກັນ ແລະ ຕ້ານຢາເສບຕິດ ລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ຕອນຄໍ່າວັນທີ 14 ກັນຍາ, ຢູ່ນະຄອນວິງ, ແຂວງເງະອານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງສານປະຊະຊົນຫວຽດນາມ (13-9-1945/13-9-2019), ສານປະຊາຊົນສູງສຸດຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງສານປະຊະຊົນຫວຽດນາມ ແລະ ລາຍການພົບປະແລກປ່ຽນສິລະປະລະຫວ່າງສານປະຊາຊົນສອງປະເທດຫວຽດນາມ-ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ວັນທີ 12 ກັນຍາ, ຢູ່ແຂວງເງ້ອານ, ທ່ານ ຫງວຽນຮ່ວາບິ່ງ, ເລຂາທິການ ຄະນະສູນກາງພັກ, ຫົວໜ້າສານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການພົບປະກັບ ທ່ານຜາແສງດາຣາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ.
ຍສໝ - ວັນທີ 20 ສິງຫາ, ສະຖາບັນຊາວໜຸ່ມ ຫວຽດນາມໄດ້ຈັດຕັ້ງກອງປະຊຸມ ສົນທະນາ “ຄວາມຮັບຜິດຊອບ ແລະ ບົດບາດຂອງຊາວໜຸ່ມ ສອງປະເທດໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີແຫ່ງມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ”.
ຍສໝ - ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດສປປ. ລາວ ບຸນປອນ ບຸດຕະນະວົງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ຍສໝ - ໃນວັນທີ 15 ສິງຫາ, ທີ່ນະຄອນວິງ ແຂວງເງະອານ, ໄດ້ດໍາເນີນກອງປະຊຸມແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນລະຫວ່າງສອງແຂວງເງະອານ ແລະບໍລິຄໍາໄຊ.
ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນປະເທດ, ທ່ານພົນໂທ ເຈີນ ກ່ວາງ ເຝືອງ, ກຳມະການສູນກາງພັກ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບປະຊາຊົນ ໄດ້ຕ້ອນຮັບ ທ່ານພົນຈັດຕະວາ ບຸນລຽນ ແສງພະຈັນ, ຫົວໜ້າກົມການປົກປ້ອງພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ຫວຽດນາມ.
ຍສໝ - ໃນວັນທີ 5 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະຜູ້ແທນຫ້ອງສະໝຸດ ກອງທັບຫວຽດນາມ ນຳ ໂດຍທ່ານນາງ ພັນເອກ ເຈີນ ຖິ ບີກ ເຫ໋ວ - ຜູ້ອຳນວຍການຫໍສະໝຸດ ໄດ້ມີການແລກປ່ຽນກັບຄະນະຜູ້ແທນຫ້ອງສະໝຸດກອງທັບລາວ ນຳພາ ໂດຍ ຜູ້ອຳນວຍການຫ້ອງສະໝຸດ ພັນຕີ ພີມຝ້າ ພານຍາຫຼັກ
ພາຍຫຼັງດໍາເນີນບັນດາການເຄື່ອນໄຫວຢູ່ສອງປະເທດ, ເປັນເວລາ 2 ມື້ (ວັນທີ 29 ແລະ 30 ກໍລະກົດ), ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.
ຍສໝ - ໃນວັນທີ 1 ສິງຫາ, ກອງບັນຊາການທະຫານແຂວງແທງຮວາ, ໄດ້ຈັດຕັ້ງ ຊຸດເຝິກອົບຮົມວຽກງານເສນາທິການພະລາທິການ ແລະ ວຽກງານຄ້າຍທະຫານ ໂດຍກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ. ໄດ້ເຂົ້າຮ່ວມຊຸດເຝິກອົບຮົມ ມີຄະນະພະນັກງານພະລາທິການກອງທັບປະຊາຊົນລາວລວມມີສໍາມະນາກອນ 25 ຄົນ.
ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.
ງານປະກວດ “ສຽງເພງອາຊຽນ +3” ໄດ້ຈັດຂຶ້ນໃນວັນທີ 26 - 28 ກໍລະກົດ 2019 ຢູ່ ນະຄອນຫ້າລອງແຂວງກວ໋າງນີງ ສສ ຫວຽດນາມ.
ຍສໝ - ຕາມສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ, ຮັບຄຳເຊີນຂອງທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າສຳນັກງານນາຍົກ ແຫ່ງ ສປປ ລາວ ເພັດ ພົມພິພັກ, ລັດຖະມົນຕີກະ ຫົວໜ້າຫ້ອງວ່າສຳນັກງານນາຍົກຫວຽດນາມ, ທ່ານ ມາຍ ຕ໋ຽນ ຢຸ໋ງ ເປັນຫົວໜ້ານຳພາຄະນມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນວັນທີ 19-20 ກໍລະກົດ.
ຍສໝ - ໃນວັນທີ 2 ກໍລະກົດ, ຢູ່ແຂວງ ຫຼວງພະບາງ - ລາວ, ໄດ້ຈັດຕັ້ງການພົບປະເຈລະຈາລະຫວ່າງຄະນະປະຕິບັດວຽກງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ - ລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2019, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ໂງ ມິງ ຕຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກົມໂຮງຮຽນ-ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໂດຍທ່ານພັນເອກ ຄຳຕາ ວົງວັນດີ, ຫົວໜ້າກົມເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ -ທ້າຍເດືອນທີ່ຜ່ານມາ, ທີ່ສູນປະຊຸມນະຄອນຫ໋າຍຟ່ອງ, ທ່ານ ຫງວຽນ ດິ່ງ ຈ໋ວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຫ໋າຍ ຟ່ອງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານຂອງລັດຖະບານ ແລະ ສະພາກາແດງລາວ ໂດຍ ທ່ານ ວີໄລພອນ ສີສົມຫວັງ, ຮັກສາການຫົວໜ້າກົມ ສະຫວັດດິການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນຫົວຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫ໋າຍ ຟ່ອງ.
ຍສມ - ຕອບຮັບຄຳເຊີນຂອງ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ, ແຕ່ວັນທີ 30/5-3/6, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະຈັດຄະນະຜູ້ແທນ ປະກອບມີຜູ້ແທນ 10 ທ່ານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ເມື່ອມໍ່ໆມານີ້, ທີ່ກະຊວງປ້ອງກັນຄວາມສະຫງົບ, ກົມຕໍາຫລວດ ກວດຄົນ ເຂົ້າ-ອອກ ເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນ ຄວາມສະຫງົບ ສປປ ລາວ ແລະ ກົມຄຸ້ມຄອງ ການເຂົ້າ-ອອກເມືອງ ກະຊວງ ຕໍາຫລວດ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ.