ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

16:30 | 10/01/2020

ຍສໝ - ຕອນເຊົ້າວັນທີ 9 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.(ພາບ: baophapluat.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຍິ່ງນັບມື້ນັບມີຄວາມລະອຽດ, ມີຄຸນນະພາບ ແລະ ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ. ພ້ອມທັງສະເໜີວ່າ ໃນປີ 2020, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມສຳມະນາຮ່ວມກັນເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ ໃນການເຄື່ອນໄຫວໃນບັນດາຂົງເຂດຂອງ ສະພາແຫ່ງຊາດ ສອງປະເທດ.

ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ອວຍພອນລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ເປັນປະທານອາຊຽນ ແລະ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ລະຫວ່າງ ລັດຖະສະພາ ອາຊຽນ ຄັ້ງທີ 41 (AIPA 41); ພ້ອມທັງ ຢັ້ງຢືນວ່າ ຍາມໃດປະເທດລາວກໍ່ສະໜັບສະໜູນ, ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມເພື່ອໃຫ້ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ປະຕິບັດສຳເລັດຕຳແໜ່ງສຳຄັນໃນປີປະທານອາຊຽນ, ປະທານ AIPA.

ຕອນເຊົ້າວັນທີ 9 ມັງກອນ, ທີ່ຫໍສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນພິທີມອບຫຼຽນກາ, ຫຼຽນໄຊຂອງພັກ, ລັດ ລາວ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະພາແຫ່ງຊາດຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕີລາຄາສູງການຊ່ວຍເຫຼືອອັນລໍ້າຄ່າ, ຈິງໃຈ, ຫາຍາກ, ທັນການ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ນະຄອນ ຫວຽດນາມ ໃນໄລຍະຜ່ານມາ. ສາຍພົວພັນສາມັກຄີແບບພິເສດລະຫວ່າງສະພາແຫ່່ງຊາດ, ບັນດາອົງການຂອງສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ລັດແຫ່ງ ສປປ.ລາວ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ 1, ຊັ້ນ 2, ຊັ້ນ 3, ຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ແກ່ 12 ໝູ່ຄະນະ ແລະ 52 ສ່ວນບຸກຄົນ ທີ່ເຮັດວຽກຢູ່ບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ຍ້ອນມີຜົນງານດີເດ່ັນ; ປະກອບສ່່ວນກໍາລັງເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ ແລະ ສະພາແຫ່ງຊາດຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ພິທີມອບຫຼຽນກາ, ຫຼຽນໄຊໃນມື້ນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດໃນຊຸມວັນຕົ້ນປີໃໝ່, ພາຍຫຼັງທີ່ຫາກໍດໍາເນີນກອງປະຊຸມ ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 42 ສໍາເລັດ ແລະ ບັນລຸໄດ້ໝາກຜົນອັນຈົບງາມ, ເຊິ່ງໄດ້ເປີດອອກບັນດາກາລະໂອກາດໃໝ່ ໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ, ລາວ - ຫວຽດນາມ ນັບມື້ນັບໝັ້ນແກ່ນກວ່າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.