ຍສໝ - ໃນຂອບເຂດການຢ້ຽມຢາມປະຕິບັດງານຢູ່ນະຄອນ ເຫ້ວ (ທາງແຂວງເທື່ອທຽນ ເຫ້ວ), ທ່ານປ.ອ Guido Hildnerເອກອັກຄະລັດຖະທູດ ສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີມອບປຶ້ມຂອງອົງການແລກປ່ຽນສະພາບັນດິດ ເຢຍລະມັນ (DAAD) ທີ່ມີມູນຄ່າ 10.000€ ໃຫ້ແກ່ພະແນກສາກົນ ສັງກັດມະຫາວິທະຍາໄລ ເຫ້ວ.
ປີ 2022 ແມ່ນປີທີ 6 ທີ່ SIBS ໄດ້ຮັບການຈັດຂຶ້ນ. ມາຮອດປັດຈຸບັນ, ນີ້ແມ່ນກອງປະຊຸມສຸດຍອດດຳເນີນທຸລະກິດໃຫຍ່ທີ່ສຸດນັບ ແຕ່ໄດ້ຈັດຂຶ້ນໃນພາກພື້ນ ດ້ວຍຮ້ານວາງສະແດງຂາຍສິນຄ້າ 906 ຮ້ານທີ່ມາຈາກ 24 ປະເທດ, ດຶງດູດການເຂົ້າຮ່ວມຂອງນັກລົງທຶນ ເກືອບ 30.000 ຄົນ.
ຍສໝ - “ຈຸດພິກັດແຫ່ງຄວາມສຸກ” ແມ່ນໂຄງການ travel drama ຫວຽດ ທຳອິດທີ່ໄດ້ຈຳໜ່າຍຢູ່ ຫວຽດນາມ ແລະ ສາກົນ. ນີ້ແມ່ນທ່າອ່ຽງ series ໃໝ່ຫຼັງໂຄວິດ - 19, ເຊິ່ງສະແດງໃຫ້ເຫັນຜົນສຳເລັດຂອງບັນດາ series ທີ່ມີຊື່ສຽງຄື "Hometown Cha Cha Cha".
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຍສໝ - ວັນທີ 19 ເມສາ ທີ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສັຍອົງຄະ ແລະ ກິດຈະການສັງຄົມ ສົມທົບກັບໂຄງການເຄື່ອນຍ້າຍຖິ່ນຖານຢ່າງປອດໄພ ແລະ ສະເໝີພາບ (Safe and Fair) ຈັດກອງປະຊຸມສຳມະນາລະດັບຊາດ ກ່ຽກັບການນຳໃຊ້ຄຳແນະນນຳຂອງອາຊຽນກ່ຽວກັບການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ.
ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ, ວັນທີ 17 ທັນວາ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມທາງໂທລະດັບກັບເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ຍສໝ - ກ່າວຄຳເຫັນໄຂ Festival Startup 2022, ທ່ານ ຟ້າມເຕິນກົງ, ປະທານ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ເນັ້ນໜັກວ່າ ໃນທ່າອ່ຽງລວມຂອງໂລກ, ປີ 2021, ຫວຽດນາມ ກໍປະເຊີນໜ້າກັບຄວາມຫຍຸ້ງຍາກນາໆປະການ ແລະ ໂລກລະບາດໂຄວິດ - 19 ທີ່ມີການຜັນແປຢ່າງສັບສົນ.
ຍສໝ - ການຕີລາຄາຜົນກະທົບຂອງນະໂຍບາຍມີຄວາມໝາຍສຳຄັນ, ຊ່ວຍໃຫ້ບັນດາອົງການທີ່ມີອຳນາດເລືອກເອົາໄດ້ບັນດານະໂຍບາຍທີ່ດີທີ່ສຸດ, ເໝາະສົບກັບພຶດຕິກຳຕົວຈິງ.
ພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຖືກຈັດຂຶ້ນຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 25 ສິງຫາ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.
ຍສໝ - ທ່ານ ຫງວຽນດິ່ງຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລຍະຈະມາເຖິງ, ຜົນສະທ້ອນຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້າລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳເນີນທຸລະກິດ.
ຍສໝ - ສັບປະດາວັດທະນະທຳການທ່ອງທ່ຽວ 6 ແຂວງທາງທິດເໜືອຫວຽດນາມ ແລະ ນະຄອນຮ່າໂນ້ຍ ປີ 2022 ຈະດຳເນີນໃນລະຫວ່າງວັນທີ 15 – 17 ເມສາ ຢູ່ສວນສາທາລະນະລີທ໊າຍໂຕ, ນະຄອນຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການນອນໃນລາຍການ “ຜ່ານບັນດາເຂດມໍລະດົກ ທາງທິດເໜືອ ຫວຽດນາມ” ທີ່ໄດ້ຈັດຕັ້ງປະຈຳປີ ດ້ວຍການເຂົ້າຮ່ວມຂອງບັນດາແຂວງຄື: ຮ່າຢາງ, ຕວຽນກວາງ, ທ໊າຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນ.
ຍສໝ - ມີແມ່ຍິງຊົນເຜົ່າ ເຮີເຣ ຄົນໜຶ່ງຢູ່ດິນແດນເຕືອງເຢືອງ, ແຂວງເງະອານ ພວມມີຄວາມຫວັງຢາກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຄົນລຸ້ນຫຼັງ. ນັ້ນແມ່ນນັກສິລະປະປິນດີເດັ່ນ ດິງທິມິງງວຽດ.
ເທື່ອທຽນ - ເຫວ້ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ.
ຍສໝ - ເປັນຄັ້ງທຳອິດ, ຄະນະຜູ້ແທນວິສາຫະກິດຫວຽດນາມ ເກືອບ 20 ຄົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການຄ້າໂດຍກົງກັບບັນດາວິສາຫະກິດ, ລະບົບຈຳໜ່າຍ, ຮ້ານຄ້າຂາຍຍ່ອຍ ແລະ ຜູ້ນຳເຂົ້າຢູ່ ໂຄລົມບີ ແລະ ຈີເລ.
ຍສໝ - ເຫດການນີ້ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ທົ່ວປະເທດ ເຢຍລະມັນ ໄດ້ເພີ່ມທະວີຄວາມສາມັກຄີ, ແບ່ງປັນປະສົບການ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮ່ຳຮຽນ, ຄົ້ນຄ້ວາ ແລະ ໃນຊີວິດ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັ້ກເຖິງທັດສະນະຂອງ ຫວຽດນາມ, ນັ້ນແມ່ນ ຫວຽດນາມ ມີຄວາມຫວັງວ່າ ທຸກປະເທດ, ຊົນຊາດໃນໂລກ ລ້ວນແຕ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງສະເໝີພາບ. ຫວຽດນາມ ມີຄວາມຫວັງຢາກກາຍເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດ.
ຍສໝ - ສະຫະພັນແມ່ຍິງແຂວງ ຝູເຖາະ (ຫວຽດນາມ) ຫາກໍ່ມອບເຮືອນແຫ່ງຄວາມຮັກແພງໃຫ້ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 2 ບ້ານຂຶ້ນກັບເມືອງ ຫຼວງນ້ຳທາ, ແຂວງ ຫຼວງນ້ຳທາ (ລາວ).
ຍສໝ - ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ພົ້ນເດັ່ນຂອງ 2 ຊາດ ຫວຽດນາມ ແລະ ລາວ, ພ້ອມກັນຢ້ຽມຊົມຮ້ານວາງສະແດງໜັງສືຫວຽດເດີມ, ຜະລິດຕະພັນ, ສິນຄ້າຂອງ ສອງປະເທດ.
ຍສໝ - ຕອນເຊົ້າວັນທີ 16 ກໍລະກົດ, ທ່ານນາງ ຫງວຽນທິກິມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະປະຕິບັດງານໄດ້ມີການເຮັດວຽກ ຢູ່ ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ (Viettel) ກ່ຽວກັບສະພາບການຜະລິດດຳເນີນທຸລະກິດກໍ່ຄືຢຸດທະສາດພັດທະນາຂອງກຸ່ມບໍລິສັດ ໂດຍມີການເຂົ້າຮວມຂອງ ທ່ານພົວເອກ ໂງຊວັນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.