ລັດຖະບານຍີ່ປຸ່ນ ຊ່ວຍເຫລືອການບໍລິການ ສຸຂະພາບແມ່ ແລະ ເດັກ ຢູ່ ແຂວງຜົ້ງສາລີ
ຕົ້ນອາທິດທີ່ຜ່ານມາ, ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນສັນຍາໂຄງການ ບໍລິການສຸຂະພາບແມ່ ແລະ ເດັກ ຢູ່ແຂວງ ຜົ້ງສາລີ ໄລຍະ 3 ມູນຄ່າ 355.775 ໂດລາສະຫະລັດ.
ຕົ້ນອາທິດທີ່ຜ່ານມາ, ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນສັນຍາໂຄງການ ບໍລິການສຸຂະພາບແມ່ ແລະ ເດັກ ຢູ່ແຂວງ ຜົ້ງສາລີ ໄລຍະ 3 ມູນຄ່າ 355.775 ໂດລາສະຫະລັດ.
ຍສໝ - ປະເທດຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ 6ປະເທດທີ່ມີແມ່ນຳ້ຂອງ-ລ້ານຊ້າງ (ພາສາຈີນ) ໄຫຼຜ່ານບໍ່ພຽງແຕ່ເປັນແຫຼ່ງກຳເນີດຂອງວັດທະນະທຳອັນເປັນເອກກະລັກ, ຄ້າຍເຄືອງກັນ ແຕ່ຍັງສ້າງສາຍພົວພັນ ດ້ານເສດຖະກິດ-ວັດທະນະທຳ ມີປະຫວັດສາດອັນຍາວນານ ແລະ ແໜ້ນແຟ້ນ. ປະຈຸບັນ ມີ 6ປະເທດກຳລັງຕັ້ງໜ້າ ຮ່ວມມືໃນພາກພື້ນ, ດຶງດູດ ການລົງທືນຕ່າງປະເທດ, ທ້ອນໂຮມກຳລັງພັດທະນາພື້ນຖານໂຄງລ່າງ ເພື່ອຫຼຸດໄລຍະຫ່າງກັບປະເທດພັດທະນາ. ໃນສະພາບການນັ້ນ ການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດລຸ່ມແມ່ນຳ້ຂອງ-ລ້ານຊ້າງ ໃຫ້ເລິກເຊິ່ງກຳລັງເປັນສິ່ງທີ່ຕ້ອງການແລະຈຳເປັນຂອງແຕ່ລະປເທດ.
ຄະນະຈັດຕັ້ງໄດ້ມອບທຶນການສຶກສາຈໍານວນ 1.300 ທຶນ, ແຕ່ລະທຶນມີມູນຄ່າ 3 ລ້ານດົງ ໃຫ້ແກ່ນັກຮຽນທຸກຍາກ,ດຸໝັ່ນຮຽນ ແລະດີເດ່ັນຈາກ 13 ແຂວງ, ນະຄອນເຂດທົ່ງພຽງແມ່່ນໍ້າຂອງ.
ຍສໝ - ວັນທີ 14 ສິງຫາ ຢູ່ນະຄອນ ຕາມກີ່ ແຂວງກວ້າງນາມ, ສະມາຄົມແມ່ຍິງ ສອງແຂວງ ກວ້າງນາມ ແລະ ເຊກອງ ໄດ້ຈັດກອງປະຊຸມເຈລະຈາ ຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂະບວນການຂອງສະມາຄົມ.
ວັນທີ 6-10 ສິງຫາ 2018 ທີ່ສະຖາບັນແມ່ນໍ້າຂອງ, ມະຫາວິທະຍາໄລຂອນແກ່ນຂອງໄທ ໄດ້ຈັດການຝຶກອົບຮົມ ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ.
ຍສໝ - ປະຊາຊົນເຂດໝູ່ບ້ານຕາມແນວຊາຍແດນຫວຽດນາມ-ລາວ(ຂື້ນກັບເມືອງອາເລື໋ອຍ ແຂວງເທື່ອທຽນເຫວ້ ແລະ ເມືອງກະລືມ ແຂວງເຊກອງ) ຍັງຄົງມອບນ້ຳໃຈຄວາມຮັກແພງໃຫ້ແກ່ ທ່ານໝໍ ດັ້ງຮົ່ງມິງ ຫົວໜ້າຫ້ອງການສຸກສາລາເສນາຮັກ ເມືອງເຍີມ(ເມືອງອາເລື໋ອຍ)
ໃນວັນທີ 2 ສິງຫາ 2018, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9, ທີ່ ປະເທດ ສິງກະໂປ, ເຊິ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ອິນເດຍ ເຂົ້າຮ່ວມ.
ຍສໝ - ຢູ່ທີ່ ວັດບ່າງລ໋ອງ (ນະຄອນຫຼວງວຽງຈັນ) ໄດ້ຈັດພິທີເປີດຫ້ອງຮຽນພາສາຫວຽດ ແລະ ພາສາລາວຟຣີໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ຢູ່ ລາວ.
ຍສໝ - ໃນຫຼາຍມື້ຜ່ານມາ ທະຫານ, ອົງການ, ນັກທຸລະກິດ ຫວຽດນາມ ໄດ້ຮ່ວມຄຽງບ່າຄຽງໄລ່ກັບ ລັດຖະບານ ແລະ ປະຊາຊົນລາວ ແບ່ງປັນກັນຄວາມລຳບາກກັບປະຊາຊົນຜູ່ທີ່ຢູ່ເຂດ ມີຜົນກະທົບຈາກເຫດການ ເຂື່ອນເຊປຽນ-ເຊນຳ້ນ້ອຍແຕກ.
ຍສໝ - ເປັນຄົນໜື່ງທີ່ຕ້ອງສົ່ງສະການຄົນທີ່ເປັນທີ່ຮັກເຖິງ ສາມຄັ້ງ: ລູກ, ຫຼານ ໄປເປັນທະຫານຕີສັດຕູ ຕັ້ັ້ງແຕ່ນັ້ນມາ ແມ່ວິລະຊົນ ຫວຽດນາມ ເລືອງທິກຶງ ອາຍຸ 85ປີ ຢູ່ບ້ານ ເລືອງວັນຮ່ວາງ ຕາແສງ ເງາະໂຕ໋, ເມືອງ ມີ໋ຊວຽນ ແຂວງ ຊ໋ອກຈັງ ບໍ່ໄດ້ພົບກັບຜູ້ທີ່ເປັນທີ່ຮັກໃນຄອບຄົວຂອງຕົນອີກເລີຍ.
ຍສໝ - ວັນທີ 11 ກໍລະກົດ ຢູ່ຮ່າໂນ້ຍ ຄະນະຜູ້ແທນ ກົມໃຫຍ່ການເມືອງ, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ກັບ ກົມໃຫຍ່ການເມືອງ ຕຳຫຼວດປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຢ່າງເປັນທາງການ.
ຍສມ - ທ່ານ ເຈືອງຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ລົງຢ້ຽມຢາມບັນດາຄອບຄົວນະໂຍບາຍ, ແມ່ຫວຽດນາມວິລະຊົນ ແລະບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 71 ປີ (27-7-1947 / 27-7-2018).
ໃນປັດຈຸບັນ ຍຸກໂລກາພິວັດ ຖືເປັນຍຸກແຫ່ງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ທີ່ບໍ່ມີພົມແດນໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ສະນັ້ນການກະຈາຍ ແລະ ໄດ້ຮັບຂໍ້ມູນຂ່າວສານ ມີຫລາຍຮູບການ ແລະ ຫລາຍຊ່ອງທາງ, ແຕ່ສໍາລັບປະເທດທີ່ຍັງທຸກຍາກ ແລະ ດ້ອຍພັດທະນາ.
ຍສໝ - ມື້ນີ້ວັນທີ 3 ກໍລະກົດ, ກອງປະຊຸມຈະດຳເມີນໄປດ້ວຍການປຶກສາຫາລື 2 ຫົວຂໍ້ສຳຄັນຄື: “ສົ່ງເສີມການຊົມໃຊ້ ແລະ ພັດທະນາການທ່ອງທ່ຽວ” ແລະ “ຄຸນຄ່າແກນກາງ ແລະ ການປ່ຽນແປງຂອງສື່ສານມວນຊົນ”.
ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ໜັງສືພິມປະຊາຊົນລາຍວັນ ສປ ຈີນ, ເຊິ່ງຈະດຳເນີນໄປເຖິງວັນທີ 3 ກໍລະກົດ 2018.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມແນໃສ່ສະແດງໃຫ້ເຫັນວ່າຫວຽດນາມຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ Ayeyawady-Chao Phraya-Mekong ແລະ ການຮ່ວມມືລະຫວ່າງກຳປູເຈຍ - ລາວ - ມຽນມາ ແລະຫວຽດນາມ...
ຍສໝ - ລັດຖະບານຂອງບັນດາປະເທດຍອມຮັບ ສະກຸນເງິນຂອງແຕ່ລະປະເທດເພື່ອສ້າງຄວາມດວກໃຫ້ການຄ້າຕ່າງປະເທດ.
ສປປ ລາວ ເປັນປະເທດທີ 2 ທີ່ໄດ້ເປີດສູນຄົ້ນຄວ້າ ແມ່ນ້ຳຂອງສາກົນ (Global Center for Mekong Studies of Laos: GCMS-Laos).
ຍສໝ - ເມື່ອ 65 ປີກ່ອນ, ແຕ່ວັນທີ 13 ເມສາ ຫາ 18 ພຶດສະພາ ປີ 1953, ຄັ້ງທໍາອິດ, ກໍາລັງສູນກາງຂອງຫວຽດນາມ ໄດ້ເຄື່ອນພົນສູ່ ປະເທດລາວ, ປະສານສົມທົບກັບກອງກຳລັງ ປະເທດລາວ ເປີດບັ້ນຮົບ ຕີທຳລາຍ ຈັກກະພັດ ຝລັ່ງ ປົດປ່ອຍພື້ນທີ່, ການຂະຫຍາຍພື້ນຖານ ການຕໍ່ຕ້ານຂອງປະຊາຊົນລາວ ຢູ່ສອງທີ່ໝັ້ນ ແຂວງ ຊຳເໜືອ ແລະ ຊຽງຂວາງ (ພາກເໜືອ) ສ້າງສັນຍາລັກທີ່ສວຍງາມຂອງຄວາມສາມັກຄີ ຕໍ່ສູ້ ຫວຽດນາມ - ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນສອງປະເທດ.
ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562, ວັນທີ 24 ພຶດສະພາ ທ່ານ ເຫົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນພະອາຈານມະຫາ ທິກບ໋າວງຽມ ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະຫນາຫວຽດນາມ, ຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນານະຄອນຮ່າໂນ້ຍ ແລະ ແຂວງ ຮ່າຕີ້ງ ຢູ່ ວັດ ບ່າດາ ເມືອງ ຮ່ວານກຽມ ນະຄອນ ຮ່າໂນ້ຍ.