ເຈົ້າ​ແຂວງ ລົງ​​ຊຸກ​ຍູ້​ການຜະ​ລິດ​ຢູ່​ເມືອງ​ຈຳ​ພອນ ຄວາມ​ຕ້ອງ​ການ​ຂອງ​ຊາວ​ນາ​ແມ່ນ​ການ​ປັບ​ປຸງ​ຄອງ​ນ້ຳ

16:32 | 04/04/2019

ໃນວັນທີ 29 ມີນາ 2019, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວສະຫວັນນະເຂດ ໄດ້ລົງຕິດຕາມການ ສ້າງກຸ່ມຜະລິດ ແລະ ຜະລິດ ເປັນສິນຄ້າ ຢູ່ເມືອງຈຳພອນ.

ຕິດຕາມໄປໃນຄັ້ງນີ້ຍັງມີທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າ ພະແນກກະສິກໍາ ແລະປ່າໄມ້ ແຂວງ ພ້ອມດ້ວຍການນຳ ພາກລັດ ແລະພາກທຸລະກິດ ກໍ່ໄດ້ຮ່ວມຕິດຕາມໃນຄັ້ງນີ້ ດ້ວຍ.

ເຈົ້າ​ແຂວງ ລົງ​​ຊຸກ​ຍູ້​ການຜະ​ລິດ​ຢູ່​ເມືອງ​ຈຳ​ພອນ ຄວາມ​ຕ້ອງ​ການ​ຂອງ​ຊາວ​ນາ​ແມ່ນ​ການ​ປັບ​ປຸງ​ຄອງ​ນ້ຳ

ນການລົງຊຸກຍູ້ດັ່ງກ່າວ ແມ່ນໄດ້ພົບປະກັບອຳນາດ ການ ປົກຄອງ ແລະກຸ່ມຊາວນາ ເຂດບ້ານຊະຄຶນ ເຊິ່ງກໍ່ໄດ້ຟັງ ການລາຍງານ ໂດຍລວມກ່ຽວ ກັບສະພາບການຜະລິດ, ການ ສ້າງຕັ້ງກຸ່ມຜະລິດເຂົ້າ ເປັນສິນ ຄ້າ, ເພາະໃນໄລຍະຜ່ານມາ ຊາວກະສິກອນຢູ່ເມືອງຈຳ ພອນ ແມ່ນມີການປູກເຂົ້າເປັນ ສິນຄ້າຈຳນວນຫຼວງຫຼາຍ, ແຕ່ ບັນຫາທີ່ພົບໃນປີນີ້ແມ່ນນໍ້າບໍ່ ພຽງພໍເນື່ອງຈາກຄອງສົ່ງນໍ້າ ຈາກອ່າງເກັບນໍ້າສຸຍມາຫາ ຫົວງານແມ່ນຕື້ນເຂີນ, ລາຄາ ເຂົ້າບໍ່ປົກກະຕິ.

ໃນການປະກອບຄຳເຫັນ ທ່ານ ເກຍ ອູ໊ສິດທິເດດ ນັກ ທຸລະກິດ ເຈົ້າຂອງໂຮງງານ ນໍ້າດື່ມໂລມາຄຳ ໄດ້ເຈາະຈີ້ມ ແລະຖາມເຖິງບັນຫາຕ່າງໆທີ່ ຊາວນາຍັງມີຄວາມຕ້ອງການ ບໍ່ວ່າຈະເປັນເລື່ອງປັດໄຈການຜະລິດ, ເລື່ອງກົນຈັກ, ການປັບປຸງເນື້ອທີ່ ແລະ ອື່ນໆ.ແຕ່ບັນຫາທີ່ຊາວນາຕ້ອງການແກ້ໄຂຮີບດ່ວນກໍ່ແມ່ນ ປັບປຸງຄອງສົ່ງນໍ້າຈາກອ່າງມາຫາຫົວງານ.

ຈາກນັ້ນ, ທ່ານເຈົ້າແຂວງ ສະຫວັນນະເຂດ ກໍ່ໄດ້ສອບ ຖາມເຖິງບັນຫາຄວາມສະ ດວກ, ຄວາມຫຍຸ້ງ ຍາກໃນການ ຜະລິດ ແລະການຈໍາໜ່າຍ, ເລື່ອງການສ້າງຕັ້ງການບໍລິ ຫານກອງທຶນບ້ານ, ສ່ວນບັນ ຫາທີ່ຊາວນາ ຍັງຫຍຸ້ງຍາກ ກໍ່ແມ່ນຄອງສົ່ງນໍ້າ, ສ່ວນ ລາຄາເຂົ້າບໍ່ຄົງທີ່, ບາງໄລຍະ ຖືກພໍ່ຄ້າຄົນກາງບີບລາຄາ, ດ້ານການສ້າງຕັ້ງກອງທຶນກໍ່ ມີແລ້ວ ແລະມີການບໍລິຫານ ທີ່ດີສົມຄວນ. ທ່ານ ເຈົ້າແຂວງ ສະຫວັນນະເຂດ ໄດ້ມີຄໍາເຫັນ ແລະໃຫ້ທິດຊີ້ນໍາຫຼາຍບັນຫາ ເພື່ອແກ້ໄຂເປັນຕົ້ນລາຄາເຂົ້າ ກໍ່ຕ້ອງໄດ້ເຮັດສັນຍາກັນເປັນລາຍລັກອັກສອນ ເພື່ອບໍ່ໃຫ້ມີ ການເອົາປຽບເຊິ່ງກັນ ແລະ ກັນ, ສຳລັບການຕັ້ງກຸ່ມຜະລິດ ຕ້ອງໃຫ້ມີຄວາມເຂັ້ມແຂງ ເພາະໃນປະຈຸບັນທາງແຂວງ ໄດ້ກຳນົດເອົາເຂດນີ້ເປັນເຂດ ຜະລິດເຂົ້າເປັນສິນຄ້າ ແລະມີແຫຼ່ງທຶນເພື່ອປ່ອຍໃຫ້ຊາວນາໄດ້ກູ້ຢືມ ເພື່ອທຳການຜະລິດ. ໂອກາດດັ່ງກ່າວ, ທ່ານເຈົ້າ ແຂວງ ແລະຄະນະກໍ່ໄດ້ລົງ ເບິ່ງໂຄງການຈັກສູບນໍ້າ, ເບິ່ງການເກັບກ່ຽວເຂົ້າຂອງ ຊາວນາ, ເຊິ່ງທົ່ວເມືອງຈຳ ພອນ ມີເນື້ອທີ່ຜະລິດເຂົ້ານາ ແຊງທັງໝົດປະມານ 11 ພັນ ເຮັກຕາ, ປະຈຸບັນກຳລັງຂຸ້ນ ຂ້ຽວໃນການເກັບກ່ຽວ. ໃນ ຕອນບ່າຍກໍ່ໄດ້ລົງຢ້ຽມຢາມ ໂຮງສີເຂົ້າບໍລິສັດໄອດີພີ ເຊິ່ງ ເປັນໂຮງສີເຂົ້າຂະໜາດໃຫຍ່ ທັນສະໄໝ ແລະຂາຍເຂົ້າສົ່ງ ອອກຕ່າງປະເທດໃນແຕ່ລະປີ ມີຄວາມສາມາດເກັບຊື້ເຂົ້າໄດ້ 150 ພັນໂຕນ, ແຕ່ປີນີ້ ແມ່ນ ບໍ່ໄດ້ຕາມຄາດໝາຍ ເນື່ອງ ຈາກລະດູນາປີປະສົບໄພນໍ້າ ຖ້ວມ, ຊາວນາບໍ່ປະຕິບັດຕາມ ສັນຍາກັບບໍລິສັດ, ບໍ່ສົ່ງເຂົ້າ ມາໂຮງສີຍ້ອນພໍ່ຄ້າຄົນກາງ ໄປຊື້ເຂົ້າເອງ ໃຫ້ລາຄາທີ່ສູງ ກວ່າທີ່ໄດ້ຕົກລົງກັບບໍລິສັດ./.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ