ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກບົດບາດສໍາຄັນຂອງແມ່ຍິງ ແລະ ເດັກຍິງ ໃນການກໍ່ສ້າງປະຊາຄົມ ອາຊຽນ

20:35 | 25/10/2018

ຕອນບ່າຍວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະໄຂ ກອງປະຊຸມລັດຖະມົນຕີຍິງ ອາຊຽນຄັ້ງທີ 3.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກບົດບາດສໍາຄັນຂອງແມ່ຍິງ ແລະ ເດັກຍິງ ໃນການກໍ່ສ້າງປະຊາຄົມ ອາຊຽນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມ (ພາບ: baochinhphu.vn)

ນີ້ແມ່ນກອງປະຊຸມ ໄດ້ຈັດຕັ້ງ 03 ປີ/ເທື່ອ ເພື່ອໃຫ້ບັນດາລັດຖະມົນຕີ ຮັບຜິດຊອບບັນຫາແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຂອງບັນດາປະເທດ ອາຊຽນ ປຶກສາຫາລື, ຊຸກຍູ້ການຮ່ວມມື ກ່ຽວກັບຄວາມ ສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພີ່ມທະວີການມອບສິດອໍານາດໃຫ້ແກ່ແມ່ຍິງ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເຕື້ອງເຖິງບັນດາບັນຫາທີ່ຍັງຄົງຄ້າງໃນປັດຈຸບັນ ກ່ຽວກັບການຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ກອງປະຊຸມລັດຖະມົນຕີຍິງ ອາຊຽນ ຄັ້ງທີ 3 ຈະປຶກສາຫາລື, ຍົກອອກບັນດາຂໍ້ສະເໜີແນະຢ່າງແຮງເພື່ອຢືນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ເພື່ອແກ້ໄຂບັນຫານີ້. ທ່ານນາຍົກລັດຖະມົນຕີ ສະເໜີ 3 ເນື້ອໃນຮ່ວມມືຄື:

“ທີ່ໜຶ່ງແມ່ນບຳລຸງສ້າງ, ເພີ່ມທະວີບັນດາທັກສະໃໝ່ໃຫ້ແກ່ແມ່ຍິງ. ສ້າງເຄືອຂ່າຍການຮ່ຳຮຽນຕະຫຼອດຊີວິດຢູ່ ອາຊຽນ ຕໍ່ການຫັນປ່ຽນຢ່າງຕໍ່ເນື່ອງຂອງອາຊີບໃນສະພາບການ ປະຕິວັດອຸດສາຫະກຳ 4.0. ທີສອງແມ່ນຮັບປະກັນວຽກເຮັດງານທຳແບບຍືນຍົງໃຫ້ແກ່ທຸກຄົນ. ທີສາມແມ່ນເພີ່ມທະວີການຮັບປະກັນຊີວິດສັງຄົມໃຫ້ແກ່ແມ່ຍິງ ແລະ ເດັກຍິງ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຕີລາຄາສູງບັນດາລັດຖະມົນຕີຍິງ ອາຊຽນ ແລະ ບັນດາເຈົ້າໜ້າທີ່ຄະນະກຳມະການ ແມ່ຍິງ ອາຊຽນ ໄດ້ມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີການມອບສິດອຳນາດໃຫ້ແກ່ແມ່ຍິງໃນໄລຍະຜ່ານມາ.”

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ