Startup ຫວຽດນາມ ຍາດໄດ້ລາງວັນຮອງຊະນະເລີດ ຜູ້ປະກອບການໃໝ່ ຂະແໜງທ່ອງທ່ຽວ ພູມມິພາກ ແມ່ນຳ້ຂອງ

13:08 | 23/10/2018

ຍສໝ - Ecohost ຜູ້ປະກອບການໃໝ່ຂະແໜງທ່ອງທ່ຽວ ຂອງຫວຽດນາມ ເອົາຊະນະຜູ້ແຂ່ງຂັນ ກວ່າ 110 ຫົວໜ່ວຍ ຍາດໄດ້ລາງວັນທີ 2 ຂອງການແຂ່ງຂັນຫົວຄິດປະດິດສ້າງ ຊ່ວຍຍູ້ໜູນ ຜູ້ປະກອບການທ່ອງທ່ຽວໃໝ່ ເຂດແມ່ນຳ້(MIST) ຂອງ ປີ 2018.

ໃນການແຂ່ງຂັນ ຈັດໂດຍ ຫ້ອງການປະສານງານ ການທ່ອງທ່ຽວ ແມ່ນຳ້ຂອງ ພາຍໃຕ້ການຊ່ວຍເຫຼືອ ຈາກ ລັດຖະບານ ອ໋ອດສະເຕເລຍ ແລະ ທະນາຄານ ພັດທະນາ ທະວີບອາຊີ (ADB). Startup ອັນດັບທີ ສອງຈະໄດ້ຮັບ ເງິນລາງວັນຈຳນວນ 5.000 USD.

Ecohost ເລີ່ມກໍ່ຕັ້ງ ດຳເນີນທຸລະກິດທ່ອງທ່ຽວ ແບບໂຮມສະເຕ ຄຸນນະພາບດີ ຢູ່ ໝູ່ບ້ານ ຂອງຫວຽດນາມ. Startup ດັ່ງກ່າວນີ້ພັດທະນາ ທົວ ແລະ ດຳເນີນທຸລະກິດທ່ອງທ່ຽວ ຕາມຮູບແບບ ເຊື່ອມຕໍ່ ບ້ານ, ກຸ່ມບ້ານ, ພ້ອມກັນນັ້ນ ເພີ່ມທະວີຄວາມສາມາດໃນການຕອບສະໜອງ ການບໍລິການເຮືອນເຊົ່າ ແບບ homestay ທ້ອງຖິ່ນ ເພື່ອສະໜອງໃຫ້ແຂກທ່ອງທ່ຽວຕ່າງປະເທດ.

ອຳນວຍການບໍລິຫານ ຂອງ Ecohost ທ່ານນາງ ບຸ່ຍຖິ ຍ່ານໄດ້ໃຫ້ສຳພາດວ່າ: “ ລາງວັນທີ່ໄດ້ຮັບ ຈະຊ່ວຍໃຫ້ພວກເຮົາ ເຮັດໃຫ້ສົມບູນ ໃນໄລຍະທີ 1 ຂອງແຜນການ ການຂະຫຍາຍຕົວຂອງຕົນ, ຜັນຂະຫຍາຍ ບັນດາ ຊຸດຝຶກອົບຮົມ ດ້ານວິຊາການຢູ່ 3 ບ້ານ ແລະ ຍົກສູງຄຸນນະພາບການທ່ອງທ່ຽວ homestay ໃນ 15 ຄອບຄົວ”

Startup ຫວຽດນາມ ຍາດໄດ້ລາງວັນຮອງຊະນະເລີດ ຜູ້ປະກອບການໃໝ່ ຂະແໜງທ່ອງທ່ຽວ ພູມມິພາກ ແມ່ນຳ້ຂອງ

Ecohost ພັດທະນາ ທົວ ແລະ ດຳເນີນທຸລະກິດ ທ່ອງທ່ຽວ ຕາມຮູບແບບ ເຊື່ອມຕໍ່ ບ້ານ, ພ້ອມກັນນັ້ນ ກໍ່ເພີ່ມຄວາມສາມາດໃນການສະໜອງ ເຮືອນພັກ homestay ຂອງທ້ອງຖິ່ນ ເພື່ອຮັບໃຊ້ນັກທ່ອງທ່ຽວຕ່າງປະເທດ. (ແຫຼ່ງ: ADB)

ໃນການແຂ່ງຂັນປີນີ້, Ecohost ຕາມຫຼັງພຽງແຕ່ BambooLao – startup ມາຈາກ ຫຼວງພະບາງ (ສປປ ລາວ). ພາລະກິດຂອງ BambooLao ແມ່ນການລົບລ້າງ ທໍ່ດູດຢາງ ໃຊ້ເທື່ອດຽວຢູ່ໃນໂຮງແຮມ ແລະ ເຮືອນພັກ ຢູ່ ອາຊີ.

ຈາກຫຼາຍໆໄມ້ໄຜ່ຫຼາຍຊະນິດພິເສດ, ຜ່ານຂະບວນການຜລິດແບບທຳມະຊາດ ເຊິ່ງເປັນລິຂະສິດຜູ້ດຽວ, Bamboo Lao ໄດ້ຜລິດທໍ່ດູດ ຫຼາຍກວ່າ 80.000 ທໍ່ດູດເຮັດດ້ວຍໄມ້ໄຜ່ ແລະ ຜລິດຕະພັນຕ່າງໆຈາກໄມ້ໄຜ່ສາມາດນຳມາໃຊ້ຄືນໄດ້. ທໍ່ໄມ້ໄຜ່ຂອງ Bamboo Lao ໄດ້ນຳເຂົ້າບໍລິການຢູ່ຕາມ ຕ່ອງໂສ້ຂອງອະສັງຫາລິມະຊັບ ຂອງກຸ່ມບໍລິສັດໃຫຍ່ໆເປັນຕົ້ນມແມ່ນ: Aman, Pullman, Rosewood, Sofitel ກໍ່ຄືນຳໃຊ້ໃນຄະນະທົວ ທ່ອງທ່ຽວຂອງ EXO. ຜລິດຕະພັນທີ່ເປັນມິດກັບສະພາບແວດລ້ອມຂອງ ລາວ ສາມາດລົບລ້າງ ການຊົມໃຊ້ ທໍ່ດູດຢາງໄດ້ເຖິງ 5 ລ້ານອັນ.

ໂຄງການ MIST ຊ່ວຍໃຫ້ບັນດາ startup ຂະແໜງ ທ່ອງທ່ຽວ-ບໍລິການ ທີ່ມີທ່າແຮງ ໃນການພັດທະນາ ຢູ່ຕະຫຼາດທີ່ກຳລັງເຟື້ອງຟູ, ພິເສດແມ່ນບັນດາຜູ້ປະກອບການທີ່ສ້າງຜົນກະທົບທີ່ເປັນມິດຕໍ່ສິ່ງແວດລ້ອມ, ວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ

ທ່ານ Jen Thaenhart, ອຳນວຍການບໍລິຫານ ຂອງ ຫ້ອງການ ບໍລິຫານ ທ່ອງທ່ຽວແມ່ນຳ້ຂອງ ໃຫ້ຮູ້ວ່າ: “BambooLao, Ecohost ແລະ ບັນດາ startup ທີ່ເຂົ້າຮອບສຸດທ້າຍ ຂອງ MIST ໄດ້ສະແດງໃຫ້ເຫັນສິ່ງໜື່ງທີ່ເຫັນໄດ້ຢ່າງຈະແຈ້ງຄື: ນັກທຸລະກິດກໍ່ຄືຜູ້ປະກອບການໃໝ່ທີ່ດີເດັ່ນ ແລະ ມີຫົວຄິດປະດິດສ້າງຂອງລຸ່ມແມ່ນຳ້ຂອງ ກຳລັງຊອກຫາ ວິທີກໍ່ຄືມາດຕະການອັນເປັນຈິງ ແກ້ໄຂບັນຫາທີ່ຍັງຄົງຄ້າງຂອງຂະແໜງ, ພ້ອມກັນນັ້ນກໍ່ມີຄວາມມານະພະຍາຍາມ ສ້າງຂະແໜງທ່ອງທ່ຽວພັດທະນາ ຮອບດ້ານ ແລະ ຍືນຍົງກວ່າເກົ່າ”

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.