“ສຳຜັດເຖິງຄວາມຮັກ” ທົດແທນຄຸນ ແມ່ຍິງ ໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ

09:45 | 18/10/2018

ຍສໝ - ສົ່ງຂໍ້ຄວາມຕອບແທນຄຸນເຖິງ ແມ່ຍິງຫວຽດນາມ ຜູ້ທີ່ເປັນແມ່, ເປັນເມຍ, ເປັນເອື້ອຍ, ແຟນສາວ... ຜູ້ທີ່ນຳຄວາມອົບອຸ່ນ, ເອົາໃຈໃສ່ ແລະ ຮັກແພງ. ສວນວັດທະນະທຳ ໄດ້ຈັດງານ ສະເຫຼີມສະຫຼອງ ທີ່ມີຫົວຂໍ້ “ ສຳຜັດເຖິງຄວາມຮັກ” ແຕ່ວັນທີ 18-21 ຕຸລາ 2018

“ສຳຜັດເຖິງຄວາມຮັກ” ທົດແທນຄຸນ ແມ່ຍິງ ໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ

ກິດຈະກຳໃນງານສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ.(ພາບ:BTC)

ງານດັ່ງກ່າວນີ້ແມ່ນໂອກາດດີທີ່ຈະຖ່າຍທອດສານກ່ຽວກັບ ແມ່ຍິງຫວຽດນາມ ໃນການດຳລົງຊີວິດແຕ່ລະມື້, ສ້າງໂອກາດເພື່ອໃຫ້ຜູ້ຊາຍທີ່ມີຄວາມເຂັ້ມແຂງ ຮູ້ຕື່ມ, ແບ່ງປັນ ແລະ ມອບຄວາມຮັກ ເຖິງຜູ້ຍິງ ຂອງຕົນ ຜ່ານການເຄື່ອນໄຫວກິດຈະກຳທີ່ມີຄວາມໝາຍສຳຄັນ.

ໃນງານນີ້ ອ້າຍນ້ອງຝ່າຍຊາຍ ຈະໄດ້ລົງມືເຂົ້າເຮືອນຄົວ ແຕ່ງກິນໃຫ້ຜູ້ເປັນເມຍ; ຜູ້ເປັນພໍ່ຈະໄດ້ເຮັດວຽກຄືການແຕ່ງງາມໃຫ້ລູກສາວຂອງຕົນ; ຊາຍໜຸ່ມຈະໄດ້ເຮັດ ກັກ ທີ່ສວຍງາມ ແລະ ມີຄວາມໝາຍໃຫ້ຜູ້ເປັນແມ່ອັນເປັນທີ່ຮັກຂອງຕົນ.

“ສຳຜັດເຖິງຄວາມຮັກ” ທົດແທນຄຸນ ແມ່ຍິງ ໃນວັນທີ 20 ຕຸລາ ຢູ່ ໂຮ້ຍອານ

ລາຍການສະແດງທີ່ດືງດູດນັກທ່ອງທ່ຽວຕ່າງປະເທດ.

ນອກນີ້ຜູ້ຍິງແຕ່ລະຄົນທີ່ເ່ຂົ້າຮ່ວມງານຈະໄດ້ຮຽນຮູ້ກ່ຽວກັບການແຕ່ງໜ້າ ເສີມສວຍ ຂອງຄົນສະໄໝກ່ອນ ຈາກວິຊາການເສີມຄວາມງາມ ມາຈາກ Gift Shop, ປະສົມກັບມີຂະບວນແຫ່ ແລະ ຮັບດອກກຸຫຼາບສີແດງ ຊາຍໜຸ່ມໃນຊຸດບູຮານ, ເພື່ອຍ້ອນຍຸກກັບໄປ 400 ປີກ່ອນ ຂອງທ່າເຮືອໂຮ້ຍອານ ປາງກ່ອນ. ພ້ອມກັນນັ້ນ ສະມາຊິກໃນຄອບຄົວຈະໄດ້ຮ່ວມກັນຊື່່ນຊົມກັບບັນດາກິດຈະກຳທີ່ມີຄວາມງາມ ເປັນເອກກະລັກ ແລະ ໜ້າສົນໃຈເປັນຕົ້ນແມ່ນ: ອານາຈັກໂຮ້ຍອານ, ຜືນປ່າແຫ່ງຄວາມສຸກ, ພະລາດສະພິທີອະພິເສກຂອງເຈົ້າຍິງ ຫງ໋ອກຮວາ, ອະສູນຮ້າຍ... ຫຼືວ່າ ການສະແດງລະຄອນເວທີ ທີ່ໜ້າຕື່ນຕາຕື່ນໃຈຂອງຫວຽດນາມ ມີຊື່ຕອນວ່າ: “ ປະຫວັດຂອງໂຮ້ຍອານ”.

ຈຸດທີ່ໜ້າສົນໃຈທີ່ສຸດໃນກິດຈະກຳ ຄຳນັບຮັບຕ້ອນວັນ 20 ຕຸລານີ້ແມ່ນ ສວນວັດທະນະທຳ ໃນຫົວຂໍ້ ໂຮ້ຍອານ ທີ່ໜ້າຫຼົງໄຫຼ ຈະ ມອບຂອງຂວັນອັນມີຄ່າ ແລະ ຄວາມໝາຍໃຫ້ແກ່ແມ່ຍິງ ເມື່ອເຂົ້າຮ່ວມກິດຈະກຳ . ເອື້ອຍນ້ອງຜູ້ຍິງທຸກຄົນທີ່ເຂົ້າຮ່ວມງານແມ່ນຈະບໍ່ເສຍຄ່າປີ້ໃດໆໝົດ, ນອກນີ້ຍັງຈະໄດ້ຮັບຂອງຂັວນເປັນເຄື່ອງສຳອາງ Tohe ພາຍຫຼັງຮັບຊົມ ລະຄອນ “ປະຫວັດໂຮ້ຍອານ” ແລ້ວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.