ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສະຫະພັນແມ່ຍິງເມືອງເກວ໊ຟອງ ແລະເມືອງຊໍາໃຕ້

10:42 | 07/12/2018

ທ່ານນາງ ແສງເພັດ ລືອິນຄໍາ, ກຳມະການຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງຊໍາໃຕ້ ແລະທ່ານນາງ ໄມພອນ ລໍມີໄຊ ປະທານສະຫະພັນແມ່ຍິງເມືອງ ພ້ອມກັບຄະນະຜູ້ແທນສະຫະພັນແມ່ຍິງເມືອງ ຊໍາໃຕ້, ແຂວງຫົວພັນ, ລາວ ມາຢ້ຽມຢາມ ແລະເຮັດວຽກກັບສະຫະພັນແມ່ຍິງເມືອງເກວ໊ຟອງ.

ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສະຫະພັນແມ່ຍິງເມືອງເກວ໊ຟອງ ແລະເມືອງຊໍາໃຕ້

ບັນຍາກາດທີ່ກການເຮັດວຽກ. (ພາບ: ງອັກຕັງ)

ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວວຽກງານສະຫະພັນແມ່ຍິງໃນປີ 2018 ແລະພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ.

ປະຈຸບັນ, ສະຫະພັນແມ່ຍິງເມືອງເກວ໊ຟອງ ສ້າງຕັ້ງໄດ້ 71 ຮູບແບບ ແລະສະໂມສອນ, ພົ້ນເດັ່ນຄື: “ແມ່ຍ່າ, ແມ່ຕູ້”, “ແມ່ຍິງກັບກົດໝາຍ”...

ສໍາລັບສະຫະພັນແມ່ຍິງເມືອງຊໍາໃຕ້, ແຂວງຫົວພັນ ແລ້ວ, ໃນປີ 2018 ໄດ້ຕັ້ງໜ້າປະຕິບັດຂະບວນການ “3 ດີ” ຢ່າງມີປະສິດທິຜົນ: “ພົນລະເມືອງດີ - ພັດທະນາດີ ແລະສ້າງຄອບຄົວດີ”. ນອກຈາກນັ້ນ, ສະຫະພັນແມ່ຍິງເມືອງຊໍາໃຕ້ ຍັງຕັ້ງໜ້າຂົນຂວາຍເອື້ອຍນ້ອງເພີ່ມພູນຜະລິດຜົນ, ພັດທະນາເສດຖະກິດ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງວຽກງານໂຄສະນາສະກັດກັ້ນ, ຕ້ານໄພຢາເສບຕິດ, ໂສເພນີ, ການເຄື່ອນຍ້າຍ, ອົບພະຍົບຢ່າງຜິດກົດໝາຍ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕຄວາມໝັ້ນຄົງດ້ານຊາຍແດນ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ.

(ແຫຼ່ງ​ຂໍ້​ມູນ​: ຫງວຽນກຸກ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.