ຍສໝ - ຮ້ອງເພງ ແລະ ເຕັ້ນລຳພ້ອມກັນ, ເຂົ້າຮ່ວມບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງຢູ່ເມືອງ ເກີ່ນເຢີ່, ຢ້ຽມຢາມຫໍພິພິທະພັນ ໂຮ່ຈີມິນ ສາຂານະຄອນ ໂຮ່ຈີມິນ, ພື້ນທີ່ລຸງ ໂຮ່ ກັບເຍົາວະຊົນ... ນັ້ນແມ່ນບັນດາການເຄື່ອນໄຫວທີ່ຟຢດຟື້ນຂອງງານມະໂຫລານເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ ປີ 2024 (Festival). ນີ້ແມ່ນໂອກາດເພື່ອໃຫ້ບັນດານ້ອງໆເດັກນ້ອຍໄດ້ແລກປ່ຽນ, ຮ່ຳຮຽນ ແລະ ພ້ອມທັງສືບຕໍ່ສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງ 3 ປະເທດອິນດູຈີນ.
ຍສໝ - ວັນທີ 20 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງວາລະປະຊຸມສຸມເປິດກ່ຽວກັບຫົວຂໍ້ "ຮັກສາສັນຕິພາບຄວາມໝັ້ນຄົງສາກົນ, ມາດຕະການແກ້ໄຂໄພຂົ່ມຂູ່ທີ່ນັບມື້ນັບເພີ່ມຂຶ້ນບົນພື້ນທີ່ອິນເຕີເນັດ" ໂດຍທ່ານ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae-yul ເປັນປະທານ. ເຂົ້າຮ່ວມເຫດການມີທ່ານເລຂາທິການໃຫຍ່ Antonio Gutteres ພ້ອມກັນກັບຜູ້ຕາງໜ້າເກືອບ 70 ປະເທດສະມາຊິກ ສປຊ.
ຍສໝ - ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ ທີ່ປະເທດລາວ ບັນລຸໄດ້ໃນໄລຍະ 49 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງລຸ້ນກ່ອນ ແລະ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ສະເໝີພາບ, ສີວິໄລ, ຮັ່ງມີເຂັ້ມແຂງຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສໍາເລັດ.
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສາຍພົວພັນຫວຽດນາມ - ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບພັດທະນາ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກນິກ ໄດ້ມີການພັດທະນາທີ່ຕັ້ງໜ້າ.
ຍສໝ - ດ້ວຍຫົວຂໍ້ “Shining Vietnam”, ຄະນະຜູ້ແທນຫວຽດນາມ ມຸ່ງໄປເຖິງການສ້າງກິດຈະກໍາຕ່າງໆທີ່ໃໝ່ອ່ຽມ, ມີພະລັງຊີວິດ, ຕັ້ງໜ້າແຜ່ຂະຫຍາຍພາບພົດຂອງຫວຽດນາມ ທີ່ທັນສະໄໝ. ຕາມນັ້ນແລ້ວ, ນອກຈາກບັນດາການເຄື່ອນໄຫວປຶກສາຫາລື ແລະພົບປະແລກປ່ຽນໂດຍຄະນະຈັດຕັ້ງ SSEAYP 2024 ປະຕິບັດແລ້ວ, ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການສ້າງບັນດາງານພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະກັນ, ພ້ອມທັງໂຄສະນາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນການແນະນຳກ່ຽວກັບຊຸດເສື້ອຍາວ, ບຸນເຕັດ, ອາຫານການກິນ, ເພງພື້ນເມືອງ…
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຣູມານີ ແລະ ຫວຽດນາມ (1950 – 2025), ສະຖານທູດ ຣູມານີ ແລະ ສະຖານກົງສຸນ ຣູມານີ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການເສັງແຕ້ມຮູບສຳລັບນ້ອງນ້ອຍເຍົາວະຊົນ ຫວຽດນາມ.
ຍສໝ - ດ້ວຍຄວາມປາດຖະໜາຢາກເຊື່ອມຕໍ່ບັນດານັກລົງທຶນ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ, ແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນຢູ່ນະຄອນ ໂຮ່ຈິມິນ.
ຍສໝ - ຕາມແຈ້ງການຂອງຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ ແລະ ທ່ານ Sekiguchi Masakazu ປະທານສະພາສູງ ຍີ່ປຸ່ນ, ທ່ານ ເຈີ່ນແທັງເມິ້ນ ປະທານສະພາແຫ່ງຊາດ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດສິງກະໂປ ແລະ ຍີ່ປຸ່ນຢ່າງເປັນທາງການແຕ່ວັນທີ 1-7 ທັນວາ 2024.
ຍສໝ - ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບທ່ານ ຫວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ ທີ່ນະຄອນປາກເຊ ແຂວງຈໍາປາສັກ ສປປລາວ ເຂົ້າຢ້ຽມພົບປະ ແລະ ອໍາລາ ໃນວັນທີ 20 ພະຈິກ ຜ່ານມາ ທີ່ຫ້ອງວ່າການແຂວງເຊກອງ, ເນື່ອງໃນໂອກາດທີ່ທ່ານກົງສູນໃຫຍ່ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນໄລຍະປີ 2021-2024.
ຍສໝ - ໃນຂອບເຂດລາຍການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ, ແຕ່ວັນທີ 25 – 29 ພະຈິກ, ຢູ່ລາວ, ກົມຄຸ້ມຄອງຊັບສິນສາທາລະນະ ຂຶ້ນກັບກະຊວງການເງິນຂອງສອງປະເທດ ໄດ້ຈັດຕັ້ງການເຮັດວຽກເພື່ອແນ່ໃສຕີລາຄາບັນດາການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຜັນຂະຫາຍບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ.
ຍສໝ - “ໃນຄວາມມານະພະຍາຍາມເພື່ອສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພ ແລະ ມີປະສິດທິຜົນໃຫ້ເດັກນ້ອຍ, World Vision International ຢູ່ ຫວຽດນາມ ຍາມໃດກໍ່ສຸມໃສ່ໃນບັນດາວິທີທີ່ເຂົ້າເຖິງການເົອາເດັກນ້ອຍເປັນໃຈກາງ. World Vision ພິເສດຖືເປັນສຳຄັນລາຍການສຶກສາທັກສະດິຈິຕອນຮອບດ້ານ ເພື່ອໃຫ້ເດັກນ້ອຍທັງຮູ້ຈັກວິທີປ້ອງກັນຕົນເອງ ແລະ ທັງສາມາດນຳໃຊ້ອິນເຕີເນັດຢ່າງສ້າງສັນ. ພ້ອມກັນນັ້ນ, ກໍ່ມີສະຕິເຖິງບົດບາດເປັນເຈົ້າການຂອງຕົນໃນການສ້າງສະພາບແວດລ້ອມອິນເຕີເນັດທີ່ປອດໄພ ແລະ ມີປະສິດທິຜົນ".
ຍສໝ - ປະສົບຜົນສຳເລັດໃນການຕໍ່ສູ້ ແລະ ທຳລາຍລ້າງອົງກອນອາດຊະຍາກຳທີ່ເຄື່ອນໄຫວການຄ້າມະນຸດ ແລະ ການສໍ້ໂກງທາງອອນລາຍເປັນຂອບຂະໜາດໃຫຍ່... ການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ການຮຽນຮູ້ ແລະ ການນຳໃຊ້ພາສາບ້ານໃກ້ເຮືອນຄຽງບໍ່ພຽງແຕ່ແມ່ນຄວາມຕ້ອງການດ້ານວຽກງານເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ໃນການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດເພື່ອນບ້ານ. ການແຂ່ງຂັນພາສາບ້ານໃກ້ເຮືອນຄຽງໃນທະຫານຊາຍແດນ ປີ 2024 ໄດ້ຢືນຢັນບົດບາດຂອງພາສາຕ່າງປະເທດອີກເທື່ອໜຶ່ງໃນການປົກປັກຮັກສາເຂດຊາຍແດນສັນຕິພາບ, ປະກອບສ່ວນສ້າງສາຍພົວພັນສາມັກຄີ, ການຮ່ວມມືຢ່າງແໜ້ນແຟ້ນ.
ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ.
ຍສໝ - ວັນທີ 28 ພະຈິກ, ຢູ່ນະຄອນ ດ່າໜັງ, ສະມາຄົມອາຍຸສູງຂອງ 6 ແຂວງ, ນະຄອນ ສົມທົບກັບອົງການ HelpAge International (HAI) ໄດ້ຈັດຕັ້ງກອງປະຊຸມສະຫຼຸບໂຄງການ “ຫຼຸດຜ່ອນລັກສະນະການຖືກຄວາມເສຍຫາຍໄດ້ງ່າຍກ່ຽວກັບລາຍຮັບ ແລະ ສຸຂະພາບຂອງຜູ້ອາຍຸສູງ ຢູ່ ຫວຽດນາມ”.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Juan Carlos Fernandes Juarez, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ເວເນຊູເອລາ ປະຈຳ ຫວຽດນາມ ໃນວັນທີ 26 ພະຈິກ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 27 ພະຈິກ, ສະຖາບັນການເມືອງເຂດ II ໄດ້ຂັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຈາກໂຮງຮຽນການເມືອງ - ການປົກຄອງ ແຂວງ ຈຳປາສັກ, ສປປ ລາວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືສາກົນຂອງສະຖາບັນການເມືອງເຂດ 2 ທີ່ດໍາເນີນໃນປີ 2024.
ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຄະນະປະຕິບັດງານຂອງສະຫະພັນແມ່ຍິງແຂວງ ຫົວພັນ (ລາວ) ນໍາໂດຍ ສະຫາຍ ນາງ ແຍງເພັດ ບຸນມີໄຊ, ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນຫົວໜ້າຄະນະ ແລະ ສະຫະພັນແມ່ຍິງ ຫວຽດນາມ ແຂວງ ແທງຮວ໋າ ໄດ້ຕີລາຄາໝາກຜົນການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳໄລຍະ 2022-2024; ລົງນາມບົດບັນທຶກຊ່ວຍຈຳໄລຍະ 2024-2026.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).