ນັກ​ສຶກ​ສາ​ລາວ​ ຄົ້ນ​ຄ້​ວາ​ພາສາຫວຽດ​ນາມ ​ຜ່ານ​ການລົງຕົວຈິງ​ຢູ່​ກວາງ​ນິງ

12:42 | 12/08/2025

ຍສໝ - ຫ້ອງ​ຮຽນ​ກຽມ​ພາ​ສາ​ຫວຽດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ຫຼັກສູດ 2024-2025 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ເຕີນ​ຈ່າວ ເຄີຍມີການໄປ​ຢ້ຽມ​ຢາມ, ຮ່ຳຮຽນຢູ່ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ລອງ (ກວາງ​ນິງ). ຜ່ານ​ບົດ​ຮຽນ​ພາກ​ປະຕິບັດ, ເກມ​ພາ​ສາ ​ແລະ ການ​ເຄື່ອນ​ໄຫວ​ແລກປ່ຽນວິຊາການສຶກສາ, ນັກ​ສຶກສາ​ລາວ ​ໄດ້​ມີ​ໂອກາດ​ຝຶກ​ຝົນ​ຫຼໍ່​ຫຼອມ​ພາສາ​ຫວຽດນາມ ​ແລະ ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ວັດທະນະທຳ ​ແລະ ສະພາບ​ແວດ​ລ້ອມ​ການ​ສຶກສາ​ມະຫາວິທະຍາ​ໄລ​ຫວຽດນາມ.

ພາສາຫວຽດ​ນາມ - ສາຍ​ພົວ​ພັນ​ທີ່​ເຂັ້ມ​ແຂງ​ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດກັບ​ກົກເຄົ້າເຫງົ້າກໍ
ສ. ລັດເຊຍ​ສະ​ເໜີ​ເປີດ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ໄປ​ລາວ​ ຜ່ານ​ຫວຽດ​ນາມ
ນັກ​ສຶກ​ສາ​ລາວ​ ຄົ້ນ​ຄ້​ວາ​ພາສາຫວຽດ​ນາມ ​ຜ່ານ​ການລົງຕົວຈິງ​ຢູ່​ກວາງ​ນິງ

ວັນທີ 5 ສິງຫາ, ມະຫາວິທະຍາໄລ ເຕີນ​ຈ່າວ ໃຫ້ຮູ້ວ່າ ຫາກໍ່ຈັດຕັ້ງໂຄງການແລກປ່ຽນຢູ່ຄະນະສ້າງຄູ - ມະຫາວິທະຍາໄລ ຮ່າລອງ (ແຂວງກວາງນິງ) ດ້ວຍການເຂົ້າຮ່ວມຂອງນັກສຶກສາຫ້ອງກະກຽມພາສາຫວຽດນາມ ສໍາລັບຊາວຕ່າງປະເທດ, ຫຼັກສູດ 2024-2025. ທີ່​ການ​ພົບ​ປະ​ແລກ​ປ່ຽນ, ນັກ​ສຶກ​ສາ​​ລາວ​ໄດ້​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ກັບ​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ລອງ; ຝຶກ​ຝົນ​ຫຼໍ່​ຫຼອມ​ການ​ສົນທະນາ, ຝຶກ​ອົບຮົມ​ການ​ຟັງ ​ແລະ ​ເວົ້າ​ຜ່ານ​ເກມ​ພາ​ສາ ​ແລະ ​ໄດ້​ມີ​ການ​ນຳ​ສະ​ເໜີ​ແນະ​ນຳ​ປະ​ເທດ​ຊາດ ​ແລະ ວັດທະນະທຳ​ຂອງ​ລາວ ​ແລະ ຫວຽດນາມ. ພ້ອມກັບບັນດາການເຄື່ອນໄຫວຮໍ່າຮຽນ, ອາຈານຂອງ 2 ໂຮງຮຽນໄດ້ແລກປ່ຽນວິທີການສິດສອນພາສາຫວຽດນາມ ຄືພາສາຕ່າງປະເທດ, ແບ່ງປັນຕຳລາສອນ ແລະ ເຫັນດີເປັນເອກະພາບບາງທິດທາງໃນການປະສານງານດ້ານວິຊາຊີບໃນໄລຍະຈະມາເຖິງ. ຕາມມະຫາວິທະຍາໄລ ເຕີນ​ຈ່າວ ແລ້ວ, ໂຄງການບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາຕ່າງປະເທດມີຄວາມເຊື່ອໝັ້ນໃນການນຳໃຊ້ພາສາຫວຽດນາມ ແລະ ເປີດກວ້າງຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມແຫ່ງການຮໍ່າຮຽນຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສະຖາບັນຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ຊາວຕ່າງປະເທດອີກດ້ວຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ແຜນການ​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ​ພາສາ​ຫວຽດນາມ ​ໃຫ້​ນັກ​ສຶກສາຕ່າງປະເທດ​ໄລຍະ 2024-2025. (ພາບ: ມະຫາວິທະຍາໄລ ເຕີນ​ຈ່າວ)

ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ ອົງການ COPI (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນ​ເກືອບ 1.000 ຄົນ​ຢູ່ ກວາງ​ນາມ

ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາ​ເມ​ລິ​ກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ.

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

ຍສໝ - ອົງການ Sunflower Mission (ອາ​ເມ​ລິ​ກາ) ຫາ​ກໍ່​ມອບ​ທຶນ​ສຶກສາ 355 ທຶນ​ໃຫ້​ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່​ແຂວງ ຝູ​ອຽນ ແລະ ກຽນ​ຢາງ ​ໃນ​ເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..

ມີງດຶກ