![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ |
![]() | ບົດຮຽນໃນການພັດທະນາເສດຖະກິດມໍລະດົກຢູ່ ຫວຽດນາມ ແລະ ລາວ - ບັນດາການແນະນຳນະໂຍບາຍ |
![]() |
ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີກອງປະຊຸມພົບປະກັບທ່ານທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ. (ພາບ: vneconomy.vn) |
ວັນທີ 4 ສິງຫາ 2025, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີກອງປະຊຸມພົບປະກັບທ່ານທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ຢ່າງເປັນທາງການ, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃນລະຫວ່າງວັນທີ 3 – 4 ສິງຫາ 2025.
ກ່າວຄຳປາໄສທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ໄດ້ຕີລາຄາສູງໝາກຜົນການຮ່ວມມືດ້ານການຄ້າ 2 ຝ່າຍໃນໄລຍະມໍ່ໆມານີ້. ປີ 2024, ວົງເງິນການຄ້າສອງສົ້ນບັນລຸ 2,25 ຕື້ USD, ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ປີ 2023 - ລື່ນກາຍ 2 ຕື້ USD ເປັນຄັ້ງທຳອິດ.
ໃນ 6 ເດືອນຕົ້ນປີ 2025, ວົງເງິນການຄ້າບັນລຸ 1,78 ຕື້ USD, ເພີ່ມຂຶ້ນ 92,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາວ ສືບຕໍ່ມີສ່ວນເກີນການຄ້າກັບຫວຽດນາມ, ສະແດງໃຫ້ເຫັນວ່າກຳລັງການຜະລິດ ແລະ ສົ່ງອອກຂອງລາວໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ.
ລັດຖະມົນຕີ 2 ທ່ານ ກໍ່ຊົມເຊີຍໝາກຜົນການຮ່ວມມືໃນຂົງເຂດສົ່ງເສີມການຄ້າ ແລະ ເຊື່ອມຕໍ່ທຸລະກິດ, ເປັນຕົ້ນແມ່ນງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2025 ທີ່ຈັດຂຶ້ນໃນເດືອນ ກໍລະກົດ ຢູ່ ນະຄອນຫຼວງວຽງຈັນ ດ້ວຍ 250 ບູດ, ໄດ້ດຶງດູດນັກທຸລະກິດຈາກສອງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
![]() |
ຫວຽດນາມ - ລາວ ນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານຂຶ້ນສູ່ລະດັບສູງໃໝ່. (ພາບ: vneconomy.vn) |
ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດອຸດສາຫະກຳ ແລະ ການຄ້າ, ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ປາດຖະໜາວ່າ ລາວ ເພີ່ມທະວີການສະໜອງຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການຂອງຕະຫຼາດ, ສິນຄ້ານຳເຂົ້າ - ສົ່ງອອກ ແລະ ບັນດາວິສາຫະກິດສຳຄັນ ເພື່ອໃຫ້ ຫວຽດນາມ ສາມາດໜູນຊ່ວຍການເຊື່ອມໂຍງຢ່າງມີປະສິດທິຜົນກັບບັນດາຜູ້ນຳເຂົ້າ ແລະ ລະບົບຈຳໜ່າຍໃຫຍ່ຢູ່ ຫວຽດນາມ.
ພ້ອມກັນນັ້ນ, ສ້າງແຜນກຳນົດທັງໝົດບັນດາໂຄງການໄຟຟ້າທີ່ຄາດວ່າຈະຂາຍໃຫ້ຫວຽດນາມ, ແທນທີ່ຈະສະເໜີບັນດາໂຄງການຂະໜາດນ້ອຍ, ເພື່ອຊ່ວຍໃຫ້ ຫວຽດນາມ ມີພື້ນຖານກໍ່ສ້າງຍຸດທະສາດນຳເຂົ້າໄຟຟ້າຢ່າງຮອບດ້ານ, ສອດຄ່ອງກັບແຜນການພັດທະນາພະລັງງານແຫ່ງຊາດ.
ປະສານສົມທົບຊຸກຍູ້ການປະຕິບັດບັນດາເນື້ອໃນຂອງສັນຍາຊື້ໄຟຟ້າ ແລະ ຖ່ານຫີນລະຫວ່າງສອງລັດຖະບານທີ່ໄດ້ລົງນາມໃນວັນທີ 9 ມັງກອນ 2025 ແລະ ອະນຸສັນຍາສະບັບປັບປຸງໄດ້ລົງນາມໃນວັນທີ 9 ກໍລະກົດ 2025.
ຄຽງຄູ່ກັນນັ້ນ, ຈັດຕັ້ງກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ - ລາວ ຄັ້ງທີ 13 ຢູ່ແຂວງ ແທງຮ໋ວາ ໃນໄຕມາດທີ 4 ປີ 2025 ເພື່ອສະຫຼຸບໝາກຜົນທີ່ບັນລຸໄດ້, ປຶກສາຫາລືບັນດາມາດຕະການແກ້ໄຂບັນດາສິ່ງກີດຂວາງ, ຊຸກຍູ້ການຄ້າຊາຍແດນ.
ທ່ານທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ກໍ່ສະເໜີໃຫ້ ຫວຽດນາມ ແບ່ງປັນປະສົບການໃນການປະຕິຮູບ ແລະ ຄຸ້ມຄອງລັດວິສາຫະກິດ, ຮູບແບບການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ (PPP) ແລະ ຫັນວິສາຫະກິດເປັນຫຸ້ນສ່ວນ; ພິຈາລະນາລົບລ້າງຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດກ່ຽວກັບການສົ່ງອອກນ້ຳຕານຈາກລາວໄປຫວຽດນາມ ຕາມສັນຍາການຄ້າຫວຽດນາມ - ລາວ 2015 ໄລຍະ 2021-2022; ແລະ ຮ່ວມມືກໍ່ສ້າງສາງນ້ຳມັນເຊື້ອໄຟ ແລະ ເຂດອຸດສາຫະກຳ - ເສດຖະກິດຮ່ວມຫວຽດນາມ - ລາວ.
ກ່ຽວກັບບັນດາຂໍ້ສະເໜີດັ່ງກ່າວ, ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ຢືນຢັນເຖິງເນື້ອໃນການຮ່ວມມື, ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານສະເພາະໂດຍຜ່ານການພົວພັນທາງດ້ານວິຊາການຂອງສອງຝ່າຍ, ຮັບປະກັນການປະຕິບັດລະບຽບກົດໝາຍ ແລະ ດຸ່ນດ່ຽງຜົນປະໂຫຍດຂອງ 2 ຝ່າຍ.
ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີ ມາໄລທອງ ກົມມະສິດ ຄັ້ງນີ້ ແມ່ນຂີດໝາຍສຳຄັນເປີດໄລຍະໃໝ່ແຫ່ງການພົວພັນຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງສອງກະຊວງ ແລະ ສອງປະເທດ.
2 ຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການພົວພັນລະຫວ່າງບັນດາຫົວໜ່ວຍປະຕິບັດໜ້າທີ່, ສ້າງພື້ນຖານອັນໜັກແໜ້ນເພື່ອພັດທະນາການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່.
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |
![]() | ການຮ່ວມມືດ້ານການຜະລິດເຂົ້າສານ: ສັນຍາລັກສະແດງໃຫ້ເຫັນເຖິງການພົວພັນມິດຕະພາບຫວຽດນາມ - ກູບາ ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ... |
ມີງດຶກ