
ຫວຽດນາມ ເຂົ້າຮ່ວມກອງປະຊຸມຖ່າຍທອດສົດຂອງສຳພັນລັດຖະສະພາພາສາຝຣັ່ງ
ຍສໝ - ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 40 ຄົນທີ່ເປັນສະມາຊິກຂອງຄະນະກຳມະການບໍລິຫານ APF, ຜູ້ຕາງໜ້າຈາກອົງການສາກົນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ຍສໝ - ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 40 ຄົນທີ່ເປັນສະມາຊິກຂອງຄະນະກຳມະການບໍລິຫານ APF, ຜູ້ຕາງໜ້າຈາກອົງການສາກົນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.
ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່, ປັບປຸງລາຍໄດ້ຂອງຊຸມຊົນ ແລະ ຊ່ວຍໃຫ້ຊຸມຊົນສາມາດ ຜ່ານລະດູການຂາດ ເຂີນດ້ວຍອາຫານ ທີ່ມີໂພຊະນາການຫລາຍຂຶ້ນ, ເຊິ່ງມີຄວາມຈຳເປັນຢ່າງຍິ່ງ ໃນສະພາບທີ່ເສດຖະກິດສັງຄົມ ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງ ໂຄວິດ-19.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳຝລັ່ງ, ທ່ານຫງວຽນທຽບ - ເອກອັກຄະລັດຖະທູດ ໄດ້ມອບຜ້າບັງປາກ ໃຫ້ສະມາຄົມຊາວຫວຽດນາມ ແລະ ບັນດາອົງການມິດຕະພາບຝະລັ່ງ - ຫວຽດນາມ.
ຍສໝ - ແຕ່ວັນທີ 5 - 6/5, 240 ພົນລະເມືອງຫວຽດນາມ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ເຈັບເປັນ, ນັກຮຽນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກປິດຈະໄດ້ນຳສົ່ງກັບປະເທດ.
ຍສໝ - ຊຸດສະໜັບສະໜູນດ້ານການເງິນ ຈຳນວນ 2 ລ້ານເອີໂຣ ຈະໄດ້ແຈກຢາຍໃຫ້ 5 ປະເທດອາຊຽນ, ລວມທັງຫວຽດນາມ, ກຳປູເຈຍ, ລາວ, ມຽນມາ ແລະ ຟີລິບປິນ ເພື່ອສ້າງຄວາມເຂັ້ມແຂງໃນການເຝົ້າລະວັງ ແລະ ຮັບມືຕໍ່ການລະບາດຂອງ COVID-19.
ຍສໝ - ຕອນບ່າຍວັນທີ 29 ເມສາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ຝລັ່ງ ນະຄອນໂຮ່ຈິມິນ ໄດ້ມອບເຄື່ອງມືອຸປະກອນການແພດ ເຊິ່ງເປັນຜ້າບັງປາກຈຳນວນ 23.000 ແຜ່ນ ແລະ ນໍ້າຢາຂ້າເຊື້ອ 100 ລິດ ໃຫ້ປະຊາຊົນຝຣັ່ງ ເພື່ອຮ່ວມມືຕໍ່ຕ້ານພະຍາດ COVID-19 ຜ່ານສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ.
ຍສໝ - ໂຮງໝໍແມ່ສູນກາງ ຫາກໍ່ໄດ້ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ບັນລຸມາດຕະຖານ, ເຊິ່ງແຕ່ລະຊຸດປະກອບມີ: ໂສ້ງ, ເຊື້ອ, ຜ້າອັດປາກ, ແວ່ນຕາ, ໝວກ, ຖົງມື ແລະ ຜ້າປົກເກີບ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ເພື່ອສະໜັບສະໜູນ ປະຊາຊົນຝຣັ່ງຕໍ່ຕ້ານ COVID-19.
ຍສໝ - ໃນຕອນເຊົ້າວັນທີ 22 ເມສາ, ຄະນະຜູ້ແທນສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ຝຣັ່ງ ນຳໂດຍທ່ານນາງ ຫງວຽນທິກິມຕຽນ - ຫົວໜ້າຄະນະເບິ່ງແຍງ ແລະ ຮັກສາສຸຂະພາບ ພະນັກງານ ຂັ້ນ ສູນກາງ ໄດ້ມາຢ້ຽມຢາມສະຖານທູດຝຣັ່ງ ປະຈຳ ຫວຽດນາມ ແລະ ໄດ້ມອບຜ້າບັງປາກການແພດ ຈຳນວນ 51,000 ແຜ່ນ ເພື່ອສະໜັບສະໜູນປະເທດຝະລັ່ງ ໃນການປ້ອງກັນ ແລະ ຕ້ານຕໍ່ກັບພະຍາດ COVID-19.
ຍສໝ - ໜັງສືພິມ Le Figaro (ປະເທດຝະລັ່ງ) ລົງໃນວັນທີ 20 ເມສາ ມີບົດຂຽນອະທິບາຍເຫດຜົນທີ່ຫວຽດນາມ ໄດ້ຮັບຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ Covid-19 ເຊິ່ງບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນ.
ຍສໝ - ຄົນປ່ວຍຕິດພະຍາດ COVID-19 ທີ 76, ສັນຊາດຝຣັ່ງ ໄດ້ກ່າວວ່າ ຮູ້ສຶກໂຊກດີ ຫຼາຍທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານແພດໝໍ ຂອງຫວຽດນາມ. "ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພະນັກງານແພດໝໍ ທີ່ໄດ້ຮັກສາ ແລະ ປິ່ນປົວໃຫ້ຂ້າພະເຈົ້າ".
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງງານກົມຮັກສາສັນຕິພາບ ຫວຽດນາມ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ”.
ຍສໝ - ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໃຫ້ຮູ້ວ່າ ບັນດາການນຳ ການາດາ, ຝຣັ່ງ ແລະ ເຢຍລະມັນ ໄດ້ເຫັນດີເປັນເອກະພາບຮ່ວມມືກັບ ຍີ່ປຸ່ນ ໃນບັນດາຄວາມມານະພະຍາຍາມແກ້ໄຂບັນຫາ ສປປ.ເກົາຫຼີເໜືອ.
ນັກສືກສາຈຳນວນ 40 ຄົນມາຈາກ 5 ປະເທດປະກອບມີ ກໍາປູເຈຍ, ສ.ເກົາຫລີ, ລາວ, ໄທ ແລະ ສ.ສ ຫວຽດນາມໄດ້ເຂົ້າຮ່ວມເຮັດກິດຈະກໍາ ‘’ໂຄງການຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ຮຽນພາສາຝຣັ່ງ ປະຈຳປີ 2019, ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດທີ່ວິທະຍາໄລຄູນະຄອນຫຼວງພະບາ, ແຕ່ວັນທີ 21 ຫາ 26 ກໍລະກົດ 2019 ພາຍໃຕ້ຫົວຂໍ້ "ອາຊີບໃນຂະແໜງການທ່ອງທ່ຽວທີ່ໃຊ້ພາສາຝຣັ່ງ".
ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.
ໃນວັນທີ 23 ມັງກອນ 2019 ຢູ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟລໍຣອງສ ຊອງບລອງ ຣິສແລກ ( Florence Jeamblanc Risler) ພ້ອມດ້ວຍຄະນະ ໃນໂອກາດ ທີ່ທ່ານໄດ້ມາຮັບຕຳແໜ່ງເປັນ ເອກອັກຄະລັດຖະທຸດ ຝຣັ່ງຄົນໃໝ່ ປະຈຳ ສປປ ລາວ.
ໃນວັນທີ 8 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ພ້ອມດ້ວຍ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.
ໃນຕົ້ນເດືອນທີ່ຜ່ານມາ ອົງການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ຂົນສົ່ງ ແລະ ບໍລິການຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)ເພື່ອສຶກສາ-ສໍາຫລວດຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວທ່າຝຣັ່ງ ແລະ ສາຍນໍ້າໂດນ.