ນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະມາຄົມຊັບສິນ ທີ່ເປັນ ມໍລະດົກໂລກຂອງຝຣັ່ງ

08:27 | 09/11/2018

ໃນວັນທີ 8 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ພ້ອມດ້ວຍ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະມາຄົມຊັບສິນ ທີ່ເປັນ ມໍລະດົກໂລກຂອງຝຣັ່ງ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະມາຄົມຊັບສິນ ທີ່ເປັນ ມໍລະດົກໂລກຂອງຝຣັ່ງ.(ພາບ:ເກດສະໜາ)

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ Yves Dauge ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນ ການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ໂດຍສະເພາະ ການທົບທວນຕີລາຄາຄືນ ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫລືອ ສະໜັບສະໜູນຈາກຝຣັ່ງ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ສະມາຄົມຊັບສິນທີ່ເປັນມໍລະດົກໂລກຂອງຝຣັ່ງ ກໍຄື ລັດຖະບານຝຣັ່ງ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ສະໜັບສະໜູນ ສປປ ລາວຕະຫລອດໄລຍະຜ່ານມາ.

ໃນໂອກາດດຽວກັນນີ້, ທ່ານ Yves Dauge ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານການ ເຄື່ອນ ໄຫວ ແລະ ບັນດາກິດຈະກຳຕ່າງໆ ໃຫ້ທ່ານ ນາຍົກລັດ ຖະມົນຕີ ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ກິດຕາ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.