ຜູ້ປ່ວຍຝຣັ່ງ ຕິດພະຍາດ COVID-19 ສະແດງຄວາມຂອບອົກຂອບໃຈແພດໝໍ ຫວຽດນາມ

11:22 | 05/04/2020

ຍສໝ - ຄົນປ່ວຍຕິດພະຍາດ COVID-19 ທີ 76, ສັນຊາດຝຣັ່ງ ໄດ້ກ່າວວ່າ ຮູ້ສຶກໂຊກດີ ຫຼາຍທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານແພດໝໍ ຂອງຫວຽດນາມ. "ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພະນັກງານແພດໝໍ ທີ່ໄດ້ຮັກສາ ແລະ ປິ່ນປົວໃຫ້ຂ້າພະເຈົ້າ".

ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ ໜັງສືພິມລັດເຊຍ ຖືຫວຽດນາມແມ່ນແບບຢ່າງໃນການຄວບຄຸມໂລກລະບາດພະຍາດ COVID-19
ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ ກະຊວງສາທາລະນະສຸກ ຫວຽດນາມ: ຜູ້ປ່ວຍ COVID-19 ໄດ້ຮັບການປິ່ນປົວສຸຂະພາບຟື້ນຟູເປັນ ປົກກະຕິແລ້ວຕື່ມອີກ 6 ຄົນ, ໄດ້ອອກໂຮງໝໍຕື່ມອີກ 3 ຄົນ

ຜູ້ປ່ວຍເພດຊາຍ ທີ 76, ສັນຊາດຝຣັ່ງ ໄດ້ເຂົ້າມາປະເທດ ຫວຽດນາມ ໃນວັນທີ 10 ມີນາ ແລະ ໄດ້ເຂົ້າປິ່ນປົວໃນວັນທີ 18 ມີນາທີ່ ໂຮງໝໍພະຍາດເຂດຮ້ອນສູນກາງ ດົງແອງ ( ຮ່າໂນ້ຍ). ໃນວັນທີ 2 ເມສາ, ຜູ້ປ່ວຍ ໄດ້ປະກາດຫາຍດີເປັນປົກກະຕິໂດຍກະຊວງສາທາລະນະສຸກ.

ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ
ຜູ້ປ່ວຍຝຣັ່ງ ຕິດພະຍາດ COVID-19 ໄດ້ສະແດງຄວາມຂອບອົກຂອບໃຈແພດໝໍ ຫວຽດນາມ. (ພາບ: kenh14)

ແບ່ງປັນຄວາມຮູ້ສຶກຂອງຕົນ, ຜູ້ປ່ວຍຝຣັ່ງ ໄດ້ກ່າວວ່າ “ໃນເມື່ອທີ່ຮູ້ວ່າຖືກຕິດເຊື້ອພະຍາດ Covid-19, ຂ້າພະເຈົ້າ ມີຄວາມຫ່ວງໃຍຫຼາຍ, ແຕ່ວ່າຫຼັງຈາກນັ້ນຂ້າພະເຈົ້າກໍ່ຮູ້ສຶກອຸ່ນອ່ຽນໃຈ ແລະ ໂຊກດີ ທີ່ໄດ້ຮັບການຊ່ວຍເຫຼືອຢ່າງສຸດອົກສຸດໃຈ ຈາກສະຖານທູດຝຣັ່ງ ປະຈຳ ຫວຽດນາມ ແລະ ຄະນະແພດໝໍຂອງຫວຽດນາມ. ຂ້າພະເຈົ້າຢາກສະແດງຄວາມ ສະເທືອນໃຈ ສຳຫຼັບຄະນະແພດໝໍຫວຽດນາມ ທີ່ໄດ້ຮັກສາ ແລະ ປິ່ນປົວໃຫ້ຂ້າພະເຈົ້າໃນຫວ່າງແລ້ວນີ້."

ກ່ອນໜ້ານັ້ນ, ຕາມການລາຍງານຂອງສະຖາບັນອະນາໄມ ແລະ ສຸຂາພິບານສູນກາງ ໃຫ້ຮູ້ວ່າ ຜູ້ປ່ວຍ COVID-19 ທີ 76 ຢູ່ຫວຽດນາມ ແມ່ນເພດຊາຍ, ອາຍຸ 52 ປີ, ສັນຊາດຝຣັ່ງ. ຜູ້ປ່ວຍແມ່ນ ຜູ້ໂດຍສານໃນຖ້ຽວບິນ TK162 ທີ່ສະໜາມບິນສາກົນ ເຕີນເຊີນຍຶດ ໃນວັນທີ 10/03/2020, ແລະ ໄດ້ທົດສອບຕິດໄວຣັດພະຍາດ COVID-19.

ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ ສ.ເກົາຫຼີ ສົ່ງເສີມການຈັດຕັ້ງກອງປະຊຸມທາງອອນລາຍພິເສດ ອາຊຽນ+3 ເພື່ອປຶກສາຫາລືກ່ຽວກັບໂລກພະຍາດ Covid-19

ຍສໝ - ການກະທຳນີ້ຂອງ ເຊີອູນ ແມ່ນເພື່ອແນໃສ່ປະຕິບັດທັດສະນະຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໂດຍເນັ້ນໜັກເຖິງ "ການຮ່ວມມື ແລະ ສາມັກຄີ" ຂອງປະຊາຄົມສາກົນພ້ອມກັນຕ້ານໂລກພະຍາດ Covid-19.

ຜ ປ ວຍຝຣ ງ ຕ ດພະຍາດ covid 19 ສະແດງຄວາມຂອບອ ກຂອບໃຈແພດໝ ຫວຽດນາມ ລັດຖະບານຫວຽດນາມ ໜູນຊ່ວຍປະຊາຊົນຜູ້ໄດ້ຮັບຜົນສະທ້ອນຈາກພະຍາດ Covid-19

ຍສໝ​ - ລັດຖະບານ ຫວຽດນາມ ໜູນຊ່ວຍຈໍານວນເງິນຫຼາຍກວ່າ 60 ພັນຕື້ດົ່ງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນສະທ້ອນຈາກການລະບາດ ຂອງພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.