ຫວຽດນາມ ເຂົ້າຮ່ວມກອງປະຊຸມຖ່າຍທອດສົດຂອງສຳພັນລັດຖະສະພາພາສາຝຣັ່ງ

08:11 | 28/01/2021

ຍສໝ - ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 40 ຄົນທີ່ເປັນສະມາຊິກຂອງຄະນະກຳມະການບໍລິຫານ APF, ຜູ້ຕາງໜ້າຈາກອົງການສາກົນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045
ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM) ຄັ້ງທີ 20

ຕອນຄ່ຳວັນທີ 25 ມັງກອນ, ອະນຸກຳມະການຫວຽດນາມໃນສະຫະພັນພາສາຝະລັ່ງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ APF ດ້ວຍຮູບການຖ່າຍທອດສົດ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ແທນປະມານ 40 ຄົນທີ່ເປັນສະມາຊິກຂອງຄະນະກຳມະການບໍລິຫານ APF, ຜູ້ຕາງໜ້າຈາກອົງການສາກົນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງສາກົນຈຳນວນໜຶ່ງ.

ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານຈາກເລຂາທິການໃຫຍ່ສະພາ ກ່ຽວກັບການເຄື່ອນໄຫວ ແລະ ມາດຕະການຂອງອົງການຈັດຕັ້ງເພື່ອຕອບສະໜອງຕໍ່ການຜັນແປທີ່ສັບສົນ ຂອງການລະບາດຂອງພະຍາດ COVID-19; ປຶກສາຫາລືທິດທາງທົ່ວໄປ ແລະ ວາລະການເຮັດວຽກໃນປີ 2021, ແຜນງານການຮ່ວມມືຫຼາຍຝ່າຍລະຫວ່າງສະພາ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຖ່າຍທອດສົດຂອງສຳພັນລັດຖະສະພາພາສາຝຣັ່ງ
ຫວຽດນາມ ເຂົ້າຮ່ວມກອງປະຊຸມຖ່າຍທອດສົດຂອງສຳພັນລັດຖະສະພາພາສາຝຣັ່ງ. (ພາບ: TTXVN)

ສະພາບໍລິຫານໄດ້ຕົກລົງສືບຕໍ່ຈັດຕັ້ງປະຕິບັດຂອບຍຸດທະສາດ APF ໄລຍະ 2019-2022; ໃນນັ້ນ, ສຸມໃສ່ 4 ບັນຫາບຸລິມະສິດພາຍໃຕ້ແຜນງານການປະຕິບັດງານຂອງ ອົງການສາກົນພາສາຝຣັ່ງ (OIF), ລວມມີ: ຕ້ານການກໍ່ການຮ້າຍ ແລະ ຄວາມຮຸນແຮງຈັດໂພດ; ການພັດທະນາລວມ ແລະ ການເຕີບໃຫຍ່; ການພັດທະນານະໂຍບາຍສາທາລະນະ ກ່ຽວກັບການສຶກສາ ແລະ ການສິດສອນພາສາຝຣັ່ງ; ຮັບຮອງເອົາ ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງສະຫະປະຊາຊາດ. ກອງປະຊຸມຄະນະບໍລິຫານງານ APF ແມ່ນໜຶ່ງໃນບັນດາກິດຈະກຳ ໃນຂອບຂອງກອງປະຊຸມສະມັດຊາໃຫຍ່ APF-46 ທີ່ໄດ້ດຳເນີນແຕ່ວັນທີ 19-29 ມັງກອນ.

ຄາດວ່າໃນວາລະທັງໝົດຂອງກອງປະຊຸມໃຫຍ່ທີ່ມີຫົວຂໍ້ວ່າ “ລັດຖະສະພາຂອງບັນດາປະເທດພາສາຝລັ່ງ ໄດ້ຕອບສະໜອງຕໍ່ຜົນກະທົບຈາກວິກິດການລະບາດຂອງ COVID-19, ຄວາມມຸ່ງຫວັງຕໍ່ອະນາຄົດ”, ຜູ້ຕາງໜ້າຂອງຫວຽດນາມ ຈະກ່າວຄຳປາໄສການເຈລະຈາເຕົ້າໂຮມ ເຊິ່ງເນັ້ນໜັກເຖິງຜົນ ສຳເລັດຂອງສະພາແຫ່ງຊາດໃນປີ 2020 ໂດຍຜ່ານການຮ່ວມເດີນທາງກັບລັດຖະບານ ຈັດຕັ້ງປະຕິບັດ "ເປົ້າໝາຍຄວບຄູ່": ການຄວບຄຸມພະຍາດ ແລະ ການຈະເລີນເຕີບໂຕທາງເສດຖະກິດ; ໃຊ້ມາດຕະການຕ່າງໆ ເພື່ອຮັບມືກັບຜົນກະທົບຫຍໍ້ທໍ້ຂອງການລະບາດຂອງ COVID-19; ຮັກສາການເຄື່ອນໄຫວເປັນປົກກະຕິຂອງສະພາແຫ່ງຊາດ, ຈັດຕັ້ງການປະຊຸມຂອງສະພາແຫ່ງຊາດໂດຍຜ່ານຮູບແບບຖ່າຍທອດສົດ ແລະ ເຕົ້າໂຮມ; ຜົນສຳເລັດຂອງປະທານ AIPA ປີ 2020 ແລະ ຈັດຕັ້ງກອງປະຊຸມໃຫຍ່ AIPA-41 ຮູບແບບຖ່າຍທອດສົດ.

ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045

ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.

ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ

ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ.

ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.