ໂຮງໝໍແມ່ສູນກາງ ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ

06:30 | 26/04/2020

ຍສໝ - ໂຮງໝໍແມ່ສູນກາງ ຫາກໍ່ໄດ້ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ບັນລຸມາດຕະຖານ, ເຊິ່ງແຕ່ລະຊຸດປະກອບມີ: ໂສ້ງ, ເຊື້ອ, ຜ້າອັດປາກ, ແວ່ນຕາ, ໝວກ, ຖົງມື ແລະ ຜ້າປົກເກີບ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ເພື່ອສະໜັບສະໜູນ ປະຊາຊົນຝຣັ່ງຕໍ່ຕ້ານ COVID-19.    

ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ ວັດ ເຝີດຕິກ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ບັນດາຄອບຄົວຊາວຫວຽດນາມ ຢູ່ ລາວເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ COVID-19
ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ ແຂວງ ກຽນຢາງ ສສ.ຫວຽດນາມ ໄດ້ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍດ້ວຍຈຳນວນເງິນກວ່າ 200 ລ້ານດົ່ງເພື່ອຕ້ານພະຍາດ COVID-19
ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ
ໂຮງໝໍແມ່ສູນກາງ ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ.(ພາບ: PV/Vietnam+)

ປັດຈຸບັນ, ຫຼາຍປະເທດໃນທົ່ວໂລກ ກຳລັງຮັບມືກັບການລະບາດຂອງພະຍາດລະບາດ COVID-19, ແລະປະເທດຝຣັ່ງ ມີກໍລະນີຕິດເສື້ອ ແລະ ອັດຕາການເສຍຊີວິດສູງສຸດເປັນອັນດັບ 4 ຂອງໂລກ. ທ່ານໝໍ ແລະ ພະຍາບານຝຣັ່ງ ກຳລັງຕໍ່ສູ້ເພື່ອຄວບຄຸມພະຍາດດັ່ງກ່າວ. ໃນປະເທດຝຣັ່ງ, ເຄື່ອງໃຊ້ທາງການແພດລວມທັງເຄື່ອງນຸ່ງປ້ອງກັນການລະບາດຂອງພະຍາດ ແລະ ຜ້າອັດປາກ ແມ່ນຈຳເປັນ.

ຄວາມເປັນຫ່ວງຂອງບັນດາທ່ານໝໍ ຂອງໂຮງແມ່ສູນກາງ ໄດ້ສະແດງໃຫ້ເຫັນຄວາມສາມັກຄີ ແລະ ຄວາມພ້ອມທີ່ຈະແບ່ງປັນກັບປະຊາຊົນຝຣັ່ງໃນການຕໍ່ສູ້ກັບ COVID-19.

ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ
ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝະລັ່ງ ມອບຂອງຂວັນຊ່ວຍເຫຼືອໃຫ້ສະຖານທູດຝຣັ່ງປະຈຳ ຫວຽດນາມ.

ທີ່ການຕ້ອນຮັບ, ຜູ້ຕາງໜ້າ ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝະລັ່ງ ໄດ້ຂອບອົກຂອບໃຈໂຮງໝໍແມ່ສູນກາງ ທີ່ ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ແລະ ຈະແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ແພດໝໍ ແລະ ປະຊາຊົນຝຣັ່ງໂດຍໄວ.

ກ່ອນໜ້ານັ້ນ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝະລັ່ງ ໄດ້ມອບຜ້າອັດປາກການແພດ 51.000 ແຜ່ນໃຫ້ປະຊາຊົນຝະລັ່ງ. ຈຳນວນຜ້າອັດປາກການແພດ ທີ່ໄດ້ມອບຮັບໃນຄັ້ງນີ້ລວມມີມຸນຄ່າ ຫຼາຍກ່ວາ 200 ລ້ານດົ່ງ, ໄດ້ຖືກຮຽກຮ້ອງການສະໜັບສະໜູນຈາກສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ ປະເທດຝຣັ່ງ (UAVF); ບັນດາອົງການສູນກາງ ແລະ ທ້ອງຖິ່ນ, ບັນດາວິສາຫະກິດຫວຽດນາມ ໄດ້ຮ່ວມມືກັບຝະລັ່ງ… ປະຈຸບັນ, ສະມາຄົມສືບຕໍ່ຮຽກຮ້ອງການສະໜັບສະໜູນຕື່ມອີກ.

ນອກຈາກນັ້ນ, ໃນຕອນບ່າຍວັນທີ 24 ເມສາ, ກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງຂ້າເຊື້ອ ຈຳນວນ 10.000 ອັນຂອງກະຊວງຕຳຫຼວດຫວຽດນາມ ໃຫ້ກະຊວງພາຍໃນປະເທດຝລັ່ງ, ເພື່ອແນໃສ່ໜູນຊ່ວຍໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຜ່ານ ທ່ານ Nicolas Warnery ເອກອັກຄະລັດຖະທູດຝລັ່ງ ປະຈຳຫວຽດນາມ.

ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ ວັດ ເຝີດຕິກ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ບັນດາຄອບຄົວຊາວຫວຽດນາມ ຢູ່ ລາວເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ COVID-19
ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ ແຂວງ ກຽນຢາງ ສສ.ຫວຽດນາມ ໄດ້ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍດ້ວຍຈຳນວນເງິນກວ່າ 200 ລ້ານດົ່ງເພື່ອຕ້ານພະຍາດ COVID-19
ໂຮງໝ ແມ ສ ນກາງ ມອບຊ ດປ ອງກ ນຕ ານໂລກລະບາດ 500 ຊ ດ ໃຫ ສະມາຄ ມມ ດຕະພາບ ແລະ ການຮ ວມມ ຫວຽດນາມ ຝຣ ງ ເຈົ້າຄອງນະຄອນ Thale (ເຢຍລະມັນ) ຂອບໃຈປະຊາຄົມຊາວຫວຽດນາມທີ່ໄດ້ມອບຜ້າອັດປາກໃຫ້ນະຄອນ Thale

ໄຊພອນ

ເຫດການ
302 Found

Found

The document has moved here.