ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບ ທູດຝຣັ່ງ ປະຈຳ ລາວ ຄົນໃໝ່

00:54 | 13/05/2019

ໃນວັນທີ 23 ມັງກອນ 2019 ຢູ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟລໍຣອງສ ຊອງບລອງ ຣິສແລກ ( Florence Jeamblanc Risler) ພ້ອມດ້ວຍຄະນະ ໃນໂອກາດ ທີ່ທ່ານໄດ້ມາຮັບຕຳແໜ່ງເປັນ ເອກອັກຄະລັດຖະທຸດ ຝຣັ່ງຄົນໃໝ່ ປະຈຳ ສປປ ລາວ.

ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບ ທູດຝຣັ່ງ ປະຈຳ ລາວ ຄົນໃໝ່

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟລໍຣອງສ ຊອງບລອງ ຣິສແລກ ( Florence Jeamblanc Risler).

ໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ກໍໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຟລໍຣອງສ ຊອງບລອງ ຣິສແລກ ທີ່ໄດ້ນຳພາຄະນະ ເຂົ້າຢ້ຽມຂ່ຳນັບ ໃນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ ໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃຫ້ນັບມື້ນັບແໜ້ນ ແຟ້ນຍິ່ງໆຂຶ້ນ.

ທ່ານ ສຸພັນ ແກ້ວມີໄຊ ກ່າວວ່າ: ໃນໄລຍະຜ່ານມາ ການຊ່ວຍເຫລືອເພື່ອການພັດທະນາຂອງລັດຖະບານຝຣັ່ງ ຕໍ່ລັດຖະບານລາວ ມີສອງຮູບແບບ ຄື: ການຊ່ວຍເຫລືອ ໂດຍຜ່ານອົງການຝຣັ່ງ ເພື່ອການພັດທະນາ (AFD) ແລະ ການຊ່ວຍເຫລືອຜ່ານທາງສະຖານທູດຝຣັ່ງ ປະຈຳ ສປປ ລາວ. ນອກນີ້, ຍັງມີການຊ່ວຍເຫລືອ ຈາກບັນດາອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (NGO) ຂອງ ຝຣັ່ງ ແລະ ອື່ນໆ ລວມມູນຄ່າການຊ່ວຍເຫລືອປະມານ 25 ລ້ານເອີໂຣຕໍ່ປີ. ນັບແຕ່ ປີ 1994 ເຖິງປັດຈຸບັນ ການຊ່ວຍເຫລືອຂອງອົງການ AFD ມີມູນຄ່າ 150 ລ້ານເອີໂຣ ເປັນຕົ້ນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ແລະ ຂົງເຂດພັດທະນາຕົວເມືອງ ແລະ ວັດທະນະທຳ-ສັງຄົມ, ສ່ວນການຊ່ວຍເຫລືອຜ່ານສະຖານທູດຝຣັ່ງ ມີຂົງເຂດສາທາລະນະສຸກ, ສຶກສາ, ຂົງເຂດການສົ່ງເສີມວັດ ທະນະທຳ ແລະ ຂົງເຂດອື່ນໆ.

ໃນໂອກາດດຽວກັນ, ທ່ານ ນາງ ຟລໍຣອງສ ຊອງບລອງ ຣິສແລກ ກໍໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານລັດຖະມົນຕີ, ພ້ອມທັງແຈ້ງຈຸດປະສົງ ຂອງການເຂົ້າພົບ ໃນຄັ້ງນີ້ໃຫ້ຊາບຕື່ມອີກ, ຊຶ່ງທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ-ຝຣັ່ງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອແກ່ ສປປ ລາວ ຕຶ່ມອີກ.

(ແຫຼ່ງ​ຂໍ້​ມູນ​: ມະນີທອນ/ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.