ສາມັກຄີສ້າງເສັ້ນຊາຍແດນຫວຽດນາມ-ລາວ ຢ່າງມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ

ສາມັກຄີສ້າງເສັ້ນຊາຍແດນຫວຽດນາມ-ລາວ ຢ່າງມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ

ຍສໝ - ພາຍຫຼັງ 6 ປີແຫ່ງການເຄື່ອນໄຫວຢູ່ເທິງຍອດພູທີ່ອັນຕະລາຍ, ສະພາບອາກາດທີ່ຮ້າຍແຮງ, ດ້ວຍຄວາມຕັດສິນໃຈ ແລະຈິດໃຈສະໜັບສະໜູນເຊິ່ງກັນ ແລະກັນ, ກຳລັງຂີດເສັ້ນ, ປັກຫຼັກໝາຍຊາຍແດນຂອງທັງສອງຝ່າຍໄດ້ເຮັດສຳເລັດໜ້າທີ່. ລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງສຳເລັດ 202 ຫຼັກ/ 2.067 ກິໂລເມັດ

ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2

ກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2

ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2. ບັນດາຄໍາຄິດເຫັນທີ່ກອງປະຊຸມຕີລາຄາສູງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະມີຄວາມໝາຍ. ຈຸດພົ້ນເດັ່ນຂອງງານພົບປະຄັ້ງນີ້ ນັ້ນແມ່ນເປັນຄັ້ງທຳອິດທີ່ສອງຝ່າຍໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດດ້ວຍຫົວຂໍ້ວ່າ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ” ດ້ວຍຮູບການໂອ້ລົມສົນທະນາ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບ.

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຫຼໍ່ລ້ຽງນ້ຳໃຈ​ມິດຕະພາບ​ຊາຍ​ແດນ

ຍສໝ - ກ້າວ​ຂຶ້ນ​ສູ່​ເວທີຂອງລາຍການ “ພົບປະ​ແລກປ່ຽນ​ວຽກ​ງານ​ການ​ເມືອງ ​ແລະ ນາຍທະຫານຫນຸ່ມຂອງກອງທັບສອງປະເທດ ຫວຽດນາມ - ລາວ: ຄວາມເຊື່ອໝັ້ນທີ່ຊື່ສັດຈິງໃຈ” ​ໃນ​ເດືອນ​ຕຸລາ ປີ 2024 ຢູ່​ເມືອງ ມົກ​ເຈົາ, ແຂວງ ເຊີນ​ລາ, ນາງ ຕຸ່ນ​ແພງ ຄຳ​ສີ, ນັກຮຽນ​ຊັ້ນ ມ6 ຂອງ​ໂຮງຮຽນ​ມັດ​ທະ​ຍົມ​ປາຍ ກຸ່ມສີ​ບຸນ​ເຮືອງ, ​ເມືອງ​ ສົບເບົາ, ​ແຂວງ​ຫົວພັນ (ລາວ) ​ຍິ້ມ​ແຍ້ມ​ ເມື່ອໄດ້​ພົບ​ປະ​ກັບ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ຫວຽດນາມ​ອີກ.

ເລື່ອງລາວ “ຊ່ວຍນ້ອງໄປຮຽນ” ທີ່ຕື້ນຕັນໃຈ ຂອງທະຫານຊາຍແດນຫວຽດນາມ ສະຫງວນໃຫ້ເດັກນ້ອຍລາວ

ເລື່ອງລາວ “ຊ່ວຍນ້ອງໄປຮຽນ” ທີ່ຕື້ນຕັນໃຈ ຂອງທະຫານຊາຍແດນຫວຽດນາມ ສະຫງວນໃຫ້ເດັກນ້ອຍລາວ

ຍສໝ - ນີ້ແມ່ນເນື້ອໃນພິເສດນອນໃນຂອບເຂດ “ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ໂດຍກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ສົມທົບກັນຈັດຕັ້ງ.

ພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານທະຫານ ລາວ

ພິທີປິດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານທະຫານ ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 28 ຕຸລາ​, ຢູ່ກອງພັນການຝຶກອົບຮົມ-ເຄື່ອນທີ່ (ຕາແສງ ເຮືອງເຖາະ), ກອງ​ບັນຊາ​ການ​ທະຫານ​ປ້ອງກັນຊາຍແດນແຂວງ ໄດ້​ຈັດ​ພິທີ​ປິດ​ຊຸດຝຶກ​ອົບຮົມ​ວິຊາສະເພາະ​ປ້ອງ​ກັນ​ຊາຍ​ແດນ​ໃຫ້​ພະນັກງານ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ສາລະ​ວັນ - ລາວ. ທ່ານພັນໂທ ເຈີ່ນມິງຕວານ, ກໍາມະການຄະນະປະຈໍາ - ຮອງຫົວໜ້າຜູ້ບັນຊາການ, ທັງເປັນຫົວໜ້າເສນາທິການທະຫານ​ປ້ອງກັນຊາຍແດນແຂວງ ເຂົ້າຮ່ວມ ແລະ ຊີ້ນໍາພິທີ.

ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ

ຍສໝ - ໂດຍສືບ​ຕໍ່​ກິດຈະກໍາເຄື່ອນໄຫວ​ຢູ່​ເມືອງ ມົກ​ເຈົາ (ແຂວງ ເຊີນ​ລາ), ຕອນ​ເຊົ້າ​ວັນ​ທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ​ສືບຕໍ່​ດຳ​ເນີນ​ບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.

ຫວຽດນາມ-ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ

ຫວຽດນາມ-ລາວ ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ

ຍສໝ - ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຊາຍແດນລາໄລ ຍັງໄດ້ສະແດງໃຫ້ເຫັນໃນບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຂອງສອງປະເທດເມື່ອການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມສອງຝ່າຍຊາຍແດນໄດ້ຮັບການຜັນຂະຫຍາຍ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນ ຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ເປີດໄລຍະໃໝ່ໃນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ງານພົບປະແລກປ່ຽນມິດຕະພາບປ້ອງກັນ ຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ເປີດໄລຍະໃໝ່ໃນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ມີຄວາມໝາຍສໍາຄັນທີ່ສຸດ, ຈະປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ແລະທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.

ມຸ່ງໄປເຖິງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ກຽມພ້ອມໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2

ມຸ່ງໄປເຖິງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ກຽມພ້ອມໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2

ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວເລິກເຊິ່ງຂຶ້ນກວ່າເກົ່າ.

ມຸ່ງໄປເຖິງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ

ມຸ່ງໄປເຖິງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2: ເສີມສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ

ຍສໝ - ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ.

ຫວຽດນາມ-ລາວ ຍູ້ແຮງການຮ່ວມມືດ້ານທ່ອງທ່ຽວຊາຍແດນ

ຫວຽດນາມ-ລາວ ຍູ້ແຮງການຮ່ວມມືດ້ານທ່ອງທ່ຽວຊາຍແດນ

ຍສໝ - ເພື່ອເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະປະເທດໃຫ້ໄດ້ຢ່າງສຸດຂີດ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະລາວ ຄວນສົມທົບກັນຊຸກຍູ້ການເຊື່ອມຕໍ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ຄື: ກໍ່ສ້າງລະບົບທ່າກຳປັ່ນທ່ອງທ່ຽວ ແລະບ່ອນຢຸດພັກເຊົາ Tour ທ່ອງທ່ຽວທາງບົກ, ພັດທະນາແຫຼ່ງທ່ອງທ່ຽວ,...

ຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດເຂດຊາຍແດນ ຫວຽດນາມ-ລາວ

ຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດເຂດຊາຍແດນ ຫວຽດນາມ-ລາວ

ຍສໝ - ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະຊາຍແດນຂອງປະເທດຊາດ.

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ນັກຮຽນຮູ້ສາກົນແບ່ງປັນປະສົບການກ່ຽວກັບການຮ່ວມມື, ການຄຸ້ມຄອງເຂດຊາຍແດນດິນຕໍ່ດິນ ແລະທະເລ

ຍສໝ - ວັນທີ 8 ຕຸລາ 2024, ການສຳມະນາສາກົນ “ຮ່ວມມືເພື່ອຊາຍແດນ, ທະເລ, ໝູ່ເກາະ ສັນຕິພາບ ແລະ ການພັດທະນາ” ໄດ້ຈັດຂຶ້ນຢ່າງສຳເລັດຜົນ ຢູ່ຮ່າໂນ້ຍ.

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2

ກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2

ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າ ຈະຈັດຕັ້ງໃນເດືອນ ຕຸລາ 2024 ຢູ່ບໍລິເວນເມືອງມົກເຈົາ ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນຂອງລາວ. ເດືອນສິງຫາ ຜ່ານມານີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຂອງສອງປະເທດຫວຽດນາມ-ລາວ ໄດ້ດໍາເນີນການສໍາຫຼວດ, ກວດກາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນດັ່ງກ່າວຢູ່ບໍລິເວນເມືອງມົກເຈົາ ແລະເມືອງສົບເບົາ.

ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ

ຊຳນານພາສາປະເທດເພື່ອນປະກອບສ່ວນປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ

ຍສໝ - ບັນດາທີມຈະເຂົ້າຮ່ວມ 2 ເນື້ອໃນແມ່ນການແຂ່ງຂັນບຸກຄົນ ແລະລວມໝູ່. ໃນການແຂ່ງຂັນບຸກຄົນ, ນາຍທະຫານຊາຍແດນແຕ່ລະຄົນ ຈະຕ້ອງແຂ່ງຂັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ສ່ວນການແຂ່ງຂັນລວມໝູ່ມີບັນດາເນື້ອໃນ, ຄື: ທັກທາຍຕາມຮູບແບບລະຄອນ; ຕອບຄໍາຖາມໂດຍກົງ ແລະ ປາກເວົ້າ.

ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ”

ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້​ມີການໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ກວາງ​ນາມ.