ຍສໝ - ຕອນເຊົ້າວັນທີ 12 ພຶດສະພາ ໄດ້ດຳເນີນກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງເວທີປາໄສຮ່ວມມືອາຊຽນ - ເອີລົບ (ASEM) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດອາຊຽນ ແລະ ຄະນະເລຂາອາຊຽນ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການນິຕິກຳ (ຄະນະກຳມະການເລກ 6) ສະມັດຊາໃຫຍ່ ສປຊ ຊຸດທີ 76 ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ອຳນາດນິຕິບັນຍັດ ຢູ່ລະດັບຊາດ ແລະ ສາກົນທີ່ມີບົດບາດສຳຄັນໃນການຮັກສາສັນຕິພາບ - ຄວາມໝັ້ນຄົງສາກົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນບັນດາສິດທິມະນຸດ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh, ລວມມີການສ້າງຕັ້ງລັດຖະບານຊຸດໃໝ່, ກ່າວປະຊາມບັນດາເຫດບຸກໂຈມຕີຢູ່ Aden ໃນວັນທີ 30 ທັນວາ ແລະ ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການໜູນຊ່ວຍໃຫ້ແກ່ເຢແມນໂດຍໄວ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ສະແດງການສະໜັບສະໜູນຕໍ່ບັນດາຄວາມານະພະຍາຍາມຊຸກຍູ້ວິວັດຂະບວນການສ້າງສັນຕິພາບຂອງ ຄະນະປະຕິບັດງານ MINURSO.
ຄິດສະເລ່ຍ ຜູ້ຊົມໃຊ້ຢູ່ຫວຽດນາມຕ້ອງຈ່າຍເງິນເປັນຈຳນວນ 11,27 USD ຕໍ່ເດືອນ ເພື່ອນຳໃຊ້ການບໍລິການ ອິນເຕີແນັດ.
ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຝູອຽນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽນດາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຝຸອຽນ ຈັດພິທີສະເຫຼີມສະຫຼອງ ວັນມະຫາສະໝຸດໂລກ ແລະ ສັບປະດາທະເລໝູ່ເກາະ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ຟື້ນຟູ: ພ້ອມກັນມີການກະທຳເພື່ອມະຫາສະໝຸດ”.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ຍສໝ - ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າຫວຽດນາມ ປະຈຳ ຢູແກຼນ ແລະ ບັນດາສະມາຄົມ ໄດ້ຕັ້ງໜ້າ ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖາທູດ ແລະ ອົງການການທະຫານ ຈັດຕັ້ງຄື: ວັນປົດປ່ອຍພາກໃຕ້, ວັນທະຫານເສຍອົງຄະ, ວັນວັດທະນະທຳ ຫວຽດນາມ, ວັນຊາດ ຫວຽດນາມ, ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ…
ຍສໝ - ວັນທີ 14 ກໍລະກົດນີ້, ໃນຂອບເຂດກອງປະຊຸມອາຊຽນທີ່ດຳເນີນໄປຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ Papua New Guinea James Marape; ລັດຖະມົນຕີການຕ່າງປະເທດການາດາ Melanie Joly; ລັດຖະມົນຕີການຕ່າງປະເທດຕວກກີ Hakan Fidan ແລະລັດຖະມົນຕີການຕ່າງປະເທດສີລັງກາ M.U.M Ali Sabry.
ຍສໝ - ອາທິດຜ່ານມາ, ຢູ່ນະຄອນ ກອນຕຸມ, ຄະນະປະຕິບັດວຽກງານຊາຍແດນລະຫວ່າງ 2 ແຂວງກອນຕູມ - ອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນ, ຕີລາຄາໝາກຜົນວຽກງານສຳຫຼວດກວດກາພຶ້ນທີ່ຕົວຈິງ ແລະ ກຳນົດທິດການຮ່ວມມືວຽກງານຊາຍແດນ ລາວ - ຫວຽດນາມ ລະຫວ່າງສອງແຂວງໃນໄລຍະຈະມາເຖິງ.
ຍສໝ - ປຶ້ມໄດ້ສະສົມຄຳເຫັນຂອງວິສາຫະກິດ 10.400 ແຫ່ງ ໃນບໍລິເວນທົ່ວປະເທດກ່ຽວກັບຜົນກະທົບຈາກຄວາມສ່ຽງໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດຕໍ່ການເຄື່ອນໄຫວຜະລິດດຳເນີນທຸລະກິດ. ນີ້ໄດ້ຖືວ່າແມ່ນການສືບສວນວິສາຫະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດແຕ່ກ່ອນມາຮອດປັດຈຸບັດດ້ວຍຫົວຂໍ້ນີ້.
ຍສໝ - ກະຊວງການສຶກສາ ຫວຽດນາມ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຫາກໍ່ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ…
ປັດຈຸບັນ, ເຂດທາງທິດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີລະບົບສາງແຊ່ເຢັນຂະໜາດໜ້ອຍ, ຕອບສະໜອງໄດ້ປະມານ 30% ຄວາມຕ້ອງການຂອງຕະຫຼາດ.
ຍສໝ - ແບ່ງປັນກັບວາລະສານຍຸກສະໄໝ, ຄະນະໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Kiev (ຢູແກຼນ) ໃຫ້ຮູ້ວ່າປັດຈຸບັນ ໃນຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ - 19 176 ຄົນ ຢູ່ປະຊາຄົມຊາວຫວຽດນາມ ອາໄສຢູ່ Kiev (ຢູແກຼນ) ມີ 174 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງເຫຼືອ 2 ຄົນພວມໄດ້ຮັບການປິ່ນປົວ.
ຍສໝ - ຕາມ ທ່ານ Cory Gardner ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ອາເມລິກາຂໍສະແດງຄວາມ ຊົມເຊີຍຕໍ່ ຫວຽດນາມໃນບົດບາດເປັນປະທານອາຊຽນ.
ຍສໝ - ລັດຖະບານຫວຽດນາມຍາມໃດກໍ່ຖືມະນຸດແມ່ນກຳລັງໜູນໃນການພັດທະນາປະເທດຊາດ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກຢູ່ກອງປະຊຸມຄັ້ງທີ 59 ຂອງຄະນະກຳມະການພັດທະນາສັງຄົມຂອງ ສປຊ.
ຍສໝ - ຢູ່ບັນດາດ່ານຊາຍແດນສາກົນລາວບາວ ແລະ ລາໄລ, ຊາວໜຸ່ມແຂວງກ໋ວາງຈິ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນ, ເຈວລ້າງມືຂ້າເຊື້ອ 30 ແກັດ, ສະບູລ້າງມື 80 ແກັດ, ນ້ຳຢາລ້າງມື 25 ແກັດ, ໝີ່ສຳເລັດຮູບ 100 ແກັດ ດ້ວຍມູນຄ່າ 120 ລ້ານດົ່ງ ໃຫ້ແກ່ຊາວໜຸ່ມແຂວງ ສະຫວັນນະເຂດ ແລະ ຊາວໜຸ່ມແຂວງສາລະວັນ (ປະເທດ ລາວ).
ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ຫວຽດນາມ.
ປັດຈຸບັນ ຫວຽດນາມ ມີປ່າສະຫງວນແຫ່ງຊາດ 34 ແຫ່ງ, ໃນນັ້ນມີປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນປ່າສະຫງວນແຫ່ງທຳອິດ ໄດ້ສ້າງຂຶ້ນເມື່ອປີ 1966 ຂຶ້ນກັບ ບໍລິເວນ 3 ແຂວງ: ນິງບິ່ງ, ແທັງຮວ໊າ, ຮ່ວາບິ່ງ ແລະ ປ່າສະຫງວນແຫ່ງຊາດແຫ່ງຫຼ້າສຸດແມ່ນ ຊົງແທັງ ເຊິ່ງໄດ້ສ້າງຂຶ້ນເມື່ອວັນທີ 18 ເດືອນທັນວາ ປີ 2020 ຢູ່ບໍລິເວນແຂວງກ໋ວາງນາມ.
ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.