
ເປີດກອງປະຊຸມ ລັດຖະມົນຕີ ກະຊວງຍຸດຕິທຳ ອາຊຽນ ຄັ້ງທີ 10 ຢູ່ ສປປ ລາວ
ຍສໝ - ຕອນເຊົ້າຂອງວັນທີ 12 ຕຸລາ, ກອງປະຊຸມຄັ້ງທີ 10 ລັດຖະມົນຕີ ຍຸດຕິທຳ ບັນດາປະເທດ ອາຊຽນ (ALAWMM 10) ໄດ້ເປີດຂື້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.
ຍສໝ - ຕອນເຊົ້າຂອງວັນທີ 12 ຕຸລາ, ກອງປະຊຸມຄັ້ງທີ 10 ລັດຖະມົນຕີ ຍຸດຕິທຳ ບັນດາປະເທດ ອາຊຽນ (ALAWMM 10) ໄດ້ເປີດຂື້ນຢ່າງເປັນທາງການ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.
ໃນວັນທີ 11 ຕຸລາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະລະຫວ່ງບັນດາຜູ້ນຳອາຊຽນ ກັບ ຜູ້ອຳນວຍການໃຫຍ່ອົງການກອງທຶນການເງິນສາກົນ, ປະທານທະນາຄານໂລກ ແລະ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ "ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ" ໂດຍການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ, ໃນນາມເຈົ້າພາບຈັດກອງປະຊຸມ ກອງທຶນການເງິນສາກົນ ແລະ ກຸ່ມທະນາຄານໂລກ ປະຈຳປີ 2018 ແລະ ພະນະທ່ານ ລີ ຊຽນລົງ, ນາຍົກລັດຖະມົນຕີ ສິງກະໂປ ໃນນາມປະທານມູນວຽນອາຊຽນ.
ໃນວັນທີ 3 ຕຸລາ 2018ມ ທີ່ ໂຮງແຮມ Shangri-La ສິງກະໂປ ໄດ້ຈັດກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ແລະ ບັນດາກອງປະຊຸມປີ່ນອ້ອມ ພາຍໃຕ້ຫົວຂໍ້ ການເປັນປະທານອາຊຽນຂອງສິງກະໂປ ປີ 2018 "ເຂັ້ມແຂງ ແລະ ທັນສະໄໝ".
ພິທີມອບ-ຮັບຕໍາແໜ່ງ ປະທານສະຫະສະມາຄົມ ໜູນຊ່ວຍສັງຄົມ ອາຊຽນ (ASSA) ອາຍຸການ 2018 – 2019 ລະຫວ່າງໄທ ແລະ ຫວຽດນາມ ເຊິ່ງໄດ້ດໍາເນີນໃນວັນທີ 19 ກັນຍາ, ທີ່ແຂວງແຄ໊ງຮວ່າ, ໃນຂອບເຂດກອງປະຊຸມ ASSA ຄັ້ງທີ 35.
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN).
ຍສໝ - ຕອນເຊົ້າ ວັນທີ 12 ສິງຫາ ຢູ່ ຮ່າໂນ້ຍ ກ່າວຄຳປາໄສ ໃນພິທີໄຂກອງປະຊຸມ WEF ASEAN 2018, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ໄດ້ກ່າວເຖິງການຮ່ວມມື ລະຫວ່າງ ນັກທຸລະກິດ Go-Jerk ແລະ Go-Viet ແລະ ສະແດງເຖິງຄວາມມຸ້ງຫວັງ ຂອງລັດຖະບານຫວຽດນາມ ຈະໄດ້ຮັບການແລເຫັນຫຼາຍຂື້ນຕື່ມ ບັນດາການຮ່ວມມືເຊັ່ນນັ້ນ ເພື່ອປະກາດໃຫ້ທົ່ວໂລກວ່າ: ບັນຍາກາດການຮ່ວມມື ລິເລີ່ມອາຊີບກຳລັງແຜ່ລາມໃນພູມມິພາກ ອາຊຽນ ຢ່າງແທ້ຈິງ.
ເວທີປາໄສເປີດດ້ວຍຫົວຂໍ້: “ອາຊຽນ 4.0: ກາລະໂອກາດໃຫ້ໝົດທຸກຄົນ” ແມ່ນການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 11 ກັນຍາ ຢູ່ ຮ່າໂນ້ຍ.
ຍສໝ - ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ເນັ້ນໜັກວ່າ: ກອງປະຊຸມ WEF ASEAN ທີ່ຈະຈັດຂື້ນຢູ່ ຫວຽດນາມ ແມ່ນໜຶ່ງໃນເຫດການທີ່ສຳຄັນ ແລະ ເປັນເວທີໃຫ້ການນຳຫຼືປະມຸກລັດຂອງບັນດາປະເທດ ASEAN ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 (4.0) ແມ່ນຫົວຂໍ້ໜຶ່ງທີ່ເປັນກະແສຮ້ອນແຮງຂອງບັນດາປະເທດໃຫ້ຄວາມສົນໃຈ.
ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ທີ່ສູນປະຊຸມນາໆຊາດ-ອິມແພັກອາຣີນາ ເມືອງທອງທານີ ບາງກອກ ປະເທດໄທ ໄດ້ມີພິທີເປີດງານ ແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ12 ຢ່າງເປັນທາງການ ໂດຍເຈົ້າພາບ(ໄທ) ໄດ້ຈັດພິທີເປີດຢ່າງຍິ່ງໃຫຍ່ອະລັງການ.
ງານແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ໄດ້ດຳເນີນແຕ່ວັນທີ 26 ສິງຫາ - ວັນທີ 05 ກັນຍາ ຢູ່ປະເທດ ໄທ,
ໃນຕອນເຊົ້າມື້ວານນີ້,ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 50 (AEM) ໄດ້ໄຂຂຶ້ນ ຢູ່ສິງກະໂປ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາເສດຖະກິດ ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູູ່ຮ່ວມມື. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເຈິ່ນກັວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.
ຍສໝ - ເນື່ອງໃນໂອກາດ ຄົບຮອບ 51 ປີ ສ້າງຕັ້ງ ປະຊາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ 23 ປີ ທີ່ຫວຽດນາມ ເຂົ້າຮ່ວມ ປະຊາຄົມນີ້ . ຕອນຄຳ່ວັນທີ 28 ສິງຫາ ຢູ່ທີ່ ຮ່າໂນ້ຍ ສະຫະພັນ ອົງການມິດຕະພາບ ຫວຽດນາມ ນະຄອນ ຮ່າໂນ້ຍ ປະສານສົມທົບກັບ ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດ ງານການສະແດງ ເດີນແບບໃນຊຸດດັ້ງເດີມ ແລະ ແລກປ່ຽນສິນລະປະວັດທະນະທຳ ອາຊຽນ (ASEAN)
ຍສໝ - ວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ ໄດ້ຈັດງານ ເຄື່ອນໄຫວ ກິດຈະກຳ ຢ່າງຟົດຟື້ນໃນງານ ວັນຄອບຄົວ ອາຊຽນ ປີ 2018.
ຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຂອງຫວຽດນາມ, ຕາງໜ້າສະຖານກົງສູນບັນດາປະເທດອາຊຽນປະຈໍານະຄອນ ໄດ້ເຂົ້າຮ່ວມພິທີສະເຫຼີມ ສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ.
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາ ASEAN 4.0 ກ່ຽວກັບ ແນວຄິດຂອງວິສາຫະກິດ ໃນໄລຍະການປະຕິວັດ ອຸດສາຫະກຳ.
ໃນຕອນເຊົ້າຂອງວັນທີ 10 ສິງຫາ 2018 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມ ໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະທານ ໃນພິທີ ຊັກທຸງຊາດລາວ ແລະ ທຸງອາຊຽນຂຶ້ນເສົາ ເພື່ອສະເຫລີມສະຫລອງໂອກາດຄົບຮອບ 51 ປີ ແຫ່ງການ ສ້າງຕັ້ງອາຊຽນ (8/8/1967-8/8/2018) ແລະ ຄົບຮອບ 21 ປີ ທີ່ ສປປ ລາວ ເຂົ້າເປັນ ສະມາຊິກອາຊຽນ(23/7/1997-23/7/2018).
ໃນຕອນເຊົ້າວັນທີ 8 ສິງຫາ, ທີ່ນະຄອນຫຼວງຮ່າໂນ້ຍ ຢູ່ ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີເຊີນທຸງ ອາຊຽນ ປີ 2018. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018).
ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວ໋ຽນກ໋ວກຢຸ໋ງ ຢັ້ງຢືນວ່າ ຫວຽດນາມສາມາດຮັບຜິດຊອບໜ້າທີ່ໄດ້ດີຜ້ຽນງານຂອງ ASEAN.
ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51, ກອງປະຊຸມລັດຖະມົນຕີ ອາຊຽນ ກັບ 3 ປະເທດຄູ່ຮ່ວມມື ນັ້ນແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ
ຕອນເຊົ້າວັນທີ 03 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດອິນໂດຍ Vijay Kumar Singh ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອິນເດຍ (PMC ອາຊຽນ+ອິນເດຍ) ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາແຊມ (AMM) ຄັ້ງທີ 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.