ບົດບາດຂອງ ປະທານ ອາຊຽນ 2020: ໜ້າທີ່ຮັບຜິດຊອບ ແລະ ກາລະໂອກາດຂອງຫວຽດນາມ

19:46 | 25/12/2018

ຫວຽດນາມ ຮັບໜ້າທີ່ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020

ບົດບາດຂອງ ປະທານ ອາຊຽນ 2020: ໜ້າທີ່ຮັບຜິດຊອບ ແລະ ກາລະໂອກາດຂອງຫວຽດນາມ

ທ່ານ ຫງວຽນກັວກຢຸງ ຮອງລັດຖະມົນຕີ ການຕ່າງປະເທດ. (ພາບ:TTXVN)

ຢູ່ນອກການເຄື່ອນໄຫວຂອງພິທີສະເໜີຕົວ ແລະ ວາລະປະຊຸມຄັ້ງທີ 1 ຂອງ ຄະນະກໍາມະການແຫ່ງຊາດ ອາຊຽນ 2020 ເຊິ່ງຖືກດໍາເນີນໃນວັນທີ 24 ທັນວາ, ຢູ່່ຮ່າໂນ້ຍ, ເມື່ອຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບບາງເນື້ອໃນສໍາຄັນ ເມື່ອ ຫວຽດນາມ ຮັບໜ້າທີ່ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020.

ທ່ານ ຫງວຽນກັວກຢຸງ ຮອງລັດຖະມົນຕີ ການຕ່າງປະເທດ, ເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດ ອາຊຽນ 2020 ໃຫ້ຮູ້ວ່່າ: ຫວຽດນາມ ຈະຮັບບົດບາດດໍາລົງຕໍາແໜ່່ງເປັນປະທານ ອາຊຽນ ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ. ເຖິງຢ່າງໃດກໍຕາມ, ບັນດາວຽກງານກະກຽມ ໄດ້ເລີ່ມປະຕິບັດໃນຫຼາຍເດືອນມານີ້ແລ້ວ. ກ່ອນອື່ນໝົດ ແມ່ນເລື່ອງສ້າງຕັ້ງຄະນະຈັດຕັ້ງ ສັບຊ້ອນວຽກງານກະກຽມໃຫ້ແກ່ປີ 2020. ພ້ອມກັນນັ້ນ, ຄະນະກໍາມະການແຫ່ງຊາດ ອາຊຽນ 2020 ກໍໄດ້ຮັບການສ້າງຕັ້ງຂຶ້ນ.

ທ່ານຮອງລັດຖະມົນຕີ ຫງວຽນກັວກຢຸງ ຢ້ັງຢືນວ່າ: ໜ້າທີ່ຮັບຜິດຊອບຂອງຫວຽດນາມ ແມ່ນຕ້ອງປະຕິບັດສໍາເລັດໜ້າທີ່ເປັນປະທານອາຊຽນ 2020 ໃຫ້ເປັນຢ່າງດີ. ພ້ອມກັນນັ້ນ ຮັກສາທ່າຄືບໜ້າຂອງ ອາຊຽນ, ເສີມຂະຫຍາຍ, ຊຸກຍູ້ການກໍ່ສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງກວ່າ... ນີ້ແມ່ນກາລະໂອກາດຂອງຫວຽດນາມ ໃນການສະແດງໃຫ້ເຫັນບົດບາດຂອງປະເທດເຈົ້າພາບ, ແມ່ນ ການທົດສອບໃຫ້ແກ່ການເຕີບໃຫຍ່; ແມ່ນກາລະໂອກາດດີທີ່ສຸດ ເພື່ອເສີມຂະຫຍາຍກໍາລັງຄວາມສາມາດຂອງ ຫວຽດນາມ ໃນການນໍາພາ ປະຊາຄົມ ອາຊຽນ, ໂຄສະນາກ່ຽວກັບປະເທດຊາດ ເພື່ອໃຫ້ພາກພື້ນ ແລະ ໂລກມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫວຽດນາມ.

ເຫດການ