ອາຊຽນ ແລະ ຣັດເຊຍ ຊຸກຍູ້ການຮ່ວມມືຫລາຍດ້ານ

10:32 | 05/04/2019

ອາ​ຊຽນ ​ແລະ ຣັດ​ເຊຍ ຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານລວມທັງ​ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ການເຊື່ອມຕໍ່ ແລະ ຮັດແຄບຊ່ອງວ່າງການພັດທະນາ.

ອາຊຽນ ແລະ ຣັດເຊຍ ຊຸກຍູ້ການຮ່ວມມືຫລາຍດ້ານ

ອາຊຽນ ແລະ ຣັດເຊຍ ຊຸກຍູ້ການຮ່ວມມືຫລາຍດ້ານ

ອາ​ຊຽນ ​ແລະ ຣັດ​ເຊຍ ຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານລວມທັງ​ການ​ເມືອງ-ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ການເຊື່ອມຕໍ່ ແລະ ຮັດແຄບຊ່ອງວ່າງການພັດທະນາ. ນອກ​ນີ້ ທັງ​ສອງ​ຝ່າຍ ຍັງ​ຜັນ​ຂະຫຍາຍ​ກອງ​ທຶນການ​ເງິນຄູ່​ຮ່ວມ​ມື​ໃນ​ແຕ່ລະ​ປີບັນ​ລຸ 1,5 ລ້ານ​ໂດ​ລາ​ສະຫະລັດ. ປັດຈຸບັນ ຣັດເຊຍ ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 8 ແລະ ​ເປັນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບທີ 10 ຂອງອາຊຽນ.

ການຄ້າສອງສົ້ນລະຫວ່າງອາຊຽນ ແລະ ລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USDໃນ ປີ 2017 ແລະ FDI ຂອງ ຣັດເຊຍ ທີ່ລົງທຶນເຂົ້າອາຊຽນບັນລຸໄດ້ 47,72 ​ໂດ​ລາສະຫະລັດ. ພາຍຫລັງ ອິນໂອເນເຊຍ ໄດ້ຈັດກອງປະຊຸມຂັ້ນເອກອັກຄະລັດຖະທູດຄັ້ງ ທີ 17 ຂອງ ຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ຣັດເຊຍ (ARJCC) ເພື່ອແນໃສ່ສຳຫຼວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມື ລະຫວ່າງ ອາຊຽນ - ຣັດເຊຍ ​ເມື່ອ​ບໍ່​ດົນ​ມາ​ນີ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.