ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາ ຄະນະ ຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ຕຸລາ 2018 ທີ່ ນະຄອນຫລວງໂຕກຽວ, ຍີ່ປຸ່ນ.
ໃນວັນທີ 28 ກັນຍາ 2018, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫລີ ປາວຕົ່ງ ເລຂາທິການ ກອງປະຊຸມ ປົວອ້າວສຳລັບອາຊີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປົວອ້າວສຳລັບອາຊີ ຢູ່ ສປປ ລາວ.
ຕອນເຊົ້າວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 ຢູ່ ນິວຢອກ ປະເທດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ.
ເວລາ 14ໂມງ 30 ນາທີ ຕອນບ່າຍຂອງວັນທີ 27 ກັນຍາ (ຫຼືປະມານ 13ໂມງ 30 ນາທີ ຕອນບ່າຍຂງອວັນທີ 28 ກັນຍາ ຕາມເວລາ ຮ່າໂນ້ຍ) ຢູ່ທີ່ສຳນັກງານສະຫະປຊາຊາດ, ນະຄອນ ນົວຢອກ(ສະຫາລັດ ອາເມລິກາ), ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ໄດ້ເຈົ້າຮ່ວມ ແລະ ກ່າວຄຳປາໄສ ທີ່ສຳຄັນໃນວາລະກອງປະຊຸມປຶກສາຫາລື ຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 73.
ຕອນຄ່ຳວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73
ຍສໝ - ຮັກສາການປະທານປະເທດ ດັ້ງຖິຫງ໋ອກ ທິ້ງ ໄດ້ມີການຕ້ອນຮັບ ທ່ານນາຍົກລັດຖະມົນຕີ Lee Nak-yeon ໂອກາດທີ່ນຳພາຄະນະຜູ້ແທນຂັ້ນສູງ ລັດຖະບານ ເກົາຫຼີໃຕ້ ມາຫວຽດນາມ ເພື່ອໄຫວ້ອາໄລ ປະທານປະເທດ ເຈີ່ນດ້າຍ ກວາງ.
ວັນທີ 25 ກັນຍາ ເມື່ອກ່າວຄໍາເຫັນຕໍ່ນັກຂ່າວໃນຂະນະທີ່ຂີ່່ຍົນໄປ ນິວຢອກ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນວ່າ ບໍ່ບັນລຸໄດ້ຂໍ້ຕົກລົງ Brexit ຍັງດີກວ່າ ໄປເຫັນດີນໍາຂໍ້ຕົກລົງເສລີການຄ້າ ຕາມຮູບແບບສະຫະພາບເອີຣົບ (ອີຢູ) ທີ່ລົງນາມກັບ ການາດາ.
ຕອນເຊົ້າວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hean ແລະ ພັນລະຍາມາເຂົ້າຮ່ວມພິທີສົບ, ແບ່ງເບົາຄວາມເສົ້າໂສກໃຈ ກັບລັດຖະບານ ຫວຽດນາມ ແລະ ຄອບຄົວ ຍາດຕິພີ່ນ້ອງ ຂອງ ທ່ານປະທານປະເທດ ເຈິ່ນດ້າຍ ກວາງ.
ຍສໝ - ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນວ່າ: ສະມາຊິກກຳມະບານແຕ່ລະຄົນ ແລະ ຊາວຜູ້ອອກແຮງງານ ຕ້ອງໄດ້ມີການປ່ຽນແປງແນວຄິດອັນໃໝ່, ມີຄວາມຮັບຮູ້ດ້ານການຮັບໃຊ້, ອຸທິດຕົນ, ກ່ຽວກັບຄວາມຢາກໃນການຫຼຸດພົ້ນຄວາມທຸກຍາກ, ກ່ຽວກັບ ຈິດໃຈຖືຕົວ, ຊື່ກົງ, ຊື່ສັດສຸດ ຈະລິດ; ກ່ຽວກັບຄຸນສົມບັດພະນັກງານລັດ, ຈັນຍາບັນອາຊີບ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.
ຍສໝ - ຫ້ອງການສຳນັກງານນາຍົກ ລັດຖະມົນຕີ (ສນຍ) ອອກແຈ້ງການເລກທີ 1577/ຫສນຍ ລົງວັນທີ 24 ກັນຍາ 2018 ໃຫ້ສຳນັກງານອົງການທັງພາກລັດ ແລະ ເອກະຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະງົບ ແລະ ອົງການຈັດຕັ້ງມະຫາຊົນທັງສູນກາງ ແລະ ທອ້ງຖິ່ນເອົາທຸງລົງເຄິ່ງເສົາເພື່ອໄຫວ້ອາໄລຕໍ່ການຈາກໄປຂອງສະຫາຍ ເຈິນ ດ໋າຍ ກວາງ ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ
ຍສໝ - ໃນຕອນເຊົ້າວັນທີ 13 ກັນຍາ 2018, ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນໍາພາຄະນະຜູ້ແທນເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈ້ອງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກຄອມມູນິດຫວຽດນາມ.
ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ Facebook ຄວນມີຄວາມຮັບຜິດຊອບສຳລັບ ກ່ວາ 60 ລ້ານບັນຊີຢູ່ ຫວຽດນາມ ໃນນັ້ນເລື່ອງຮັບປະກັນຄວາມໝັ້ນຄົງ
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN).
ວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF ASEAN) ຢູ່ຫວຽດນາມ.
ຍສໝ - ຕອນເຊົ້າ ວັນທີ 12 ສິງຫາ ຢູ່ ຮ່າໂນ້ຍ ກ່າວຄຳປາໄສ ໃນພິທີໄຂກອງປະຊຸມ WEF ASEAN 2018, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ໄດ້ກ່າວເຖິງການຮ່ວມມື ລະຫວ່າງ ນັກທຸລະກິດ Go-Jerk ແລະ Go-Viet ແລະ ສະແດງເຖິງຄວາມມຸ້ງຫວັງ ຂອງລັດຖະບານຫວຽດນາມ ຈະໄດ້ຮັບການແລເຫັນຫຼາຍຂື້ນຕື່ມ ບັນດາການຮ່ວມມືເຊັ່ນນັ້ນ ເພື່ອປະກາດໃຫ້ທົ່ວໂລກວ່າ: ບັນຍາກາດການຮ່ວມມື ລິເລີ່ມອາຊີບກຳລັງແຜ່ລາມໃນພູມມິພາກ ອາຊຽນ ຢ່າງແທ້ຈິງ.
ວັນທີ 10 ກັນຍາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ປາກ ຊູນຈາ, ກຳມະການຄະນະປະຈຳ, ປະທານກຳມາທິການ ໂຍທາທິການ-ຂົນສົ່ງ, ປະທານ ຄະນະມິດຕະພາບ ລັດຖະສະພາ ສ.ເກົາຫລີ-ລາວ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ ໃນຫວ່າງ ວັນທີ 8-10 ກັນຍານີ້.
ຍສໝ - ຕາມການລາຍງານຂອງ ໜັງສືພິມ ປະຊາຊົນ ຂອງ ລາວ ສະບັບອອກ ວັນທີ 7 ກັນຍາ ໄດ້ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸຸມ ເສດຖະກິດ ໂລກ ASEAN (WEF ASEAN) 2018 ເຊິ່ງຈະເລີ່ມຂື້ນໃນວັນທີ 11 ຫາ 13 ກັນຍາ ນີ້ ຢູ່ ຮ່າໂນ້ຍ.
ຕອນເຊົ້າວານນີ້, ຢູ່່ນະຄອນ ກອນຕຸມ, ແຂວງກອນຕຸມ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ລົງທຶນ ແລະ ພັດທະນາ ໂສມງັອກລິງ ແລະ ບັນດາຕົ້ນສະໝຸນໄພ.
ໃນຕອນເຊົ້າວັນທີ 6 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຢ້ຽມຢາມປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຢູ່ ບ້ານບຸ່ງພ້າວ ແລະ ຫາດໄຊ ເມືອງທຸລະຄົມ ແຂວງວຽງຈັນ.
ໃນຕອນບ່າຍວັນທີ 4 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ .