ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ລັດ Lower ໂອຕາລິດ

08:14 | 17/10/2018

ຍສໝ - ທີ່ກອງປະຊຸມ ນາຍົກລັດຖະມົນຕີ ສະເໜີ ອຳນາດການປົກຄອງ ລັດ Lower ຂອງ ໂອຕຣິດ ສະໜັບສະໜູນ ບັນດາການເຄື່ອນໄຫວ ເຊື່ອມຕໍ່ການຮ່ວມມື, ທຸລະກິດ ລະຫວ່າງ ບັນດາ ມະຫາວິທະຍາໄລ ແລະ ບັນດານັກທຸລະກິດຂອງ ລັດ Lower

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ລັດ Lower ໂອຕາລິດ

ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ພົບປະ ແລະ ເຮັດວຽກກັບຜູ້ວ່າການລັດທ່ານນາງ Mikl Leitner. (ພາບ: TTXVN)

ນາຍົກລັດຖະມົນຕີ ຫງວຽນຊົນຟຸກ ຢືນຢັນ ຫວຽດນາມ ຍາມໃດກໍ່ເຫັນເປັນສຳຄັນ ສາຍພົວພັນມິດຕະພາບ ຮ່ວມມື ໃນຫຼາຍຂົງເຂດກັບ ໂອຕຣິດ, ຕີລາຄາສູງບົດບາດຂອງ ລັດ Lower ຂອງໂອຕຣິດ ໃນພາບລວມຂອງສາຍພົວພັນ ຫວຽດນາມ-ໂອຕິຣດ, ເນັ້ນໜັກວ່າລັດຖະບານ ຫວຽດນາມ ກຳລັງສ້າງສະພາບແວດລ້ອມທີ່ໂປ່ງໃສ ແລະ ສະດວກສະບາຍ ໃຫ້ແກ່ນັກທຸລະກິດຕ່າງປະເທດ, ໃນນັ້ນມີບັນດານັກທຸລະກິດຂອງ ໂອຕຣິດ ແລະ ລັດ Lower ລົງທືນ ແລະ ດຳເນີນທຸລະກິດ ຍາວນານ ຢູ່ ຫວຽດນາມ.

ຜູ້ວ່າການລັດ Lower ສະແດງຄວາມເປັນກຽກທີ່ໄດ້ຕ້ອນຮັບ ນາຍົກລັດຖະມົນຕີ ຫງວຽ໋ນຊົນ ຟຸກ ແລະ ຄະນະ ຜູ້ແທນອັນດັບສູງຂອງ ລັດຖະບານຫວຽດນາມ ໄດ້ມາຢ້ຽມຢາມ, ສະແດງຄວາມຍິນດີຕໍ່ບາດກ້າວຂອງການພັດທະນາ ສາຍພົວພັນ ຫວຽດນາມ-ໂອຕຣິດ ກໍ່ຄືສາຍພົວພັນຮ່ວມມື ລະຫວ່າງ Lower ໂອຕຣິດ ແລະ ບັນດາຄູ່ຮ່ວມມື ຫວຽດນາມ ໃນປີທີ່ຜ່ານມາ; ເນັ້ນໜັກວ່າ ລັດ Lower ຂອງໂອຕຣິດ ຍູ້ໜູນໃນການພັດທະນາສາຍພົວພັນມິດຕະພາບການຮ່ວມມື ນັບມື້ນັບເປີດກ້ວາງລະຫວ່າງ ຫວຽດນາມ-ໂອຕິຣດ ກໍ່ຄືຫວຽດນາມ ແລະ ອີຢູ, ຍູ້ໜູນການເຊັນສັນຍາ ແລະ ຜັນຂະຫຍາຍ ສົນທິສັນຍາ ການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໂດນໄວ.

ທ່ານນາງເຈົ້າຄອງລັດໄດ້ແບ່ງປັນວ່າ: ດ້ວຍທ່າແຮງດ້ານເຕັກນິກກົນຈັກ ແລະ ເຫຼັກກ້າ, ເຄື່ອງເອເລັກໂຕນິກ, ຫີນ ແລະ ເຄື່ອງປັ້ນດິນເຜົາ, ໂລຫະ, ສະບຽງອາຫານ ແລະ ສິນຄ້າຫຼູຫຼາ, ເຄມີ, ບັນດານັກທຸລະກິດ ໂອຕຣິດ ໃຫ້ຄວາມສົນໃຈຕໍ່ກັບຕະຫຼາດຫວຽດນາມ ທີ່ມີທ່າແຮງດ້ວຍແຮງຊື້ຫຼາຍ, ປະຊາກອນໜຸ່ມ ແລະ ຂະຫຍັນຂັນແຂງ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ຊົມເຊີຍ ນັກທຸລະກິດ ລັດ Lower ຂອງ ໂອຕຣິດ ທີ່ໄດ້ ແລະ ກຳລັງ ດຳເນີນທຸລະກິດຢ່າງປະສົບຜົນສຳເລັດ ຢູ່ ຫວຽດນາມ ແລະ ຢືນຢັນວ່ານີ້ແມ່ນ ພື້ນຖານເພື່ອເປີດກ້ວາງ ສາຍພົວພັນສອງຝ່າຍຂື້ນຕື່ມ ໃນອານາຄົດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງຂອງ Lower ຂອງ ໂອຕຣິດ ຍູ້ໜູນບັນດາການເຄື່ອນໄຫວ ເຊື່ອມຕໍ່ຮ່ວມມື, ດຳເນີນທຸລະກິດ ກັບບັນດາ ມະຫາວິທະຍາໄລ ແລະ ບັນດາຫົວໜ່ວຍທຸລະກິດ ຂອງ ລັດ ກັບ ບັນດາຄູ່ຮ່ວມມື ຫວຽດນາມ, ເພື່ອສ້າງແບບຢ່າງອັນດີງາມໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ໂອຕຣິດ.

ຮູ້ວ່າຄະນະຈະໄປຢ້ຽມຢາມມະຫາວິທະຍາໄລ Krems, ມະຫາວິທະຍາໄລ ທີ່ກຳລັງມີໂຄງການຮ່ວມມື, ເຊື່ອມຕໍ່, ກໍ່ສ້າງ ກັບບັນດາມະຫາວິທະຍາໄລ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ສະເໜີ ລັດ Lower ຂອງ ໂອຕຣິດ ສືບຕໍ່ຍູ້ໜູນມະຫາວິທະຍາໄລ Krems ເປີດກວ້າງຮ່ວມມື ກັບມະຫາວິທະຍາໄລ ຫວຽດນາມ, ແລກປ່ຽນຊ່ຽວຊານ, ແລກປ່ຽນນັກຮຽນ ແລະ ນັກຄົ້ນຄວ້າ... ເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການບຸກຄະລາກອນຂອງຫວຽດນາມ. ຜູ້ນຳລັດ Lower ຂອງ ໂອຕຣິດ ເຫັນດີເປັນເອກກະພາບ ຈະສົ່ງເສີມການຮ່ວມມື ລະຫວ່າງ ຄູ່ຮ່ວມມືຂອງສອງປະເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.