ທ່ານນາຍົກລັດຖະມົນຕີ ຍີປຸ່ນ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຢ່າງສົມກຽດ

14:46 | 09/10/2018

ຍສໝ - ໃນຕອນແລງວັນທີ 8 ຕຸລາ 2018, ທີ່ສໍານັກງານນາຍົກລັດຖະມົນ ຕີຍີ່ປຸ່ນ, ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ໄດ້ຈັດກອງກຽດຕິຍົດຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຢ່າງເປັນທາງການ. ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10 ທີ່ນະ ຄອນຫລວງໂຕກຽວ.

ທ່ານນາຍົກລັດຖະມົນຕີ ຍີປຸ່ນ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຢ່າງສົມກຽດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຊິນໂຊ ອາເບະ ນາຍົກລັດ ຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ.

ຈາກນັ້ນ, ມີການພົບປະສອງຝ່າຍ ລາວ-ຍີ່ປຸ່ນ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຊິນໂຊ ອາເບະ ນາຍົກລັດ ຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ພ້ອມຄະນະ, ໂອກາດດັ່ງກ່າວ, ທ່ານ ຊິນໂຊ ອາເບະ ໄດ້ສະແດງຄວາມຍີນດີຕ້ອນຮັບຢ່າງອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ທີ່ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ່10 ທີ່ໂຕກຽວ ປະເທດ ຍີ່ປຸ່ນ ໃນຄັ້ງນີ້.

ທ່ານນາຍົກລັດຖະມົນຕີ ຍີປຸ່ນ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຢ່າງສົມກຽດ

ກອງປະຊຸມພົບປະສອງຝ່າຍ ລາວ-ຍີປຸ່ນ.

ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງ ທ່ານ ຊີນໂຊ ອາເບະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ການພົບປະໃນຄັ້ງນີ້, ຜູ້ນຳທັງສອງ ຕ່າງກໍໄດ້ສະ ແດງຄວາມ ເສຍໃຈຄວາມເຫັນໃຈຊຶ່ງກັນ ແລະ ກັນ ຕໍ່ເຫດການໄພພິບັດ ທຳມະຊາດທີ່ເກີດຂຶ້ນ ຢູ່ສອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບຜົນກະທົບຢ່າງໜັກ ເປັນຈຳນວນຫລວງຫລາຍ ເປັນຕົ້ນແມ່ນ ພະຍຸໄຕ້ຝຸ່ນ ແລະ ແຜ່ນດິນໄຫວໃນປະເທດຍີ່ປຸ່ນ ແລະ ເຫດການຄູກັນນໍ້າ ຂອງສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ ແຂວງອັດຕະປືແຕກພັງ ໃນເດືອນກໍລະກົດ ທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍ ທາງດ້ານຊີວິດ ແລະ ຊັບສີນຂອງປະຊາຊົນຢ່າງໜັກໜ່ວງ.

ຜູ້ນຳທັງສອງ ກໍໄດ້ທົບທວນຄືນ ການຈັດຕັ້ງປະຕິບັດແຜນຍຸດທະສາດ ການຮ່ວມມື ລາວ-ຍີ່ປຸ່ນ, ຊຶ່ງເຫັນໄດ້ວ່າການພົວພັນສອງຝ່າຍ ລາວ-ຍີ່ປຸ່ນ ແມ່ນການພົວພັນທີ່ມີ ມູນເຊື້ອອັນດີ ງາມມາ ແຕ່ດົນນານ ທີ່ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ, ໂດຍສະເພາະແມ່ນ ການພັດທະນາແບບຢືນຍົງ ທີ່ ສປປ ລາວ ໄດ້ຮັບຮອງເອົາໃນປີ 2016 ໂດຍໄດ້ຮັບການປະຕິບັດ ຄຽງຄູ່ກັບແຜນ ພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ່ 8 ຂອງ ສປປ ລາວ ໂດຍສະເພາະ ແມ່ນການພັດທະນາ ດ້ານພື້ນຖານໂຄງລ່າງ, ດ້ານກະສິກໍາປ່າໄມ້ ແລະ ດ້ານການພັດທະນາ ຊັບພະຍາ ກອນມະນຸດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ ທ່ານ ຊິນໂຊ ອາເບະ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ເປັນປະທານພັກເສລີ ປະຊາທິປະໄຕ ຍີ່ປຸນ (ພັກ LDP) ສະໄໝທີ 3 ຕິດຕໍ່ກັນ ແລະ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ລັດຖະບານ ຍີ່ຢຸ່ນ ຕໍ່ການຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ ເພື່ອສືບຕໍ່ຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດ ໃຫ້ເຂົ້າສູ່ລວງເລິກ, ກ້ວາງຂວາງ ແລະ ແໜ້ນແຟ້ນ ຍີ່ງໆຂຶ້ນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ