ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມພົບປະ ບັນດາຜູ້ນຳອາຊຽນ ASEAN (ALG)

08:15 | 12/10/2018

ໃນວັນທີ 11 ຕຸລາ 2018, ໂດຍຕອບສະໜອງຕາມຄຳເຊີນຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມພົບປະລະຫວ່ງບັນດາຜູ້ນຳອາຊຽນ ກັບ ຜູ້ອຳນວຍການໃຫຍ່ອົງການກອງທຶນການເງິນສາກົນ, ປະທານທະນາຄານໂລກ ແລະ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ "ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ" ໂດຍການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ, ໃນນາມເຈົ້າພາບຈັດກອງປະຊຸມ ກອງທຶນການເງິນສາກົນ ແລະ ກຸ່ມທະນາຄານໂລກ ປະຈຳປີ 2018 ແລະ ພະນະທ່ານ ລີ ຊຽນລົງ, ນາຍົກລັດຖະມົນຕີ ສິງກະໂປ ໃນນາມປະທານມູນວຽນອາຊຽນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມພົບປະ  ບັນດາຜູ້ນຳອາຊຽນ ASEAN (ALG)

ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຸຊຸມ.

ກອງປະຊຸມພົບປະຄັ້ງນີ້ ຈັດຂື້ນ ເພື່ອປຶກສາຫາລືບັນຫາສຳຄັນຕ່າງໆ ທີ່ຕິດພັນກັບການຮັກສາ ສະຖຽນລະພາບ ທາງດ້ານເສດຖະກິດ-ການເງິນ, ກໍ່ຄືການຊອກຫາຊ່ອງທາງ ແລະ ມາດຕະການຮ່ວມກັນ ໃນການຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ ພາຍໃນອາຊຽນ ແລະ ການຮ່ວມມື ເພື່ອບັນລຸວາລະ 2030 ເພື່ອການ ພັດທະນາແບບຍືນຍົງ. ໃນນັ້ນ, ບັນດາຜູ້ນຳອາຊຽນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ບົດບາດຂອງອົງການ ການເງິນສາກົນ ແລະ ທະນາຄານໂລກ ກໍ່ຄື ອົງການສະຫະປະຊາຊາດ ໃນການຊ່ວຍເຫຼືອບັນດາ ປະເທດສະມາຊິກ ເພື່ອແກ້ໄຂສິ່ງທ້າທາຍ ຕ່າງໆ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງເສດຖະກິດ ແນໃສ່ຫຼຸດຜ່ອນ ຄວາມແຕກໂຕນ ດ້ານການພັດທະນາພາຍໃນບັນດາປະເທດສະມາຊິກອາຊຽນ ກໍ່ຄື ໃນພາກພື້ນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມພົບປະ  ບັນດາຜູ້ນຳອາຊຽນ ASEAN (ALG)

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ.

ໃນໂອກາດກອງປະຊຸມນີ້, ສປປ ລາວ ກໍ່ໄດ້ຢໍ້າຄືນການຈັດຕັ້ງປະຕິບັດພັນທະຂອງຕົນ ໃນການເປັນສະມາຊິກ ຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນຢ່າງຕັ້ງໜ້າ, ເຊຶ່ງລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ 8 ສໍາລັບສົກ 2016-2020. ດ້ານການພັດທະນາເສດຖະກິດ-ການເງິນ ກໍ່ໄດ້ມີການວາງນະໂຍບາຍ ແລະ ກົນໄກໃນການຊຸກຍູ້ເພື່ອຮັກສາສະຖຽນ ລະພາບຂອງເສດຖະກິດມະຫາພາກ, ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ເພື່ອສາມາດເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນ ໂດຍຜ່ານການຮ່ວມມື ແລະ ສະໜັບສະໜູນຈາກອົງການຈັດຕັ້ງສາກົນຕ່າງໆ, ໂດຍສະເພາະແມ່ນກອງທຶນການເງິນສາກົນ, ທະນາຄານໂລກ ແລະ ອົງການສະຫະປະຊາຊາດ.

ໃນຕອນຄໍ່າຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ພະນະທ່ານ ໂຈໂກ້ ວິໂດໂດ້, ປະທານາທິບໍດີ ອິນໂດເນເຊຍ, ເພື່ອເປັນກຽດໃຫ້ແກ່ ບັນດາຜູ້ນຳອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມພົບປະໃນຄັ້ງນີ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ