ຍສໝ - ເລື່ອງອາເມລິກາຢຸດຕິການເກັບພາສີ 46% ເປັນເວລາ 90 ວັນ ເປີດກາລະໂອກາດໃຫ້ຫວຽດນາມ ເພີ່ມທະວີການເຈລະຈາ ແລະ ເລັ່ງລັດການສົ່ງອອກກະສິກຳ. ເຖິງຢ່າງໃດກໍຕາມ, ໃນສະພາບການຕະຫຼາດທີ່ຜັນແປໄປ, ອັດຕາພາສີຈາກ ອາເມລິກາ ຮຽກຮ້ອງໃຫ້ມີບັນດາມາດຕະການແກ້ໄຂຢ່າງກົງໄປກົງມາຈາກບັນດາອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດ ເພື່ອຮັບປະກັນການເຕີບໂຕການສົ່ງອອກແບບຍືນຍົງ.
ຍສໝ - ການສົ່ງເສີມການນຳໃຊ້ພາສາຫວຽດ ໃນບັນດາຄອບຄົວລຸ້ນຄົນທີສອງ ແລະ ທີສາມ ຊ່ວຍກໍ່ສ້າງວົງຄະນະຍາດ ແລະ ແຫຼ່ງຜູ້ທີ່ເກັ່ງກ້າສາມາດໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ອົດສະຕາລີ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ມາດຕະການຕ່າງໆ ເພື່ອຍົກສູງປະສິດທິຜົນຂອງການຮ່ວມມືໃຫ້ເໝາະສົມກັບການພົວພັນດ້ານການເມືອງທີ່ດີງາມ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງສອງປະເທດ.
ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ, ຮັກສາການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ.
ຍສໝ - ລາຄາໝາກເຜັດຂີ້ໜູຢູ່ນະຄອນເກິນເທີ ແລະ ຫຼາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ເພີ່ມຂຶ້ນສູງຢ່າງໜ້ອຍສຸດແຕ່ 5.000 – 10.000 ດົ່ງ/ກີໂລກຼາມ ເມື່ອທຽບໃສ່ກັບກ່ອນນີ້ 1 ເດືອນ.
ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນແມັ້ງກວຽນ ໄດ້ແນະນຳບັນດານະໂຍບາຍໜູນຊ່ວຍ, ບຸລິມະສິດຂອງອຳນາດການປົກຄອງນະຄອນຮ່າໂນ້ຍ, ກໍ່ຄືຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງໜຶ່ງໃນຈຳນວນ 2 ຫົວຈັກດ້ານເສດຖະກິດຂອງ ຫວຽດນາມ.
ຍສໝ - ທີ່ພິທີ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຮັບເງິນເປັນຈຳນວນກ່ວາ 673 ຕື້ ດົ່ງ (ປະມານ 25,5 ລ້ານ USD) ຈາກບັນດາອົງການ, ໜ່ວຍງານ, ສຳນັກງານ, ສ່ວນບຸກຄົນ.
ຄາດວ່າ ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະພົບປະກັບຜູ້ອຳນວຍການໃຫຍ່ຫ້ອງການ ສປຊ ປະຈຳ ເຊີແນວ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO).
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ.
-ພາຍຫຼັງທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ໄທດ້ວຍ 1 – 0 ໃນນັດແຂ່ງຂັນຊີງຊະນະເລີດ ທີ່ດຳເນີນໃນຕອນຄ່ຳວັນທີ 21 ພຶດສະພາ ເພື່ອຄ້ວາຫຼຽນຄຳ ປະເພດບານເຕະຍິງ ຢູ່ SEA Games 31, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍ, ສັນລະເສີນ.
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ທີ່ການພົບປະແລກປ່ຽນໃນເວລາອັນສັ້ນໆ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກເຖິງການປະກອບສ່ວນພິເສດຂອງທ່ານເອກອັກຄະລັດຖະທູດ ອັງກິດ ໃນໄລຍະດຳລົງຕຳແໜ່ງ 4 ປີຢູ່ ຫວຽດນາມ. ຍ້ອນຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ, ການຮ່ວມມືທີ່ເປັນມູນເຊື້ອ ແລະ ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ ແລະ ອັງກິດ ໄດ້ຮັບການພັດທະນາ ແລະ ສະໜິດຕິດພັນກ່ວາເວລາໃດໝົດ.
ຍສໝ - ເນື່ອງໃນໂອກາດທີ່ ສະຫາຍກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ບັນດາອົງການ, ບຸກຄົນໃນທົ່ວໂລກທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກ ໄດ້ສົ່ງຈົດໝາຍ, ໂທລະເລກ ເພື່ອຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ.
Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường niên các nhà tiên phong lần thứ 15 của Diễn đàn Kinh tế thế giới Đại Liên và làm việc tại Trung Quốc, Thủ tướng Chính phủ Phạm Minh Chính đã hội kiến Tổng Bí thư Ban Chấp hành Trung ương Đảng Cộng sản Trung Quốc, Chủ tịch nước Cộng hòa nhân dân Trung Hoa Tập Cận Bình.
ຍສໝ - ວັນທີ 26 ມິຖຸນາ, ນະຄອນຫຼວງ ປັກກິ່ງ, ຈີນ, ໃນຂອບເຂດການຢ້ຽມຢາມປະຕິບັດງານ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີຂອງບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກຕ້າຫຼຽນ ແລະ ເຮັດວຽກຢູ່ຈີນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈິນ ສີຈິ້ນຜິງ.
ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ.