ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ

ຍສໝ -​ ທ່ານ​ເລຂາທິການ​ໃຫຍ່​ ສະເໜີໃຫ້​ປະຊາຊົນ​ສືບ​ຕໍ່​ສາມັກຄີ, ຮ່ວມ​ມື​ກໍ່ສ້າງ​ປະຊາ​ຄົມ​ພັດທະນາ, ໂຄສະນາ​ຄວາມ​ງາມ​ຂອງ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ​ເປັນ​ຂົວ​ຕໍ່​ທີ່​ໝັ້ນຄົງ​ໃນ​ການ​ພົວພັນ​ຫວຽດນາມ - ສິງກະ​ໂປ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ​ສະ​ຖານ​ທູດ, ພົບ​ປະ​ກັບ​ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ຍສໝ - ​ເນື່ອງ​ໃນ​ໂອກາດການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ, ການ​ຢ້ຽມຢາມຢ່າງເປັນທາງການຄະນະ​ເລຂາ ອາ​ຊຽນ ​ແຕ່​ວັນ​ທີ 9-11 ມີນາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ, ພົບ​ປະ​ກັບ​ ພະນັກງານບັນ​ດາອົງການຜູ້ຕາງໜ້າ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2025).

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ

ຍສໝ - ຈັດ​ຕັ້ງ​ການ​ແຂ່ງຂັນສອບ​ຖາມ, ຈັດ​ຕັ້ງ​ສັບປະດາ​ຮູບ​ເງົາ​ຫວຽດ​ນາມ ແລະ ສັບປະດາ​ອາ​ຫານ​ຫວຽດ​ນາມ; ການເປີດຈຳໜ່າຍ​ຊຸດ​ສະ​ແຕມລວມ ຫວຽດນາມ -​ສີ​ລັງກາ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ດຳ​ເນີນເນື່ອງໃນໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສີ​ລັງກາ (1970 – 2025).

ເພີ່ມພຸນຄຸນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ເພີ່ມພຸນຄຸນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍສໝ - ແບ່ງປັນຮ່ວມກັນແມ່ນ້ຳຂອງ ແລະ ເຂດພູຫຼວງ ເຈື່ອງເຊີນ ອັນສະຫງ່າລາສີ, ການພົວພັນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ບໍ່ພຽງແຕ່ແມ່ນການພົວພັນບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດລະຫວ່າງ 3 ປະເທດ, ບັນຈຸຍອດແຍ່ນ້ຳ​ໃຈ​ສາມັກຄີ​ທີ່​ຊື່​ສັດ, ຈິງ​ໃຈ, ບໍລິສຸດ​ທີ່​ສາມ​ປະ​ເທດ​ມີ​ຕໍ່​ກັນ. ການເຊື່ອມຕໍ່ກັນແບບພິເສດນີ້ ໄດ້ຖືກສະແດງໃຫ້ເຫັນຕະຫຼອດປະຫວັດສາດ.

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ເພີ່ມທະວີການສົມທົບກັນຜັນຂະຫຍາຍວຽກງານໜູນຊ່ວຍຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ວັນ​ທີ 25 ກຸມພາ​ 2025, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ​ແລະ ຄະນະ​ກຳມະການ​ແຫ່ງ​ລັດ​ ຫວຽດນາມ ກ່ຽວກັບຊາວຫຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້ຮ່ວມ​ເປັນ​ປະທານ​ໃນການເຮັດວຽກ​ລະຫວ່າງສອງອົງການ ເພື່ອແນໃສ່ກວດກາ​ຄືນ​ໝາກຜົນການ​ຜັນຂະຫຍາຍ​​ວຽກ​ງານສົມທົບ​ກັນ​ໃນ​ປີ 2024 ​ແລະ ​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​​ໜ້າ​ທີ່​ທີ່ສຳຄັນ​ໃນ​ປີ 2025.

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ຍສໝ - ການ​ທ່ອງ​ທ່ຽວ​ບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນ​ເປັນ​ການ​ເດີນ​ທາງ​ຂອງ​ການກ້າ​ແນວພັນປູກ - ແນວພັນປູກຂອງ​ການ​ຍົກ​ຍ້ອງ​ມໍ​ລະ​ດົກ​, ເຊື່ອມ​ຕໍ່​ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກ​ທໍາ​ມະ​ຊາດ​. ພຽງ​ແຕ່​ເມື່ອເຮັດສິ່ງນັ້ນໄດ້, ຫວຽດ​ນາມ​ ຈະ​ປະກາຍແຈ້ງ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ​ຢ່າງ​ແທ້​ຈິງ.

ເຫດການລົດ​ຖີບ, ຕິດພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ໂຮນລັງ ມີການ​ເຂົ້າ​ຮ່ວມ 400 ກວ່າ​ຄົນ

ເຫດການລົດ​ຖີບ, ຕິດພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ໂຮນລັງ ມີການ​ເຂົ້າ​ຮ່ວມ 400 ກວ່າ​ຄົນ

ຍສໝ -​ ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ລູກເຮືອ ຫວຽດນາມ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ ສ.ເກົາຫຼີ

ຍສໝ - ຕອນ​ຄ່ຳ​ວັນ​ທີ 12 ກຸມພາ, ສະຖານທູດ​ ຫວຽດນາມ ປະຈຳ ສ.ເກົາຫຼີ ​ໃຫ້​ຮູ້​ວ່າ ລູກ​ເຮືອ​ຫວຽດນາມ ທັງ 3 ຄົນໄດ້​ຮັບ​ການ​ກູ້ຊີບ​​ໃນເຫດເຮືອ​ຫາ​ປາ​​ລຳ​ໜຶ່ງຫຼົ້ມ​ຢູ່​ນອກ​ຝັ່ງ​ເກາະ Jeju (ສ.​ເກົາຫຼີ).

ວັດທະນະທຳ ຫວຽດນາມ ປະກາຍແຈ້ງໃນບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດຂອງຝຣັ່ງ

ວັດທະນະທຳ ຫວຽດນາມ ປະກາຍແຈ້ງໃນບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດຂອງຝຣັ່ງ

ຍສໝ - ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງ​ແຮງດ້ວຍບັນດາລາຍການສະແດງທີ່ດີເດັ່ນຄື ການສະແດງມວຍມູນເຊື້ອຂອງສະມາຄົມມວຍ ວ້ານອ່ານຝາຍ, ຟ້ອນດອກບົວຂອງກຸ່ມ ເຕິມຢວຽນ ແລະ ການສະແດງຊຸດເສື້ອຍາວຂອງບັນດາສະມາຊິກສະມາຄົມຮັກພາສາຝຣັ່ງ.

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​

ຍສໝ - ໃນວັນເພັງ ສິບຫ້າຄໍ່າ ເດືອນຈຽງ, ຫຼືເອີ້ນອີກຊື່ໜຶ່ງວ່າ ບຸນປີໃໝ່ວັນເພັງເດືອນຈຽງ, ຕາມ​ຮີດຄອງ​ປະ​ເພນີດັ້ງເດີມ, ທຸກ​ຄອບຄົວຄົນຫວຽດນາມ ລ້ວນແຕ່ກະກຽມ​ພາເຂົ້າບູຊາເພື່ອຖວາຍ​ບັນພະບຸລຸດ ​ແລະ ​ເທວະ​ດາຟ້າແຖນ, ​ເພື່ອ​ສະ​ແດງ​ຄວາມຮູ້ບຸນຄຸນ ​ແລະ ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້​ທີ່​ໄປ​ກ່ອນ ​ແລະ ຫວັງໃຫ້​ປີ​ໃໝ່​ມີ​ຄວາມ​ສະຫງົບ​ສຸກ ແລະ ໂຊກດີ.

ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ

ຮັກສາ, ແຜ່ຂະຫຍາຍ​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ

ຍສໝ - ແຕ່​ວັນ​ທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ ອາໄສຢູ່ຕ່າງ​ປະ​ເທດ ໄດ້​ມີການໄປ​ຢ້ຽມ​ຢາມປະຕິບັດງານຢູ່ ມາ​ເລ​ເຊຍ. ທີ່​ການ​ເຮັດ​ວຽກ​ກັບ​ສະຖານທູດ​ຫວຽດນາມ ປະຈຳມາ​ເລ​ເຊຍ, ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານອະນຸລັກ​ຮັກສາພາສາ​ຫວຽດນາມ, ຈິດ​ໃຈ​ສິດສອນ​ຂອງ​ຄູ​ອາຈານ ​ແລະ ການຮຽນຂອງນັກ​ຮຽນ​ຢູ່ ມາ​ເລ​ເຊຍ.

ກຽນ​ຢາງ - ຈຸດ​ໝາຍປາຍທາງ​ແຫ່ງ​ດຽວ​ຂອງ​ຫວຽດ​ນາມ ນອນໃນ top ເປັນມິດທີ່​ສຸດ​ໃນ​ໂລກ

ກຽນ​ຢາງ - ຈຸດ​ໝາຍປາຍທາງ​ແຫ່ງ​ດຽວ​ຂອງ​ຫວຽດ​ນາມ ນອນໃນ top ເປັນມິດທີ່​ສຸດ​ໃນ​ໂລກ

ຍສໝ - ວັນ​ທີ 6 ກຸມພາ​ນີ້, ​ແອັບ ​ທ່ອງ​ທ່ຽວ​ອອນ​ລາຍ Booking.com ​ໄດ້​ປະກາດ​ລາຍ​ຊື່ “10 ຈຸດໝາຍປາຍທາງເປັນມິດທີ່ສູດ​ໃນ​ໂລກ” ຂຶ້ນກັບຂອບ​ເຂດ Traveller Review Awards ຄັ້ງ​ທີ 13. ແຂວງ​ກຽນ​ຢາງ ​ແມ່ນ​ຈຸດໝາຍ​ປາຍທາງ​ແຫ່ງ​ດຽວ​ຂອງ​ຫວຽດນາມ​ ນອນໃນ​ລາຍການ​ນີ້.

ການພົບປະແລກປ່ຽນສີສັນວັດທະນະທຳລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ການພົບປະແລກປ່ຽນສີສັນວັດທະນະທຳລະຫວ່າງ ຫວຽດນາມ - ຍີ່ປຸ່ນ

ຍສໝ - ວັນ​ທີ 4 ກຸມພາ 2024, ​ສູນຫວຽດນາມວິທະຍາ ປະຈຳ ຍີ່ປຸ່ນ ສົມທົບ​ກັບພາກ​ວິຊາພາສາ​ຫວຽດນາມ, ມະຫາວິທະຍາ​ໄລ Osaka, ​ໂຮງຮຽນ​ພາສາ​ຫວຽດນາມ ໄມ້ໄຜ່ ​ໄດ້​ຈັດ​ຕັ້ງ​ລາຍການ “​ແລກປ່ຽນ​​ສີສັນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” ຢ່າງ​ສຳ​ເລັດ​ຜົນ​ຢູ່​ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ Osaka.

​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ.

ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ: ກຳ​ລັງງຽບໆ​ໃນແນວຮົບດ້ານ​ການ​ທູດ

ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ: ກຳ​ລັງງຽບໆ​ໃນແນວຮົບດ້ານ​ການ​ທູດ

ຍສໝ - ດົນ​ນານ​ມາ​ແລ້ວ, ແຕ່ລະການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂັ້ນ​ສູງ​ຂອງ​ການ​ນຳ​ພັກ ແລະ ລັດ​ຂອງ​ຫວຽດນາມ ​ຢູ່​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ມີ​ການ​ປະ​ກອບ​ສ່ວນ​ທີ່​ສຸດ​ຈິດ​ສຸດ​ໃຈ, ຈິງ​ໃຈ​ແຕ່​ງຽບ​ສະ​ຫງົບ​ຂອງວົງຄະນະຍາດຊາວຫວຽດນາມ ​ຢູ່​ຕ່າງ​ປະ​ເທດ.

ມິດຕະພາບເພື່ອນມິດຫ້າທະວີບໃນນໍ້າຖ້ວມ

ມິດຕະພາບເພື່ອນມິດຫ້າທະວີບໃນນໍ້າຖ້ວມ

ຍສໝ - ​ເດືອນ​ກັນຍາ 2024, ພາຍຸ​ເລກທີ 3 ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ ຫວຽດນາມ. ​ໃນ​ທ່າມກາງ​ການ​ສູນ​ເສຍ, ຄວາມ​ໂສກ​ເສົ້າ, ນ້ຳໃຈ​ມະນຸດ​ປະກາຍແຈ້ງບໍ່​ພຽງ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຈາກ​ເພື່ອນ​ມິດສາ​ກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ຫ້າທະວີບ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025

ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025

ຍສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ (3 ກຸມພາ 1930 – 3 ກຸມພາ 2025) ແລະ ຂ່ຳນັບຮັບຕ້ອນ​ລະດູບານໃໝ່ ປີມະເສັງ​, ວັນ​ທີ 11 ມັງກອນ, ຢູ່​ນະ​ຄອນ São Paulo (ບຣາ​ຊິນ), ສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ​ ບຣາຊິນ ໄດ້ຈັດຕັ້ງລາຍການ ລະດູບານໃໝ່ບ້ານເກີດເມືອງນອນ 2025 ຢ່າງສະຫງ່າລາສີ.

​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ມັງກອນ 2025, ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍ້ອນ​ໄດ້ມີ​ປະກອບສ່ວນ​ຢ່າງແທດຈິງ​ເຂົ້າ​ໃນວຽກງານ​ສ້າງສາ ​, ເຕົ້າ​ໂຮມ ​ແລະ ສາມັກຄີວົງຄະນະຍາດ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.