ຕອນເຊົ້າວັນທີ 31 ມີນາ, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ດ້ວຍ 100% ສະມາຊິກສະພາແຫ່ງຊາດທີ່ມີໜ້າ ໄດ້ເຫັນດີເຫັນພ້ອມຄັດເລືອກເອົາສະຫາຍ ເວືອງດິ່ງເຫວ້ ດໍາລົງຕໍາແໜ່ງປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ.
ປັດຈຸບັນ, ສປປ ລາວ ກຳລັງກະກຽມໃຫ້ແກ່ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງພົນລະເມືອງລາວ ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ຍົກເວັ້ນແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດ ຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ Joseph Robinette Biden Jr. ໃນການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີແຫ່ງສະຫະລັດອາເມລິກາ.
ຍສໝ - ໃນວັນທີ 1 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ສປປ.ລາວ, ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມນັກຂ່າວທີ່ປະກາດ ການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ບັນດາອະນຸກຳມະການເລືອກຕັ້ງແຫ່ງຊາດ.
ຍສໝ - ຕອນບ່າຍວັນທີ 15 ຕຸລາ, ທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງຄະນະພັກແຂວງຮ່າຕິ້ງ ອາຍຸການ 2020-2025, ທ່ານ ຮ່ວາງຈຸງຢຸງ - ຮອງເລຂາຜູ້ປະຈໍາການຄະນະພັກແຂວງຮ່າຕິ້ງ, ຊຸດທີ XVIII, ອາຍຸການ 2015-2020 ໄດ້ຮັບການເລືອກຕັ້ງເປັນເລຂາຄະນະພັກແຂວງຮ່າຕິງ ສຳລັບອາຍຸການໃໝ່.
ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.
ຍສໝ - ຜູ້ແທນຢ່າງເປັນທາງການຈຳນວນ 250 ຄົນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກວ່າ 13,000 ຄົນ ໃນທົ່ວແຂວງໄດ້ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ຖ໋າຍຫງວຽນ.
ຍສໝ - ຜົນການເລືອກຕັ້ງຢ່າງເປັນທາງການ ທີ່ຄະນະກໍາມະການເລືອກຕັ້ງອິນໂດເນເຊຍ ໄດ້ປະກາດໃນຕອນເຊົ້າ ວັນທີ 21 ພຶດສະພາ ວ່າ: ປະທານປະທານາທິບໍດີ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງອີກໜຶ່ງສະໄໝ.
ຍສໝ - ວັນທີ 24 ມີນາ, ສື່ມວນຊົນທ້ອງຖິ່ນ ຄັດຄໍາເວົ້າ ຂອງ ທ່ານ ອົງອາດ ຄຳ້ໄພບູນ, ໜຶ່ງໃນແກນນຳ ຂອງພັກປະຊາທິປັດ, ຍອນຮັບວ່າ ພັກພ່າຍແພ້ ພັກ ພະລັງປະຊາລັດ.
ຍສໝ - ອີງຕາມການປະກາດຜົນຂອງການນັບຄະແນນ ຂອງ ຄະນະກຳມະການການເລືອກຕັ້ງ ກຳປູເຈຍ(NEC) ວັນທີ 15 ສິງຫາ , ພັກປະຊາຊົນກຳປູເຈຍ (CPP) ຂອງ ນາຍົກລັດຖະມົນຕີ ຮຸນເຊັນ ໄດ້ຮັບໄຊຊະນະຢ່າງເປັນເອກກະສັນ ແບບຂາດລອຍໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 6.
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ ທຸກຈຸດປ່ອນບັດໃນທົ່ວປະເທດກຳປູເຈຍ ໄດ້ປິດ ຊິ້ນສຸດການລົງຄະແນນສຽງເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ສະໄໝທີ VI.
ຍສໝ - ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດກຳປຸເຈຍ ສະໄໝທີ VI ແມ່ນສົມບູນແລ້ວ, ກຳປູເຈຍກຽມພ້ອມໃຫ້ແກ່ການແຂ່ງຂັນທີ່ຈະດຳເນີນໄປໃນມື້ນີ້ 29 ກໍລະກົດ . ຄາດວ່າຈະມີປະຊາຊົນຜູ້ມີສິດເລືກຕັ້ງໄປໃຊ້ສິດປະມານ 8,3 ລ້ານຄົນ ເພື່ອປ່ອນບັດຄັດເລືອກເອົາ ສະມາຊິກສະພາແຫ່ງຊາດ ຈຳນວນ 125 ເຊິ່ງຈະດຳເນີນໄປຕັ້ງແຕ່ 7ໂມງເຊົ້າ ຮອດ 15ໂມງມື໊ນີ້.
ຍສໝ - ດ້ວຍເປົ້າໝາຍນຳພາກຳປູເຈຍ ພັດທະນາຢ່າງໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ ພັກປະຊາຊົນ ກຳປູເຈຍ CPP ໄດ້ປະກາດແຜນການລົງຫາສຽງໃນຫຼາຍເຂດໃໝ່.
ຍສໝ - ມີພະນັກງານຮັກສາຄວາມສະຫງົບ ກວ່າ 70.000ຄົນ ຈະຖືກລະດົມມາເພື່ອປ້ອງກັນ ຢູ່ 22.967 ຈຸດປ່ອນບັດໃນທົ່ວປະເທດ.
ຍສໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ພະນົມເປນ, ນັກສັງເກດການປະມານ 45.000 ຄົນ ທີ່ຢູ່ພາຍໃນ ຈາກ 81 ພັກ, ອົງການຈັດຕັ້ງ ແລະ ຄະນະສະມາຄົມພາຍໃນປະເທດ ແລະ ນັກສັງເກດການຕ່າງປະເທດອີກ 17 ປະເທດຄື: ມຽນມາ, ສິງກາໂປ ແລະ ຈີນ ກໍ່ໄດ້ລົງທະບຽນເຂົ້າຮ່ວມໃນການສັງເກດການ-ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຢູ່ ກຳປູເຈຍ ໃນວັນທີ 29 ກໍລະກົດນີ້.