ທ່ານ ຫງວ໋ຽນ ຢວານ ກິ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ຖ໋າຍຫງວຽນ ສະໄໝທີ III

17:07 | 29/10/2019

ຍສໝ - ຜູ້ແທນຢ່າງເປັນທາງການຈຳນວນ 250 ຄົນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກວ່າ 13,000 ຄົນ ໃນທົ່ວແຂວງໄດ້ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 3 ຢູ່ແຂວງ ຖ໋າຍຫງວຽນ.

ທ່ານ ຫງວ໋ຽນ ຢວານ ກິ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ຖ໋າຍຫງວຽນ ສະໄໝທີ III

ທ່ານ ຫວູ ຮົ່ງ ບັກ (ຜູ້ທີ 4 ນັບແຕ່ຂວາມື) ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຖ໋າຍຫງວຽນ ອວຍພອນການນຳ ສະມາຄົມ ສະໄໝໃໝ່ 2019-2024. (ພາບ: ເຈີ່ນຫງວຽນ)

ເມື່ອມໍ່ໆມານີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖ໋າຍຫງວຽນ ໄດ້ຈັດຕັ້ງກອງປະຊຸມຜູ້ແທນຂັ້ນສູງ ຄັ້ງທີ 3, ສະໄໝ 2019-2024. ຜູ້ແທນຢ່າງເປັນທາງການ 250 ຄົນ ທີ່ເປັນຕົວແທນຂອງສະມາຊິກກ່ວາ 13.000 ຄົນ ທົ່ວແຂວງເຂົ້າຮ່ວມກອງປະຊຸມ.

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຄັດເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ທີ່ມີສະມາຊິກຈຳນວນ 41 ສະຫາຍ; ທ່ານ ຫງວ໋ຽນ ຢວານ ກິ່ງ ຍັງຄົງສືບຕໍ່ເຂົ້າຮ່ວມ ດຳລົງຕຳແໜ່ງ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖ໋າຍຫງວຽນ ສະໄໝ 2019-2024.

ໃນໄລຍະທີ່ຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງຖ໋າຍຫງວຽນ ໄດ້ກາຍເປັນຈຸດສຸມໃນການເຕົ້າໂຮມພະນັກງານ, ປະຊາຊົນໃນທ່ົ່ວແຂວງເຂົ້າຮ່ວມການເຄື່ອນໄຫວມິດຕະພາບປະຊາຊົນຫວຽດນາມ - ລາວ, ເປັນ “ຂົວຕໍ່” ກ່ຽວກັບສາຍພົວພັນມິດຕະພາບ ລະຫວ່າງຖ໋າຍຫງວຽນ ແລະ ລາວ, ສ້າງເປັນຮູແບບຂອງການພົວພັນປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວພາຍນອກຂອງແຂວງ. ຜ່ານການເຄື່ອນໄຫວມິດຕະພາບ ໄດ້ມີຫຼາຍໂຄງການຮ່ວມມືດ້ານເສດຖະກິດ ແລະ ການສຶກສາ-ບຳລຸງສ້າງ.

ນັບແຕ່ປີ 2010 ເປັນຕົ້ນມາ, ມີວິສາຫະກິດແຂວງຖ໋າຍຫງວຽນ ກວ່າ 20 ບໍລິສັດ ທີ່ມາລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການ - ການທ່ອງທ່ຽວ, ການພັດທະນາເສດຖະກິດ ຢູ່ ລາວ. ຢູ່ແຂວງຖ໋າຍຫງວຽນ, ແຕ່ລະປີບັນດາໂຮງຮຽນໄດ້ຮັບນັກຮຽນລາວ ກວ່າ 300 ຄົນມາສຶກສາ ແລະ ຄົ້ນຄວ້າ ຢູ່ ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆພາຍໃນແຂວງ…

ກ່ຽວກັບການຈັດຕັ້ງສະມາຄົມກໍ່ໄດ້ຮັບການປັບປຸງ ແລະ ດຶງດູດສະມາຊິກນັບມື້ນັບຫຼາຍຂື້ນ. ເບື້ອງຕົ້ນສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນ, ທົ່ວແຂວງມີສະມາຊິກ ເກືອບ 1.000 ຄົນ ແຕ່ມາຮອດປະຈຸບັນໄດ້ເພີ່ມຂຶ້ນເປັນ 130.000 ກວ່າຄົນ, ເຄື່ອນໄຫວຢູ່ໃນ 76 ສາຂາສະມາຄົມຂື້ນກັບ 5 ຫົວໜ່ວຍຂອງເມືອງ, ນະຄອນ, ເທດສະບານເມືອງ ແລະ 19 ລວມໝູ່...

ທ່ານ ຫງວ໋ຽນ ຢວານ ກິ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງ ຖ໋າຍຫງວຽນ ສະໄໝທີ III

ພິທີມອບຫຼຽນກາ, ໃບຍ້ອງຍໍ ແລະ ຊົມເຊີຍ ໃຫ້ໝູ່ຄະນະ, ອົງການຈັດຕັ້ງສະມາຊິກ ແລະ ບຸກຄົນ ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ຖ໋າຍຫງວຽນ ຍ້ອນການປະກອບສ່ວນຢ່າງຕັ້ງໜ້າ ໃນໄລຍະ 2014-2019. (ພາບ: ທູຮັ່ງ)

ເພື່ອປະຕິບັດສຳເລັດເປົ້າໝາຍລວມ ໄລຍະ 2019 - 2024, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງຖ໋າຍຫງວຽນ ໄດ້ຕັ້ງບັນຫາຕໍ່ກັບບັນດາພາລະກິດສຳຄັນໃຈກາງ. ເປັນແນວນັ້ນ, ໄດ້ສຸມໃສ່ຊຸກຍູ້ການໂຄສະນາແນວທາງ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການພົວພັນແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ລະດົມສະມາຊິກ ແລະ ປະຊາຊົນເຂົ້າຮ່ວມການເຄື່ອນໄຫວມິດຕະພາບປະຊາຊົນຫວຽດນາມ - ລາວ, ສົ່ງເສີມການຮ່ວມມື, ການລົງທືນເສດຖະກິດ - ສັງຄົມ, ສາທາລະນະສຸກ ແລະ ການສຶກສາ - ອົບຮົມ ລະຫວ່າງຖ໋າຍຫງວຽນ ແລະ ບັນດາແຂວງຂອງສປປ ລາວ...

ກ່າວຄຳເຫັນທີ່ກອງປະຊຸມ, ປະທານຄະນະກຳມະການປະຊາຊົນຖ໋າຍຫງວຽນ ທ່ານ ຫວູ ຮົ່ງ ບັກ ໄດ້ສະແດງຄວາມຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານຂອງສະມາຄົມມິດຕະພາບຫວຽດນາມ - ລາວແຂວງຖ໋າຍຫງວຽນ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ເພື່ອສືບຕໍ່ປະຕິບັດງານຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ທ່ານໄດ້ສະເໜີໃຫ້ສະມາຄົມຈັດຕັ້ງບັນດາການເຄື່ອນໄຫວທີ່ມີລັກສະນະສ້າງສັນ ແລະ ມີຫົວຄິດປະດິດສ້າງຫຼາຍກ່ວາອີກ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະຫະພັນອົງການມິດຕະພາບຫວຽດນາມ ແລະ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ມອບຫຼຽນກາ, ໃບຍ້ອງຍໍ, ຊົມເຊີຍ ໃຫ້ລວມໝູ່, ອົງການຈັດຕັ້ງສະມາຊິກ ແລະ ບຸກຄົນຂອງສະມາຄົມມິດຕະພາບຫວຽດນາມ - ລາວແຂວງຖ໋າຍຫງວຽນຍ້ອນການປະກອບສ່ວນຢ່າງຕັ້ງໜ້າ ໃນໄລຍະ 2014-2019.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.