ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ

16:11 | 18/05/2021

ຍສໝ - ທ່ານ ເຈິ່ນແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ສະເໜີໃຫ້ອະນຸກຳມະການບຸກຄະລາກອນ ຈົ່ງສືບຕໍ່ຈັດແບ່ງຜູ້ປະຈຳການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຍ້ອນໂລກລະບາດ, ໄພທຳມະຊາດ, ຍ້ອນຄວາມເປັນລະບຽບຮຽບຮ້ອຍ… ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ.

ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ
ທ່ານ ເຈິ່ງແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ

ໃນຕອນເຊົ້າວັນທີ 17 ພຶດສະພາ 2021, ຢູ່ຮ່າໂນ້ຍ, ອະນຸກຳມະການບຸກຄະລາກອນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ. ທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ສະເໜີໃຫ້ອະນຸກຳມະການບຸກຄະລາກອນ ຈົ່ງສືບຕໍ່ຈັດແບ່ງຜູ້ປະຈຳການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຍ້ອນໂລກລະບາດ, ໄພທຳມະຊາດ, ຍ້ອນຄວາມເປັນລະບຽບຮຽບຮ້ອຍ… ພ້ອມທັງກະກຽມວຽກງານປະກາດບັນຊີລາຍຊື່ຜູ້ໄດ້ຮັບເລືອກຕັ້ງຖືກຕ້ອງກັບເວລາເຊິ່ງສະພາເລືອກຕັ້ງແຫ່ງຊາດໄດ້ວາງອອກ… ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ.

ກ່ອນໜ້ານັ້ນ, ທ່ານນາງ ຟ້າມທິແທງຈ່າ, ລັດຖະມົນຕີກະຊວງພາຍໃນ ຫວຽດນາມ, ກຳມະການສະພາເລືອກຕັ້ງແຫ່ງຊາດ ສະເຫນີໃຫ້ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ, ທັງຮັບປະກັນໃຫ້ການເລືອກຕັ້ງດຳເນີນຖືກຕາມການກຳນົດຂອງກົດໝາຍ ທັງຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານການປ້ອງກັນສະກັດກັ້ນໂລກລະບາດ.

ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ ເຂດອຸດສາຫະກຳ ແລະ ໂຮງງານຕ້ອງປະຕິບັດຕາມຂໍ້ກຳນົດ 5K ຢ່າງເຂັ້ມງວດ

ຍສໝ - ບັນດາວິສາຫະກິດຕັ້ງໜ້າເຂົ້າຮ່ວມການກວດວິໄຈປະຈຳໄລຍະ ເພື່ອຮັບປະກັນໃຫ້ການຜະລິດໄດ້ດຳເນີນໄປຢ່າງປອດໄພ. ພ້ອມກັນນັ້ນ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ຫ້າມການໄປມາແລກປ່ຽນລະຫວ່າງທ້ອງຖິ່ນ, ກຽມພ້ອມສະຖານທີ່ແຍກຕົວລວມໝູ່.

4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD 4 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 2,39 ຕື້ USD

ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ. ສິ່ງທີ່ເປັນໜ້າຮັບຮູ້ ນັ້ນແມ່ນ ໃນ 3 ເດືອນຕົ້ນປີ 2021, ມູນຄ່າສົ່ງອອກສິນໃນນ້ຳເພີ່ມຂຶ້ນຢູ່ບັນດາຕະຫຼາດເກືອບທັງໝົດ.

ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ

ຍສໝ - ກອງປະຊຸມສຳມະນາກ່ຽວກັບປະທານໂຮ່ຈີມິນ ບໍ່ພຽງແຕ່ດຶງດູດຊາວຫວຽດນາມທີເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ການາດາເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ ເປັນຈຳນວນຫລວງຫລາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.