ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ

13:21 | 13/05/2021

ຍສໝ - ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: “ບັດເລືອກຕັ້ງແຕ່ລະບັດຂອງ ຜູ້ມີສິດເລືອກຕັ້ງເຖິງວ່າມີຂອບຂະໜາດໜ້ອຍ ກໍ່ຕາມ ແຕ່ມັນມີຄຸນຄ່າອັນຍິ່ງໃຫຍ່ທີ່ສຸດ.

ປະທານສະພາແຫ່ງຊາດ ຫວຽດນາມ: ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ປະທານສະພາແຫ່ງຊາດ ຫວຽດນາມ: ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ
ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ
ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ
ພາບປະກອບ

ວັນທີ 23 ພຶດສະພາ 2021, ຢູ່ຫວຽດນາມ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ກົດໝາຍ ຫວຽດນາມ ກຳນົດວ່າ ການໄປປ່ອນບັດເລືອກຕັ້ງບໍ່ພຽງແຕ່ແມ່ນການໃຊ້ສິດຂອງຕົນເທົ່ານັ້ນ ຫາກຍັງແມ່ນພັນທະຂອງພົນລະເມືອງອີດດ້ວຍ. ການໃຊ້ສິດໄດ້ເລືອກເອົາຜູ້ຕ່າງໜ້າຂອງຕົນ ໃນບັນດາອົງການສິດອຳນາດແຫ່ງລັດ. ສ່ວນພັນທະໝາຍຄວາມວ່າແມ່ນ ເລືອກເອົາຜູ້ທີ່ເໝາະສົມເປັນຕົວແທນຂອງຕົນຢ່າງແທ້ຈິງ ເຂົ້າໃນບັນດາອົງການສິດອຳນາດແຫ່ງລັດ ເພື່ອຕາງໜ້າໃຫ້ຜູ້ມີສິດເລືອກຕັ້ງຕັດສິນບັນດາບັນຫາກ່ຽວກັບກົດໝາຍ, ແຜນນະໂຍບາຍ, ນະໂຍບາຍພັດທະນາເສດຖະກິດ,ສັງຄົມ…

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ແມ່ນມີຄວາມໝາຍສຳຄັນທີ່ສຸດ. ເລື່ອງຜູ້ມີສິດເລືອກຕັ້ງແຕ່ລະຄົນມີຄວາມສະຫຼາດສ່ອງໃສ ເລືອກເອົາບັນດາຜູ້ແທນດີເດັ່ນ, ມີຄຸນສົມບັດ ແລະ ຄວາມເກັ່ງກ້າສາມາດຢ່າງພຽງພໍ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ຂອງຕົນຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ, ປະກອບສ່ວນເຂົ້າໃນການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ປະກອບສ່ວນເຂົ້າໃນການຕັດສິນຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

ຄາວຍັງມີຊີວິດຢູ່ນັ້ນ, ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: ບັດເລືອກຕັ້ງແຕ່ລະບັດຂອງ ຜູ້ມີສິດເລືອກຕັ້ງເຖິງວ່າມີຂອບຂະໜາດໜ້ອຍ ກໍ່ຕາມ ແຕ່ມັນມີຄຸນຄ່າອັນຍິ່ງໃຫຍ່ທີ່ສຸດ. ປະຊາຊົນເຮົາໄດ້ຜ່າຜ່ານຄວາມລຳບາກກາກກຳ, ເສຍສະຫຼະເລືອດເນື້ອບໍ່ຈັກວ່າເທົາໃດ ໃນການປະຕິວັດໂຄ່ນລົ້ມພວກລ່າເມືອງຂຶ້ນ ແລະ ສັກດີນາ ຈຶ່ງຍາດຊີງໄດ້ມັນ ເພາະສະນັ້ນ, ການໄປປ່ອນບັດລືອກຕັ້ງໃນຂອບເຂດທົ່ວປະເທດ ທັງແມ່ນສິດຜົນປະໂຫຍດອັນລ້ຳຄ່າ, ທັງແມ່ນພັນທະອັນສັກກະລະບູຊາຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນ. ປະຊາຊົນເຮົາຈະມີຄວາມເສລີໃນການເລືອກຕັ້ງ ແລະ ເລືອກໄດ້ຜູ້ຄົນທີ່ສົມກັບເປັນຕົວແທນຂອງຕົນ, ຜູ້ແບກຫາບວຽກງານຂອງລັດ. ເພາະສະນັ້ນ, ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ.

ປະທານປະເທດ, ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ ປະທານປະເທດ, ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ).

ຄວາມຮັບຜິດຊອບສູງສຸດຂອງຜູ້ມີສິດເລືອກຕັ້ງ ແມ່ນໃຫ້ມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບຜູ້ສະໝັກທີເລືອກຕັ້ງ ຄວາມຮັບຜິດຊອບສູງສຸດຂອງຜູ້ມີສິດເລືອກຕັ້ງ ແມ່ນໃຫ້ມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບຜູ້ສະໝັກທີເລືອກຕັ້ງ

ຍສໝ - ກ່ອນການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນໃນໄລຍະປີ 2021-2026, ວາລະສານຍຸກສະໄໝ ໄດ້ມີການສຳພາດກັບທ່ານ ບູຍວັນເກື່ອງ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາແຫ່ງຊາດ, ກ່ຽວກັບການກະກຽມ ແລະ ຄວາມຄິດສ່ວນຕົວພາຍຫຼັງເກືອບໜຶ່ງເດືອນໃນຖານະຕຳແໜ່ງໃໝ່.

ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.

ໄຊພອນ

ເຫດການ
302 Found

Found

The document has moved here.