ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ນ້ຳໃຈທະຫານຊາຍແດນ ຫວຽດ-ລາວ

ຍສໝ - ສາຍພົວພັນມິດຕະພາບ ມູນເຊື້ອແຫ່ງຄວາມສາມັກຄີ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ແມ່ນສາຍສຳພັນອັນຈິງໃຈສັດຊື່, ໂປ່ງໃສ ເປັນຊັບສົມບັດອັນລຳ້ຄ່າຫາແນວປຽບບໍ່ໄດ້ , ມີຄວາມສຳຄັນ ໃນການກໍ່ສ້າງ ການພັດທະນາ ນັບມື້ນັບສູງຂື້ນ ລະຫວ່າງສອງປະເທດ.

ສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ

ຍສໝ - ຕອນເຊົ້າວັນທີ 21 ຕຸລາ 2018 ຢູ່ ສຳນັກງານ ຄະນະກຳມະການປະຊາຊົນ ຕາແສງ ຫຽບທົ້ນ ເມືອງ ຟຸກເທາະ ນະຄອນຫຼວງ ຮ່າໂນ້ຍ. ຄະນະກຳມະການ ສື່ສານ ສະມາຄົມເພື່ອນຮ່ວມຕໍ່ສູ້ ທະຫານອາສາສະໝັກ ຫວຽດນາມ-ລາວ ເຂດໃຕ້ຂອງ ຮ່າໂນ້ຍ ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 10 ປີ ວັນສ້າງຕ້ັງ ແລະ 69ປີ ວັນມູນເຊື້ອທະຫານອາສາສະໝັກ ຫວຽດ-ລາວ (30/10/1949-30/10/2018)

ກອງບັນຊາການທະຫານແຂວງຫົວພັນ-ເຊີນລາ ແລກປ່ຽນວຽກງານຮອບດ້ານປະຈຳປີ 2018

ກອງບັນຊາການທະຫານແຂວງຫົວພັນ-ເຊີນລາ ແລກປ່ຽນວຽກງານຮອບດ້ານປະຈຳປີ 2018

ຕົ້ນອາທິດທີ່ຜ່ານມາ ກອງບັນຊາການທະຫານແຂວງຫົວພັນແຫ່ງ ສປປ.ລາວ ແລະກອງບັນຊາການທະຫານແຂວງ ເຊິນລາ ແຫ່ງ ສສ.ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານຮອບດ້ານປະຈຳປີ 2018 ຮ່ວມກັນຢູ່ກອງບັນຊາການທະຫານແຂວງຫົວພັນ

ຊຸດຝຶກອົບຮົມ ກ່ຽວກັບການປ້ອງກັນຊາຍແດນ ໃຫ້ພະນັກງານ ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ

ຊຸດຝຶກອົບຮົມ ກ່ຽວກັບການປ້ອງກັນຊາຍແດນ ໃຫ້ພະນັກງານ ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ

ຍສໝ -ຕອນເຊົ້າວັນທີ 16 ຕຸລາ ຢູ່ ນະຄອນວິງ ແຂວງເຫງະອານ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ການປ້ອງກັນຊາຍແດນໃຫ້ ສຳມະນາກອນລາວ ຈຳນວນ 30 ສະຫາຍ ຂອງກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ສປປ ລາວ.

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ທະຫານຊາຍແດນ ດ້ຽນບຽນ ແລະ ປກສ ແຂວງ ຜົ້ງສາລີ ປືກສາຫາລື ກ່ຽວກັບການປົກປັກຮັກສາຊາຍແດນ

ຍສໝ - ວັນທີ 11 ຕຸລາ ຢູ່ ແຂວງດ້ຽນບຽນຟູ້ ຄະນະຜູ້ແທນ ກອງບັນຊາການທະຫານຊາຍແດນ ດ້ຽນບຽນ ນຳໂດຍທ່ານ ພັນເອກ ວື່ອາ ຄົວ, ຮອງຫົວໜ້າກອງບັນຊາການທະຫານແຂວງ ນຳຄະນະເຂົ້າປືກສາຫາລືກັບ ຄະນະຜູ້ແທນ ປກສ ແຂວງ ຜົ້ງສາລີ ແຫ່ງ ສປປ ລາວ ນຳໂດຍທານ ພັນຕີ ຄຳຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຜູ້ນຳພາຄະນະ.

ກອງປະຊຸມພົບປະ  ປະຈຳປີ ກ່ຽວກັບວຽກງານການຊອກຫາອັດຖິຂອງທະຫານອາສາສະໝັກ ທີ່ເສຍສະຫຼະໃນປາງສົງຄາມ ຢູ່ ລາວ

ກອງປະຊຸມພົບປະ ປະຈຳປີ ກ່ຽວກັບວຽກງານການຊອກຫາອັດຖິຂອງທະຫານອາສາສະໝັກ ທີ່ເສຍສະຫຼະໃນປາງສົງຄາມ ຢູ່ ລາວ

ຍສໝ - ຄະນະຊີ້ນຳ ກອງບັນຊາການທະຫານ 515 ແຂວງ ເທື່ອທຽນເຫວ້ ໄດ້ມີການພົບປະປືກສາຫາລືກັບ ຄະນະປະຕິບັດການພິເສດ ສອງແຂວງ ສາລະວັນ ແລະ ເຊກອງ ສປປ ລາວ ກ່ຽວກັບວຽກງານຊອກຫາ ແລະ ຂຸດຄົ້ນ ອັດຖິທະຫານ ໃນບັ້ນຮົບ ລະດູໜາວ 2018.

ຄະນະທະຫານ ກອງທັບປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ກຳປູເຈຍຢ່າງເປັນທາງການ

ຄະນະທະຫານ ກອງທັບປະຊາຊົນຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ກຳປູເຈຍຢ່າງເປັນທາງການ

ຍສໝ - ຄະນະພະນັກງານ ກົມການເມືອງ ຂັ້ນສູງ ກອງທັບປະຊາຊົນຫວຽດນາມ ເດີນທາງໄປຢ້ຽມຢາມລາວ ແລະ ລາດສະອານາຈັດ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 18 ຮອດວັນທີ 22 ກັນຍາ.

ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມທະຫານເຂດ 2

ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມທະຫານເຂດ 2

ໃນຂອບເຂດການເຂົ້າຮ່ວມຊຸດຝຶກອົບຮົມ, ຄົ້ນຄວ້າຍຸດທະສາດຢູ່ຫວຽດນາມ, ຕອນເຊົ້າວັນທີ 6 ກັນຍາ, ຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ໂດຍທ່ານພັນໂທ ທົງໄຊ, ຮອງຫົວໜ້າຄະນະຍຸດທະສາດ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານເຂດ 2.

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ຫວ່າງມໍ່ໆມານີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດສົກຮຽນ 2018-2019 ຂອງໂຮງຮຽນທະຫານຊາຍແດນ 712.

ຄໍາມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄົ້ນຫາອັດຖິ ທະຫານຫວຽດນາມ

ຄໍາມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄົ້ນຫາອັດຖິ ທະຫານຫວຽດນາມ

ສອງວັນທີ່ຜ່ານມາ, ທີ່ຫ້ອງປະຊຸມເຮືອນພັກເລກ 01 ແຂວງຄຳ​ມ່ວນ, ຄະນະຜູ້ແທນຄະນະປະຕິບັດງານພິເສດ ແຂວງຄໍາມ່ວນ ສ.ປ.ປ ລາວ ແລະ ຄະນະຜູ້ແທນ ຄະນະປະຕິບັດງານພິເສດແຂວງກວາງບິ່ງ ສ.ສ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ຫາລື ​ແລະ ກະກຽມຮ່ວມ​ມືການຊອກຄົ້ນ, ທ້ອມໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ເສຍສະຫລະຊີວິດ ໃນປາງ​ສົງຄາມຢູ່ລາວ ​ໃນລະດູແລ້ງ 2018–2019 ​ເຊິ່ງຝ່າຍລາວ ນໍາໂດຍທ່ານ ຄໍາສີ ອຸດທິວົງ ຮອງ ເຈົ້າແຂວງໆຄໍາມ່ວນ ​ແລະ ຝ່າຍຫວຽດນາມນໍາໂດຍທ່ານ ເຈິ່ນ ຕ່ຽນຢຸ່ງ ຮອງປະທານຄະນະກໍາ ມະການປະຊາຊົນແຂວງກວາງບິ່ງ ສ.ສ ຫວຽດນາມ.

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ ຄະນະພະນັກງານ ກອງບັນຊາການທະຫານ ຊາຍແດນ ເຫງະອານ ໂດຍທ່ານ ພັນເອກ ເຈີ່ນຫ໋າຍ ບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ໄດ້ມາຢ້ຽມຢາມ ມອບຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານດົ່ງ ໃຫ້ແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍແດນ 221 ກອງບັນຊາການທະຫານແຂວງ ຊຽງຂວາງ ສປປ ລາວ.

ທະຫານປະເທດເພື່ອນລາວ ອວຍພອນເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ

ທະຫານປະເທດເພື່ອນລາວ ອວຍພອນເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 73 ປີ, ວັນທີ 1 ກັນຍາ, ກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ ແລະປ້ອມຕໍາຫຼວດທອງມີໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມາຢ້ຽມຢາມອວຍພອນປ້ອມປ້ອງກັນຊາຍແດນຕາມເຮີບ (ທະຫານຊາຍແດນແຂວງເງະອານ).

ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

ທະຫານຊາຍແດນແຂວງກວາງບີ່ງ ພົບປະເຈລະຈາກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນທ້ຽນ, ຫົວໜ້າກອງບັນຊາການເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາສອງຝ່າຍກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ (ລາວ).

ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

ທ້າຍອາທິດທີ່ຜ່ານມາ, ກອງພັນໃຫຍ່ຄົມມະນາຄົມ 652, ກົມພະລາທິການທະຫານເຂດ 2 ໄດ້ຈັດຕັ້ງພິທີຕ້ອນຮັບຄະນະພະນັກງານຂະແໜງຄົມມະນາຄົມການທະຫານກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະແລກປ່ຽນບົດຮຽນ.

ຂີດໝາຍຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນວຽກງານພົວພັນຕ່າງປະເທດ

ຂີດໝາຍຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນວຽກງານພົວພັນຕ່າງປະເທດ

ແຂວງຮ່າຕິ້ງ ມີເສັ້ນຊາຍແດນຍາວ 145 ກິໂລແມັດ ຕິດກັບແຂວງຄໍາມ່ວນ, ບໍລິຄໍາໄຊ (ປະເທດລາວ). ໃນຫຼາຍປີຜ່ານມາ, ອໍານາດການປົກຄອງ, ປະຊາຊົນ ແລະທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີຢ່າງສະໜິດຕິດແໜ້ນກັບອໍານາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.

ກອງບັນຊາການທະຫານແຂວງສະຫັວນນະເຂດສືບຕໍ່ແລກປ່ຽນກັບ ກອງບັນຊາການ ທະຫານຊາຍແດນແຂວງກວາງຈິ

ກອງບັນຊາການທະຫານແຂວງສະຫັວນນະເຂດສືບຕໍ່ແລກປ່ຽນກັບ ກອງບັນຊາການ ທະຫານຊາຍແດນແຂວງກວາງຈິ

ຍສໝ - ຕົ້ນອາທິດທີ່ຜ່ານມາ, ຢູ່ສະຫວັນນະເຂດ ຄະນະຜູ້ແທນກອງບັນຊາການ ທະຫານຊາຍແດນ ແຂວງກວ້າງຈິ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ຫງວຽນ ຊວນເຊີນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ພ້ອມຄະນະ ໄດ້ເດີນທາງມາເຂົ້າ ຮ່ວມກອງປະຊຸມແລກປ່ຽນສະພາບການວຽກງານປ້ອງກັນຊາຍແດນ ກັບ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ສປປ ລາວ.

ຄະນະພະນັກງານ ກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງບັນຊາການທະຫານເມືອງອຽນບິ່ງ

ຄະນະພະນັກງານ ກອງທັບປະຊາຊົນລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ກອງບັນຊາການທະຫານເມືອງອຽນບິ່ງ

ທ້າຍອາທິດທີ່ຜ່ານມາ, ຄະນະພະນັກງານກອງພົນ ທີ 2, ກອງພົນ ທີ 3 ໂຮງຮຽນນາຍສິບ ເລກ 1 ແລະ ກອງບັນຊາການທະຫານບັນດາແຂວງພາກເໜືອລາວ ໂດຍທ່ານພັນເອກ ພັນແສງ ບຸນພັນ ຫົວໜ້າຫ້ອງການ-ການເມືອງ ກອງພົນທີ 2 ເປັນຫົວໜ້ານຳພາຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເມືອງອຽນບິ່ງ, ແຂວງອຽນບ໋າຍ. ເຂົ້າຮ່ວມການເຮັດວຽກມີຜູ້ແທນມາຈາກກອງບັນຊາການທະຫານເຂດ 2, ການນໍາພະແນກພົວພັນຕ່າງປະເທດແຂວງອຽນບ໋າຍ, ເມືອງອຽນບິ່ງ ແລະ ກອງບັນຊາການທະຫານແຂວງ.

ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

ການພົບປະເຈລະຈາ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແຂວງກວ້າງຈິ ກັບ ປກສ ສາລະວັນ ແລະ ປກຊ ສະຫວັນນະເຂດ

ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.