ຄໍາມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄົ້ນຫາອັດຖິ ທະຫານຫວຽດນາມ

08:14 | 07/09/2018

ສອງວັນທີ່ຜ່ານມາ, ທີ່ຫ້ອງປະຊຸມເຮືອນພັກເລກ 01 ແຂວງຄຳ​ມ່ວນ, ຄະນະຜູ້ແທນຄະນະປະຕິບັດງານພິເສດ ແຂວງຄໍາມ່ວນ ສ.ປ.ປ ລາວ ແລະ ຄະນະຜູ້ແທນ ຄະນະປະຕິບັດງານພິເສດແຂວງກວາງບິ່ງ ສ.ສ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ຫາລື ​ແລະ ກະກຽມຮ່ວມ​ມືການຊອກຄົ້ນ, ທ້ອມໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ເສຍສະຫລະຊີວິດ ໃນປາງ​ສົງຄາມຢູ່ລາວ ​ໃນລະດູແລ້ງ 2018–2019 ​ເຊິ່ງຝ່າຍລາວ ນໍາໂດຍທ່ານ ຄໍາສີ ອຸດທິວົງ ຮອງ ເຈົ້າແຂວງໆຄໍາມ່ວນ ​ແລະ ຝ່າຍຫວຽດນາມນໍາໂດຍທ່ານ ເຈິ່ນ ຕ່ຽນຢຸ່ງ ຮອງປະທານຄະນະກໍາ ມະການປະຊາຊົນແຂວງກວາງບິ່ງ ສ.ສ ຫວຽດນາມ.

ຄໍາມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄົ້ນຫາອັດຖິ ທະຫານຫວຽດນາມ

ຄະນະຜູ້ແທນຄະນະປະຕິບັດງານພິເສດ ແຂວງຄໍາມ່ວນ ສ.ປ.ປ ລາວ ແລະ ຄະນະຜູ້ແທນ ຄະນະປະຕິບັດງານພິເສດແຂວງກວາງບິ່ງ ສ.ສ ຫວຽດນາມ. (ພາບ:ຂປລ)

ການພົບປະຄັ້ງ​ນີ້ ຕາງໜ້າ ຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງສະພາບການເຄື່ອນໄຫວ ໃຫ້ ກັນ ແລະ ກັນຊາບ ​ເຊິ່ງທ່ານ ຄໍາສີ ອຸດທິວົງ ຝ່າຍແຂວງຄໍາມ່ວນໄດ້ກ່າວວ່າ: ນັບແຕ່ປີ 1990–2017 ຂໍ້ມູນທີ່ໄດ້ຮັບຈາກກົມກອງເກົ່າ ມີທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫລະຊີວິດຢູ່ພື້ນທີ່ແຂວງຄໍາມ່ວນ ຈໍານວນ 3.410 ກໍລະນີ, ຂໍ້ມູນຂຸມ ຝັງສົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໜ່ວຍປະຕິບັດງານພິເສດກອງ 589 ເກັບກໍາ ໄດ້ແຕ່ສົກປີ 1991–2017 ມີ 1.798 ກໍລະນີ, ມາ​ຮອດ​ປັດຈຸບັນ ສາມາດຂຸດຄົ້ນ, ເກັບກູ້ ແລະ ນໍາກັບຄືນປະເທດໄດ້ຈໍານວນ 5.060 ສົບ ແລະ ມາຮອດລະດູແລ້ງສົກປີ 2017–2018 ຍັງ​ຈະ​ໄດ້​ສືບຕໍ່​ດຳ​ເນີນການ​ສົ່ງ-​ມອບອັດຖິ ທະຫານ ອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫລະຊີວິດ ຢູ່ພື້ນທີ່ແຂວງຄໍາມ່ວນ ກັບ​ຄືນ​ປະ​ເທດ ເປັນຄັ້ງທີ 39 ຈໍານວນ 18 ສົບ. .

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

302 Found

Found

The document has moved here.