ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

08:45 | 27/08/2018

ທ້າຍອາທິດທີ່ຜ່ານມາ, ກອງພັນໃຫຍ່ຄົມມະນາຄົມ 652, ກົມພະລາທິການທະຫານເຂດ 2 ໄດ້ຈັດຕັ້ງພິທີຕ້ອນຮັບຄະນະພະນັກງານຂະແໜງຄົມມະນາຄົມການທະຫານກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະແລກປ່ຽນບົດຮຽນ.

ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

ພະນັກງານທະຫານກອງທັບປະຊາຊົນລາວ ແລະ ພະນັກງານກອງພັນໃຫຍ່ 652, ກົມພະລາທິການທະຫານເຂດ 2. (ພາບ: quankhu2.vn)

ຕາມແຜນການແລ້ວ, ຄະນະໄດ້ມາຢ້ຽມຢາມ, ພົບປະແລກປ່ຽນຢູ່ກອງພັນໃຫຍ່ 652. ຄະນະໄດ້ຮັບຟັງຜູ້ບັນຊາການກອງພັນໃຫຍ່ແນະນໍາກ່ຽວກັບມູນເຊື້ອ 40 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂອງກົມກອງ; ໝາກຜົນແຫ່ງການປະຕິບັດໜ້າທີ່ໃນ 8 ເດືອນຕົ້ນປີ 2018; ໄປຢ້ຽມຊົມຫ້ອງມູນເຊື້ອ, ຄ້າຍທະຫານ, ເຮືອນຄົວ, ສາງ, ເຂດບຳລຸງຮັກສາພາຫະນະຂອງກອງພັນໃຫຍ່. ຜ່ານການຢ້ຽມຊົມບັນດາສະຖານທີ່ເຫຼົ່ານັ້ນໄດ້ເພີ່ມພູນຄູນສ້າງ, ເພີ່ມທະວີສ້າງສາຍພົວພັນສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງກອງທັບປະຊາຊົນສອງປະເທດ ຫວຽດນາມ-ລາວ.

ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

ການນໍາກອງພັນໃຫຍ່ 652 ແນະນໍາກ່ຽວກັບມູນເຊື້ອຂອງກົມກອງ. (ພາບ: quankhu2.vn)

ເນື່ອງໃນໂອກາດນີ້, ຄະນະພະນັກງານຂະແໜງຄົມມະນາຄົມການທະຫານກອງທັບປະຊາຊົນລາວ ໄດ້ມອບຂອງຂວັນທີ່ລະນຶກໃຫ້ພະນັກງານ, ນັກຮົບກອງພັນໃຫຍ່ 652.

ຄະນະ ພະນັກງານ ຂະແໜງ ຄົມມະນາຄົມ ການທະຫານ ກອງທັບປະຊາຊົນລາວ ຢ້ຽມຢາມກອງພັນໃຫຍ່ 652

ພະນັກງານຂະແໜງຄົມມະນາຄົມການທະຫານກອງທັບປະຊາຊົນລາວ ມອບຂອງຂວັນໃຫ້ແກ່ ນັກຮົບກອງພັນໃຫຍ່ 652. (ພາບ: quankhu2.vn)

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)