ຕອນເຊົ້າຂອງວັນທີ 1 ຕຸລາ, ຢູ່ນະຄອນໂຮ່ຈີ໋ມິງ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີສົ່ງ ທະຫານເສນາຮັກ ເຄື່ອນທີ່ຂັ້ນ 2 ເລກທີ 1 ໄປປະຕິບັດພາລະກິດ ຮັກສາສັນຕິພາບ ຮ່ວມກັບ ສະຫະປະຊາຊາດ ຢູ່ພາກໃຕ້ປະເທດຊູດານ.
![]() |
ນັກຮົບ-ທະຫານເສນາຮັກ ພະນັກງານໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1 ຈຳນວນ 63 ສະຫາຍ ເດີນທາງໄປປະຕິບັດພາລະກິດ ຮັກສາສັນຕິພາບ ຢູ່ ພາກໃຕ້ ປະເທດ ຊູດານ.
ພົນໂທ ຫງວຽ໋ນຈີ໋ ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນເທດ ກ່ຽວກັບ ຫວຽດນາມ ຈະເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບ ຮ່ວມກັບສະຫະປະຊາຊາດ; ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຂອງ ອ໋ອດສະເຕເລຍ; ຕ່າງໜ້າເອກອັກຄະລັດຖະທູດ ອາເມລິກາ, ສະຫະປະຊາຊາດ; ຕ່າງໜ້າກະຊວງ, ທະບວງຂັ້ນສູນກາງ, ນະຄອນໂຮ່ຈີ໋ມິງ ແລະ ນັກຮົບ-ທະຫານເສນາຮັກ ພະນັກງານໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1 ຈຳນວນ 63 ສະຫາຍໄດ້ເຂົ້າຮ່ວມພິທີສົ່ງຕົວຄັ້ງນີ້.
![]() |
ພົນໂທ ຫງວ໋ຽນຈີ໋ ວິ້ງ ໂອ້ລົມພະນັກງານ, ທະຫານເໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1 ກ່ອນເດີນທາງສູ່ພາລະກິດ.
ກ່າວຄຳເຫັນໃນພິທີ, ພົນໂທ ຫງວ໋ຽນຈີ໋ ວິ້ງ ຕີລາຄາສູງວຽກງານການກະກຽມໃຫ້ແກ່ ໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1 ໄປປະຕິບັດພາລະກິດ ຢູ່ ພາກໃຕ້ຊູດານ. ພົນໂທ ຫງວ໋ຽນຈີ໋ ວິ້ງ ຮຽກຮ້ອງມາຍັງ ບັນດາພະນັກງານ, ລັດຖະກອນ ເມື່ອປະຕິບັດພາລະກິດພາບໃຕ້ສະພາບແວດລ້ອມ ຫຼາຍຊາດຮ່ວມກັນ ເຮົາຕ້ອງໄດ້ປັບ ຕົວໃຫ້ເຂົ້າກັບສະພາບການຢ່າງວ່ອງໄວ ແລະ ປະຕິບັດຕົວຢ່າງມີລະບຽບ, ຖືກຕ້ອງຕາມຂໍ້ກຳນົດ. ຕ້ອງສະແດງໃຫ້ເພື່ອນມິດສາກົນ ເຫັນໄດ້ຄວາມສາມາດຂອງພະນັກງານທະຫານ ຫວຽດນາມ ດ້ານຄວາມເປັນມືອາຊີບ ໃນການເຮັດວຽກ ແລະ ກ່ຽວກັບຄວາມສາມາດດ້ານພາສາ, ວຽກງານການຈັດຕັ້ງ, ແກ້ໄຂສະພາບການສະເພາະໜ້າ.
![]() |
ການນຳກະຊວງປ້ອງກັນປະເທດ ຖ່າຍຮູບເປັນທີ່ລະນຶກ ກັບ ທະຫານເສນາຮັກ ໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1.
ພິເສດແມ່ນຕ້ອງໄດ້ເປັນເອກກະພາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດທັດສະນະ, ແນວທາງການທູດຂອງພັກ, ລັດ ແລະ ທະຫານ ປະກອບສ່ວນຍົກສູງ ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ. ຍົກສູງນຳ້ໃຈສາມັກຄີ, ປະສານສົມທົບ, ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອຂອງ “ທະຫານລຸງໂຮ່”, ເປັ່ງປະກາຍ ແລະ ສ້າງຄວາມປະທັບໃຈ ກັບປະເທດທີ່ຕົນຢູ່ ແລະ ເພື່ອນມິດສາກົນ.
ພາຍຫຼັງພິທີນຳສົ່ງ ທະຫານ-ນັກຮົບ, ພະນັກງານໂຮງໝໍເຄື່ອນທີ່ ຂັ້ນ 2 ເລກທີ 1 ຂື້ນກັບ ກອງກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ປະຕິບັດຕາມຂັ້ນຕອນແລ້ວ ແມ່ນຈະເດີນທາງດ້ວຍຍົນ ເພື່ອໄປຍັງ ພາກໃຕ້ປະເທດ ຊູດານ ສ້າງຂີດໝາຍຄັ້ງທຳອິດຂອງ ຫວຽດນາມ ໃນການຜັນຂະຫຍາຍ ກຳລັງພື້ນຖານ ເຂົ້າຮ່ວມຮັກສາສັນຕິພາບໂດຍກົງ. ພ້ອມທັງຢັ້ງຢືນ ວ່າ ຫວຽດນາມ ມີຄວາມສາມາດຄົບໃນການຈັດຕັ້ງປະຕິບັດບັນດາພາລະກິດສັນຕິພາບສາກົນ ຂອງ ສະຫະປະຊາຊາດ.
(ຫັດທະບູນ)